Saucy Gloss

ລິບກລອສຖືໄດ້ວ່າເປັນອີກໜຶ່ງໄອເທັມຄູ່ກາຍຂອງສາວໆ ທີ່ໄດ້ທາເມື່ອໃດແມ່ນຈະເພີ່ມຄວາມໝັ້ນໃຈຂຶ້ນມາທັນທີ. ທັງນີ້ ໃນວົງການລິບສະຕິກນັ້ນແຕ່ລະປີບໍລິສັດແບຣນເຄື່ອງສຳອາງຕ່າງໆ ມັກຈະອອກຄໍເລັກຊັ່ນ ຫຼື ຜະລິດຕະພັນໃໝ່ໆ ເພື່ອດຶງດູດກຸ່ມລູກຄ້າໃຫ້ມາເລືອກໃຊ້ສິນຄ້າຂອງຕົນ ເຊິ່ງນັ້ນເອີ້ນໄດ້ວ່າເປັນກົນລະຍຸດທາງຕະຫຼາດທີ່ດີບໍ່ໜ້ອຍເລີຍ.

Saucy Gloss

ເຊັ່ນດຽວກັນກັບ ‘Saucy Gloss’ ລິບກລອສຕົວໃໝ່ທີ່ມີຣົດຊາດຄືກັນກັບປີກໄກ່ປີ້ງທາຊ໊ອດບາບີຄິວ ໂດຍລິບກລອສຕົວໃໝ່ນີ້ເປັນການຮ່ວມມືກັນຂອງສອງທຸລະກິດຢ່າງ Applebee’s ຮ້ານອາຫານ (ທີ່ເນັ້ນເມນູປີ້ງ) ໃນສະຫະລັດອາເມຣິກາ ແລະ ແບຣນເຄື່ອງສໍາອາງ Winky Lux.

Saucy Gloss

ສຳລັບ ‘Saucy Gloss’ ນີ້ແມ່ນຖືກອອກແບບມາເປັນ 4 ແບບທີ່ມີຣົດຊາດ, ກິ່ນ ແລະໂທນສີທີ່ແຕກຕ່າງກັນ ເລີ່ມຕົ້ນຈາກອັນທຳອິດຈະເປັນ Honey BBQ-T  ເປັນສີບົວໆ ມ່ວງໆ ພ້ອມມາກັບຣົດຊາດຊ໊ອດບາບີຄິວນ້ຳເຜີ້ງ, ເຜັດຫວານ ປົນກັບກິ່ນຮົມຄວັນເລັກນ້ອຍ ເວົ້າມາແລ້ວໄດ້ກິ່ນເລີຍ.

ຕໍ່ມາແມ່ນ Sweet Chile Kiss ເປັນລິບສີສົ້ມດິນຈີ່ທີ່ມີຊິມເມີ້ສີທອງຢູ່ນໍາ ມີຣົດເຜັດດ້ວຍຣົດຊາດຂອງຊ໊ອດໝາກເຜັດສະໄຕລ໌ເອເຊຍ.

ໃນສ່ວນຂອງແບບທີສາມແມ່ນ Get me Hot Buffalo ລິບສີບົວສົດໃສທີ່ມີຣົດຊາດເປັນຊ໊ອດຣົດຄລາສສິກຈາກທາງຮ້ານທີ່ໃຊ້ທາເມນູປີກໄກ່ຈືນ (Buffalo Wings).

Saucy Gloss

ແລະສຸດທ້າຍແມ່ນ Be my Honey Pepper ລິບກລອສສີເຫຼືອງ ທີ່ມີປະກາຍຊິມເມີ້ໂດຍມີຣົດຫວານແລະກິ່ນຫອມຄ້າຍຄືນ້ຳເຜິ້ງ.

ໂດຍພະລິດຕະພັນດັ່ງກ່າວນີ້ ມີແນວຄິດມາຈາກຮ້ານ Applebee’s ທີ່ໄດ້ສົ່ງຂໍ້ຄວາມໄປຖາມ Natalie Mackey ຜູ້ທີ່ເປັນເຈົ້າຂອງແບຣນເຄື່ອງສຳອາງຢ່າງ Winky Lux ວ່າສາມາດເຮັດລິບກລອສທີ່ມີຣົດຊາດຄ້າຍຄືບາບີຄິວໄດ້ຫຼືບໍ່ ເຊິ່ງຄຳຕອບແມ່ນໄດ້ຢ່າງແນ່ນອນ ຈົນໃນທີ່ສຸດກໍນຳໄປສູ່ການພັດທະນາລິບກລອສເຫຼົ່ານີ້ຂຶ້ນມາ ທັງການຫາສ່ວນປະສົມຂອງລິບກອສເຊັ່ນ: ນ້ຳມັນກະທຽມ, ນ້ຳມັນຄາໂມມາຍ ຫຼື ນ້ຳເຜິ້ງ ເປັນຕົ້ນ ແລະ Natalie ຍັງບອກອີກວ່າໃນຂັ້ນຕອນທີ່ກໍາລັງຜະລິດນັ້ນ ທົ່ວຫ້ອງແລັບມີກິ່ນຊ໊ອດບາບີຄິວລອຍທົ່ວຫ້ອງໄປໝົດເລີຍ.

Saucy Gloss

ສຳລັບໃຜທີ່ສົນໃຈຢາກຊື້ລິບກລອສກິ່ນຊ໊ອດບາບີຄິວນີ້ສາມາດເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່: https://cutt.ly/PZOwcn1

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ