ສະກັອດແລນ

ໃນໂລກຂອງພວກເຮົາປັດຈຸບັນໄດ້ມີການພັດທະນາໄປໃນຫຼາຍໆດ້ານ ແລະ ແນ່ນອນວ່າການທີ່ມະນຸດເຮົາຈະຢູ່ຮ່ວມກັນໄດ້ໃນສັງຄົມຢ່າງສັນຕິສຸກນັ້ນທຸກຄົນຕ້ອງມີການຮຽນຮູ້ ແລະ ມີຄວາມເຂົ້າໃຈດີເຊິ່ງກັນ ແລະ ກັນເສຍກ່ອນ. ດ້ວຍເຫດນີ້, ໃນປີ 2018 ທີ່ຜ່ານມາ ທ່ານ John Swinney ຮອງນາຍົກລັດຖະມົນຕີ ແລະ ເລຂາທິການກະຊວງສຶກສາທິການຂອງປະເທດສະກັອດແລນ (Scotland) ໄດ້ມີການຮັບເອົາຮ່າງຄໍາແນະນໍາຈາກກຸ່ມ LGBT Inclusive Education ນຳໂດຍແຄມເປນ Time for Inclusive Education (TIE) ວ່າດ້ວຍການເພີ່ມຫຼັກສູດການສອນທີ່ກ່ຽວພັນກັບ LGBTQ+ ແລະ 33 ວິທີໃນການຈັດການກ່ຽວກັບບັນຫາການຖືກ Bully ຂອງກຸ່ມຄົນLGBTQ+ ຂຶ້ນມາພິຈາລະນາ.

ສະກັອດແລນ

ຈຸດປະສົງໃນການເພີ່ມຫຼັກສູດດັ່ງກ່າວ ກໍເພື່ອຕ້ອງການທີ່ຢາກຈະພັດທະນາສະພາບແວດລ້ອມທາງການສຶກສາ ຂອງນັກຮຽນໃນປະເທດ ໃຫ້ມີຄວາມເທົ່າທຽມ ແລະ ບໍ່ມີການແບ່ງແຍກກັນໃນສັງຄົມ, ໃຫ້ນັກຮຽນໄດ້ຄຳນຶງເຖິງບັນຫາ ແລະ ສິດທິຄວາມເປັນມະນຸດຂອງທຸກຄົນຢ່າງເທົ່າກັນໃນສັງຄົມ. ຫຼັກສູດດັ່ງກ່າວຈະຖືກຈັດການສອນໃນໂຮງຮຽນຄືກັນກັບວິຊາອື່ນໆ ໂດຍມີການແບ່ງເປັນຫຼາຍວິຊາເພື່ອໃຫ້ສອດຄ່ອງກັບອາຍຸຂອງນັກຮຽນ ໃນແຕ່ລະຊັ້ນອີກດ້ວຍເຊັ່ນ: ຈະມີການສອນກ່ຽວກັບເນື້ອຫາປະຫວັດສາດການຕໍ່ສູ້ຂອງ LGBTQ+, ມີທັງການໃຫ້ຄວາມຮູ້ປະເດັນການແຕ່ງງານຂອງຄົນເພດດຽວກັນ, ການລ້ຽງລູກ, ການແຜ່ລະບາດຂອງໂລກເອດ ແລະ ການປ້ອງກັນ, ຍັງລວມໄປເຖິງການຮັບມືໃນສະຖານະການຕ່າງໆທີ່ຊາວ LGBTQ+ ບາງຄົນອາດຈະຕ້ອງໄດ້ພົບເຊັ່ນ: ໂລກຢ້ານຄົນທີ່ຮັກເພດດຽວກັນ(Homophobia), ໂລກຢ້ານຄົນຂ້າມເພດ (Transphobia), ໂລກຢ້ານຄົນທີ່ຮັກໄດ້ຫຼາຍກວ່າເພດດຽວ (Biphobia)…

ສະກັອດແລນ

 ນອກຈາກນີ້, ທາງລັດຖະບານຍັງໄດ້ມີໂປຣແກຣມການເຝິກອົບຮົມໃຫ້ແກ່ຄູອາຈານຜູ້ສິດສອນພາຍໃນໂຮງຮຽນເພື່ອໃຫ້ຫຼັກສູດດັ່ງກ່າວໄດ້ຮັບປະສິດທິຜົນ ເພື່ອທີ່ຈະແນໃສ່ການແກ້ໄຂບັນຫາທີ່ກ່ຽວຂ້ອງກັບ LGBTQ+. ພາຍຫຼັງທີ່ລັດຖະບານໄດ້ຮອງຮັບຄຳແນະນຳໃນການເພີ່ມຫຼັກສູດດັ່ງກ່າວແລ້ວ ກໍໄດ້ມີການວາງແຜນໃນການບັງຄັບໃຊ້ກັບໂຮງຮຽນລັດທົ່ວປະເທດ, ແລະ ທາງລັດຖະບານປະເທດສະກັອດແລນກໍໄດ້ມີຄວາມຍິນດີປະກາດວ່າ “ສະກັອດແລນຈະເປັນປະເທດທຳອິດໃນໂລກທີ່ຈະມີການສົ່ງເສີມການຮຽນການສອນໃນເລື່ອງ LGBTQ+” ເຊິ່ງຫຼັກສູດດັ່ງກ່າວແມ່ນໄດ້ມີການນຳໃຊ້ໃນປີ 2021 ເປັນຕົ້ນມາ.

ສະກັອດແລນ

ຫຼັກສູດດັ່ງກ່າວນີ້ເຫັນວ່າເປັນການສົ່ງສັນຍານທີ່ດີໃຫ້ແກ່ເຍົາວະຊົນ ແລະ ຫຼາຍໆຄົນໃນກຸ່ມ LGBTQ+ ໄດ້ຮັບຮູ້ວ່າສະກັອດແລນເຫັນຄຸນຄ່າຂອງພວກເຂົາ. ພາຍໃນຫຼັກສູດບໍ່ພຽງແຕ່ຈະເຮັດໃຫ້ນັກຮຽນໄດ້ຮູ້ເລື່ອງລາວຂອງກຸ່ມຄົນ LGBTQ+ ເທົ່ານັ້ນ ແຕ່ຍັງຊ່ວຍສົ່ງເສີມໃຫ້ແກ່ຜູ້ຮຽນທຸກຄົນມີຄວາມຍິນດີ ແລະ ຍອມຮັບໃນຄວາມຫຼາກຫຼາຍຂອງກຸ່ມຄົນອື່ນໆ, ສ້າງຄວາມເຂົ້າໃຈ ແລະ ກຳລັງໃຈແກ່ທຸກຄົນຢ່າງເທົ່າທຽມ ເພາະທຸກຄົນຄືມະນຸດທີ່ຄວນຈະໄດ້ຮັບສິ່ງຕ່າງໆຄືກັນ ບໍ່ວ່າຈະເປັນເພດໃດກໍຕາມ. ທຸກຄົນບໍ່ມີໃຜເປັນເພດທີໜຶ່ງ, ເພດທີສອງ ຫຼື ເພດທີສາມ ທຸກຄົນເປັນທີໜຶ່ງທີ່ດີທີ່ສຸດໃນແບບຂອງຕົນເອງ.

ຮຽບຮຽງໂດຍ:

ນາງ ພະງາງອນ ແກ່ນມະນີວົງ ນັກສຶກສາກົດໝາຍພາກພົວພັນສາກົນປີທີ1

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ