ລາວ-ຈີນ

ສືບເນື່ອງມາຈາກໄລຍະ 2 ເດືອນຜ່ານມານີ້ ໄດ້ມີນັກທ່ອງທ່ຽວຫຼັ່ງໄຫຼເຂົ້າມາໃນປະເທດເປັນຈຳນວນຫຼາຍ ແລະ ເຂົ້າມາໃຊ້ບໍລິການຢູ່ສະຖານີລົດໄຟນະຄອນຫຼວງວຽງຈັນ ດ້ວຍຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນຫຼາຍເຮັດໃຫ້ການບໍລິການຕ່າງໆ ເປັນຕົ້ນແມ່ນການຊື້ປີ້ລົດໄຟ ແລະ ຈຸດບໍລິການຫ້ອງນໍ້າ ຈຶ່ງພາໃຫ້ເກີດຂໍ້ຫຍຸ້ງຫຍາກ ແລະ ບັນຫາຫຼາຍຢ່າງຕາມມາ.

ກ່ຽວກັບບັນຫາດັ່ງກ່າວ ບໍລິສັດທາງລົດໄຟ ລາວ-ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ອອກມາຊີ້ແຈງ ແລະ ຍອມຮັບຜິດທຸກບັນຫາ ທີ່ມີມູນຄວາມຈິງ ແລະ ພ້ອມທີ່ຈະປັບປຸງແກ້ໄຂບັນຫາດັ່ງກ່າວໂດຍໄວ ເພື່ອເຮັດໃຫ້ການບໍລິການຕ່າງໆ ໂດຍສະເພາະການບໍລິການ ຊື້-ຂາຍ ປີ້ລົດໄຟ ເປັນລະບົບ, ມີຄວາມສະດວກສະບາຍ, ວ່ອງໄວຂຶ້ນກວ່າເກົ່າ.

ລາວ-ຈີນ

ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບບັນຫາດັ່ງກ່າວ ໃນວັນທີ 3 ສິງຫາ 2022 ນີ້ວ່າ: ຕໍ່ກັບບັນຫາທີ່ເກີດຂຶ້ນດັ່ງກ່າວ, ບໍລິສັດທາງລົດໄຟລາວ-ຈີນ ຍອມຮັບຕໍ່ຂໍ້ຜິດພາດ, ຂໍ້ຂາດຕົກບົກຜ່ອງທາງດ້ານຄວາມພ້ອມໃນການບໍລິການລົດໄຟ ແລະ ພ້ອມຈະນຳເອົາຂໍ້ຜິດພາດດັ່ງກ່າວ, ໄປປັບປຸງ, ແກ້ໄຂ ໃຫ້ດີຂຶ້ນເທື່ອລະກ້າວໂດຍໄວ; ຕໍ່ບາງບັນຫາທີ່ກ່ຽວພັນກັບວຽກງານການບໍລິການ ທາງບໍລິສັດຍິນດີຮັບເອົາຄໍາຕໍາໜິຕິຊົມ ທີ່ມີລັກສະນະສ້າງສັນທຸກດ້ານ ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມອາດສາມາດຕົວຈິງ ເພື່ອນຳໄປປັບປຸງແກ້ໄຂ ໂດຍສະເພາະ ການບໍລິການຊື້-ຂາຍປີ້ລົດໄຟ. ປັດຈຸບັນ ບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ ຜ່ານທາງອອນລາຍ ຜ່ານແອັບເທິງມືຖື ເຊິ່ງບໍລິສັດທາງລົດໄຟລາວ-ຈີນ ໄດ້ມີການຄົ້ນຄວ້າ, ຊຸກຍູ້ພາກສ່ວນທີ່ຮັບຜິດຊອບໃຫ້ດຳເນີນການໃຫ້ສຳເລັດໂດຍໄວ. ມາຮອດປັດຈຸບັນ, ການດໍາເນີນການໄດ້ສຳເລັດໂດຍພື້ນຖານໃນລະບົບ software, ຂັ້ນຕອນຕໍ່ໄປກໍຈະໄດ້ດໍາເນີນການປັບປຸງໃຫ້ສົມບູນແບບ ແລະ ດຳເນີນການຈັດຊື້ອຸປະກອນ ເພື່ອມາຕິດຕັ້ງ, ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້.

ສຳລັບ ຫາງສຽງຂອງສັງຄົມ ກ່ຽວກັບຫ້ອງນໍ້າສາທາລະນະ ເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ມາລຽນແຖວຊື້ປີ້ ຫລື ມາເຮັດທຸລະຕ່າງໆ ທາງບໍລິສັດ ກໍໄດ້ມີການແກ້ໄຂແລ້ວ ໂດຍໄດ້ຈັດສັນຊັ້ນສອງຂອງອາຄານສະຖານີ ມາເປັນຈຸດບໍລິການ. ພ້ອມນັ້ນ, ບໍລິສັດທາງລົດໄຟ ຍັງຈະຂະຫຍາຍຊ່ອງຊື້ປີ້ລົດໄຟຕື່ມອີກ ເພື່ອເຮັດໃຫ້ການຊື້-ຂາຍປີ້ລົດໄຟ ວ່ອງໄວຂຶ້ນກວ່າເກົ່າ.

ລາວ-ຈີນ

ສ່ວນ ແຜນການໃນຕໍ່ໜ້າ ບໍລິສັດທາງລົດໄຟ ລາວ-ຈີນ ຈະສົມທົບກັບກົມທາງລົດໄຟ ກະຊວງ ຍທຂ, ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັນຄົ້ນຄວ້າແກ້ໄຂປີ້ລົດໄຟ ແກ່ບັນດານັກທ່ອງທ່ຽວ ໃຫ້ມີຄວາມສະດວກສະບາຍ; ເພີ່ມເວລາການເປີດບໍລິການອາຄານສະຖານີ ສຳລັບຜູ້ໂດຍສານທີ່ຕ້ອງການເດີນທາງ, ເຊິ່ງຜ່ານມາມີຜູ້ໂດຍສານຈຳນວນໜຶ່ງ ເດີນທາງມາຮອດສະຖານີກ່ອນເວລາລົດອອກ ເປັນເວລາດົນ ແຕ່ທາງອາຄານສະຖານີຍັງບໍ່ທັນເປີດບໍລິການ ເຮັດໃຫ້ຕ້ອງໄດ້ລໍຖ້າຂ້າງນອກເປັນເວລາດົນ.

ຂອບໃຈຂໍ້ມູນຈາກ: https://cutt.ly/pZI4gCv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ