ອິສຣາເອວ ປະກາດເພີ່ມຂໍ້ຈຳກັດໃນການໃຊ້ເງິນສົດ ເພື່ອລົດການກໍ່ອາຊະຍາກຳທາງການເງິນ ແລະ ກະຕຸ້ນການໃຊ້ເງິນດິຈິຕອນ

ອິສຣາເອວ

ປະເທດ ອິສຣາເອວ ເປັນອີກປະເທດໜຶ່ງທີ່ມີຄວາມສົນໃຈ ແລະ ໃຫ້ຄວາມສຳຄັນກັບການຫັນປ່ຽນໄປໃຊ້ສະກຸນເງິນດິຈິຕອນເປັນຢ່າງສູງ. ຫຼ້າສຸດທາງ ອິສຣາເອວ ໄດ້ປະກາດກຳນົດຂໍ້ຈຳກັດເພີ່ມຕື່ມໃນການໃຊ້ເງິນສົດ ເພື່ອຕໍ່ສູ້ກັບກິດຈະກຳທາງການເງິນທີ່ຜິດກົດໝາຍ ແລະ ເພື່ອເປັນການກະຕຸ້ນໃຫ້ປະຊາຊົນ ຫັນມາໃຊ້ສະກຸນເງິນດິຈິຕອນພາຍໃນປະເທດໃຫ້ຫຼາຍຂຶ້ນ.

ອິສຣາເອວ

ອິສຣາເອວ ປະກາດຂໍ້ຈຳກັດທາງກົດໝາຍວ່າດ້ວຍການລົດການນຳໃຊ້ເງິນສົດ ແບບສ່ວນຕົວ ແລະ ໃນພາກທຸລະກິດ ຕັ້ງແຕ່ປີ 2019 ໂດຍມີຈຸດປະສົງເພື່ອປ່ຽນພົນລະເມືອງ ແລະ ທຸລະກິດຂອງປະເທດໄປສູ່ການນຳໃຊ້ເງິນແບບ ດິຈິຕອນ ແລະ ເພື່ອຊ່ວຍໃຫ້ເຈົ້າໜ້າທີ່ສາມາດຕິດຕາມທຸລະກຳຕ່າງໆ ບໍ່ວ່າຈະເປັນການຫຼີກເວັ້ນພາສີ, ກິດຈະກຳໃນຕະຫຼາດມືດ ແລະ ການຟອກເງິນ ໃຫ້ໄດ້ງ່າຍຂຶ້ນ.

ອິສຣາເອວ

ໂດຍຂໍ້ຈຳກັດເພີ່ມຕື່ມດັ່ງກ່າວນີ້ຈະນຳໃຊ້ຕັ້ງແຕ່ ວັນທີ 1 ສິງຫາ 2022 ເປັນຕົ້ນໄປ ໂດຍຈະເປັນການກຳນົດການຈ່າຍເງິນສົດໃຫ້ເຂັ້ມງວດຂຶ້ນ ໂດຍໃນທຸລະກຳໃນທາງສ່ວນຕົວ ແມ່ນບໍ່ໃຫ້ນຳໃຊ້ເກີນ 15,000 shekels ແລະ ສຳລັບພາກທຸລະກິດແມ່ນ ສາມາດນຳໃຊ້ເງິນສົດໄດ້ບໍ່ເກີນ 6,000 Shekels ຕໍ່ 1 ທຸລະກຳ ໂດຍກ່ອນໜ້ານີ້ແມ່ນສາມາດນຳໃຊ້ບໍ່ເກີນ 11,000 Shekels ແລະ ຄາດການວ່າໃນອະນາຄົດຈະມີຂໍ້ຈຳກັດເພີ່ມຕື່ມອີກ.

ອິສຣາເອວ

ໂດຍໜ່ວຍງານຈັດເກັບພາສີຂອງ ອິສຣາເອວ ຜູ້ທີ່ບັງຄັບໃຊ້ຂໍ້ຈຳກັດໃໝ່ນີ້ບອກວ່າ ການຈຳກັດການນຳໃຊ້ເງິນສົດຈະຊ່ວຍເພີ່ມຂັ້ນຕອນໃຫ້ມີຄວາມຫຍຸ້ງຍາກໃນການກໍ່ອາຊະຍາກຳ ໂດຍລະບຸວ່າ: ເປົ້າໝາຍຂອງຂໍ້ຈຳກັດໃໝ່ຄັ້ງນີ້ກໍຄືຕ້ອງການລົດສະພາບຄ່ອງທາງການເງິນໃນຕະຫຼາດ ສາເຫດຫຼັກມາຈາກອົງກອນອາຊະຍາກຳທີ່ມັກຈະເພິ່ງພາເງິນສົດ”

ໃນຂະນະດຽວກັນ ຂໍ້ຈຳກັດໃໝ່ນີ້ຍັງຖືກເບິ່ງວ່າເປັນສັນຍານທີ່ດີສຳລັບການຊຸກຍູ້ໃຫ້ມີການຍອມຮັບ ສະກຸນເງິນດິຈິຕອລ ຂອງປະເທດໃນອະນາຄົດ ໃຫ້ຫຼາຍຂຶ້ນອີກນຳ.

Lark Davis ນັກວິເຄາະຕະຫຼາດຄຣິບໂຕ ຊື່ດັງ ໂພສຂໍ້ຄວາມລົງໃນ Twitter ສ່ວນຕົວກ່ຽວກັບເລື່ອງນີ້ວ່າ: “ອິສຣາເອວ ບໍ່ແມ່ນປະເທດທຳອິດ ແລະ ຈະບໍ່ແມ່ນປະເທດສຸດທ້າຍທີ່ນຳຂໍ້ຈຳກັດໃນການໃຊ້ເງິນສົດນີ້ມາໃຊ້” ພ້ອມຖິ້ມທ້າຍໃນໂພສວ່າ “ພາກັນມີ Bitcoin ແລ້ວຫຼືຍັງ”

ອິສຣາເອວ

     ສຳຫຼັບ ອິສຣາເອວ ແມ່ນໄດ້ມີການພິຈາລະນາ ແລະ ເຮັດການວິໄຈ ກ່ຽວກັບ ສະກຸນເງິນດິຈິຕອນ ຂອງທະນາຄານກາງ ຫຼື Central Bank Digital Currency (CBDC) ຕັ້ງແຕ່ປີ 2017 ແລະ ໃນການປະຊຸມ Israel Crypto Conference ໃນເດືອນ ພຶດສະພາ ທີ່ຜ່ານມາກໍໄດ້ມີການເປີດເຜີຍວ່າ ໜ່ວຍງານດ້ານການເງິນຂອງອິສຣາເອວໄດ້ກະກຽມ ແລະ ວາງແຜນການສຳລັບການກຳກັບດູແລທີ່ຄອບຄຸມແບບກວມລວມສຳລັບຊັບສິນ ດິຈິຕອນ.

ເຖິງແມ່ນວ່າຈະມີວັນທີເວລາກຳນົດຢ່າງຊັດເຈນກ່ຽວກັບ ແຜນການດັ່ງກ່າວ ແຕ່ຫຼາຍຝ່າຍກໍຄາດການກັນວ່າຈະເກີດຂຶ້ນໃນອະນາຄົດອັນໃກ້ນີ້ ເນື່ອງຈາກລັດຖະບານຂອງອິສຣາເອວ ມີຄວາມກະຕືລືລົ້ນຢ່າງສູງທີ່ຈະສົ່ງເສີມການເຕີບໂຕຂອງອຸດສາຫະກຳຄຣິບໂຕໃນປະເທດຂອງພວກເຂົາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ