ຊາຍຊາວຫວຽດນາມຕົວະເມຍຂໍອອກໄປຍ່າງຫຼິ້ນຢູ່ນອກທຸກຄືນ ແຕ່ຖືກເມຍຖ່າຍຮູບຈັບໄດ້ວ່ານອກໃຈລັກລົມກັບສາວອື່ນ

ຊາຍຫວຽດນາມ

ຂຶ້ນຊື່ວ່າມະນຸດເມຍແລ້ວ ຕໍ່ໃຫ້ຜູ້ເປັນຜົວຈະເຊື່ອງຄວາມລັບໄດ້ດີປານໃດ ແຕ່ກໍຍັງບໍ່ຫຼຸດພົ້ນສາຍຕາຂອງຜູ້ເປັນເມຍຢ່າງແນ່ນອນ ເຊັ່ນດຽວກັນກັບກໍລະນີຂອງສາວຊາວຫວຽດນາມຄົນນີ້ ທີ່ຜົວຂອງຕົນເອງໄດ້ອ້າງເຫດຜົນຕ່າງໆນານາ ເພື່ອຈະໄດ້ອອກມາຍ່າງຫຼິ້ນຢູ່ນອກເຮືອນທຸກຄືນ ແຕ່ວ່າດ້ວຍຄວາມເປັນເມຍ ເລີຍເຮັດໃຫ້ຈັບໄດ້ວ່າຜົວນອກໃຈລັກລົມກັບສາວອື່ນ ໂດຍການໃຊ້ໂທລະສັບລັກຖ່າຍ.

ເອີ້ນໄດ້ວ່າເລື່ອງລາວນີ້ເປັນທີ່ຮືຮາໃນສັງຄົມອອນລາຍຂອງຫວຽດນາມເມື່ອເພຈ Beatvn ເຊິ່ງເປັນເພຈຂ່າວສານ ແລະ ບັນເທີງອອນລາຍຂອງຫວຽດນາມໄດ້ອອກມາໂພສເຖິງເຫດການຂອງຜົວເມຍຄູ່ໜຶ່ງທີ່ຜູ້ເປັນຜົວມີສາວອື່ນ ເຊິ່ງໂພສດັ່ງກ່າວນີ້ແມ່ນມາຈາກຜູ້ເປັນເມຍໄດ້ເຜີຍແຜ່ລົງ Facebook ໂດຍລະບຸວ່າ:

ຊາຍຫວຽດນາມ

ໄລຍະນີ້ຜົວຂ້ອຍແປກຫຼາຍ ເພາະວ່າທຸກໆ ຕອນຄໍ່າລາວມັກຈະຫາເຫດຜົນເຊັ່ນ: ຂໍໄປສູບຢາ, ຍ່າງຫຼິ້ນ ຫຼື ດື່ມຊາ ເພື່ອທີ່ຈະໄດ້ອອກໄປນອກ  ແລະ ຫຼາຍຄັ້ງຂ້ອຍກໍສັງເກດເຫັນຜົວຂອງຕົນເອງຫຼິ້ນໂທລະສັບສົ່ງຂໍ້ຄວາມແລ້ວຫົວຢູ່ຄົນດຽວ ຂ້ອຍຄິດໃຈໃນວ່າຈັ່ງໃດມັນກໍຕ້ອງມີຜູ້ສາວ. ແຕ່ໝູ່ເພື່ອນກໍຄືຈະຮູ້ວ່າຜູ້ຍິງເຮົານັ້ນເມື່ອໄດ້ຄິດແລ້ວອັນໃດມັນກໍເປັນຈິງ ແຕ່ບັນຫາຢູ່ບ່ອນວ່າຂ້ອຍບໍ່ຮູ້ຈະຈັບໂປ໊ະຜົວຂອງຕົນເອງໄດ້ແນວໃດ ເພາະໂທລະສັບຂອງຜົວຂ້ອຍຖືກຕັ້ງຄ່າບໍ່ໃຫ້ຂ້ອຍເຂົ້າໄປເບິ່ງໄດ້.

ແຕ່ວ່າມື້ກ່ອນນີ້ ຜົວຂ້ອຍບອກຂ້ອຍວ່າ “ໄລຍະນີ້ອ້າຍຕຸ້ຍຫຼາຍ ຂໍອອກນອກເຮືອນໄປອອກກໍາລັງກາຍເດີ້”

ແຕ່ໃຜຈະໄປຮູ້ ເມື່ອລົງຈາກເຮືອນແລ້ວຂ້ອຍເຫັນຜົວຂອງຕົນເອງຢືນແຊັດກັບຜູ້ສາວ ທີ່ໜ້າຕົກໃຈກວ່ານັ້ນບໍ່ແມ່ນແຕ່ 1 ຄົນແຕ່ເປັນ 2 ຄົນເລີຍ. ໃນຕອນນັ້ນຂ້ອຍຢືນຢູ່ຊັ້ນ 3 ຂອງເຮືອນ ຕ້ອງໄດ້ໃຊ້ໂທລະສັບຖ່າຍ ແລະ ສ່ອງລົງໄປເບິ່ງ ເຫັນລາວແຊັດກັບສາວຜູ້ທີ 1 ວ່າໄປວຽກ, ສ່ວນຜູ້ທີ 2 ແມ່ນແຊັດບອກວ່າກໍາລັງກັບບ້ານເກີດເພື່ອໄປຢາມພໍ່ຕູ້ທີ່ປ່ວຍຢູ່.

ຊາຍຫວຽດນາມ

ເມື່ອຮູ້ແນວນັ້ນແລ້ວຂ້ອຍບໍ່ເວົ້າຫຍັງເລີຍກັບຜົວ ເຮັດແບບຄືວ່າມັນບໍ່ມີຫຍັງເກີດຂຶ້ນ ແຕ່ເມື່ອຮອດຕອນທີ່ຜົວຢ່າງຂຶ້ນມາເຮືອນຂ້ອຍຖາມຜົວວ່າ “ອ້າຍມີຄົນອື່ນອີກແມ່ນບໍ່?” ຖ້າວ່າມີແທ້ກໍຂໍໃຫ້ເຈົ້າໄປເຮັດໃບຢ່າຮ້າງກັບຂ້ອຍ ເມື່ອເປັນແບບນັ້ນແລ້ວຜົວຂ້ອຍຄຽດໃຫ້ຂ້ອຍຄືນ ແລະ ບອກວ່າຂ້ອຍຫຶງເກີນເຫດ ຫຼັງຈາກຜິດກັນແລ້ວລາວກໍໜີໄປນອນຢູ່ຫ້ອງຮັບແຂກ. ຕໍ່ມາບໍ່ພໍເທົ່າໃດແມ່ຜົວກັບປ້າຂອງຜົວກໍໂທມາຫາຂ້ອຍພ້ອມຕໍາໜິຂ້ອຍຕ່າງໆນານາ ແລະຍັງໂທໄປຫາທາງຄອບຄົວຂອງຂ້ອຍພ້ອມບອກໃຫ້ສັ່ງສອນລູກໃພ້ (ຂ້ອຍ) ຄືນ.

ແລະເມື່ອເປັນແບບນີ້ແລ້ວ ຂ້ອຍຈະບອກໃຫ້ພວກເຈົ້າຮູ້ໄວ້ວ່າສິ່ງໃດເອີ້ນວ່າກາລະເທສະ. ຂ້ອຍໄດ້ພິມຮູບພາບຂໍ້ຄວາມທີ່ຜົວຕົວດີຂອງຂ້ອຍຢືນແຊັດກັບຜູ້ສາວເປັນປຶ້ມ 3 ເຫຼັ້ມ ແລ້ວບິນກັບບ້ານເກີດພ້ອມໂທໃຫ້ປ້າຂອງຜົວມາຫາແລ້ວເອົາປຶ້ມໃຫ້ອ່ານຄົນລະເຫຼັ້ມ ອ່ານໃຫ້ລະອຽດ ແລະ ເຫຼືອໄວ້ໜຶ່ງເຫຼັ້ມເພື່ອເອົາມາປະກອບເຮັດໃບຢ່າຮ້າງ.

ຊາຍຫວຽດນາມ

ຫຼັງຈາກທີ່ເລື່ອງລາວນີ້ຖືກເຜີຍແຜ່ອອກໄປ ຊາວເນັດກໍໄດ້ເຂົ້າຄອມເມັ້ນກັນຢ່າງຫຼວງຫຼາຍ ພ້ອມກັບການແຊຣ໌ອອກໄປອີກຫຼາຍພັນແຊຣ໌ ບາງຄົນກໍບອກວ່າ ສາວຄົນນີ້ໃຊ້ໂທລະສັບຮຸ່ນຫຍັງ ຢາກຊື້ມາໃຊ້ເພື່ອຈັບຜົວນອກໃຈໄດ້ຄືກັນກັບລາວ, ບາງສ່ວນກໍວ່າສາວຄົນນີ້ລາວເໜືອຊັ້ນແທ້ໆ, ບາງຄົນກໍຕໍາໜິທາງແມ່ແລະປ້າຂອງຜູ້ເປັນຜົວແທນທີ່ຈະສັ່ງສອນລູກຊາຍຂອງຕົນ ແຕ່ກັບໄປບອກໃຫ້ພໍ່ແມ່ຂອງລູກໃພ້ສັ່ງສອນລູກຄືນ…

ຢ່າງໃດກໍດີ ຍັງບໍ່ຮູ້ວ່າບົດສະຫຼຸບຂອງເລື່ອງລາວນີ້ຈະຈົບແບບໃດ ແລະສຳລັບໃຜທີ່ລົມຫຼາຍຄົນກໍລະວັງຕົວໃຫ້ດີໆເດີ້ ເພາະມື້ໜ້າອາດເປັນເຈົ້າກໍໄດ້ທີ່ເກມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ