ປະທານປະເທດ

ວັນທີ 3 ສິງຫາ 2022 ນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມຂົງເຂດການຜະລິດເປັນສິນຄ້າຂອງປະຊາຊົນ ບ້ານ ໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ນໍາພາລົງສູ່ພື້ນທີ່ການຜະລິດໂດຍມີ: ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ທ່ານ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງ ປາກລາຍ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງ ປາກລາຍ ແລະ ປະຊາຊົນຜູ້ປູກພືດເປັນສິນຄ້າເຂດບ້ານໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການຢ້ຽມຢາມພື້ນທີ່ການຜະລິດເປັນສິນຄ້າຂອງປະຊາຊົນຄັ້ງນີ້ ແມ່ນໄດ້ເຂົ້າເບິ່ງສວນປູກມັນຕົ້ນ ແລະ ສວນສາລີ, ພ້ອມດຽວກັນກໍໄດ້ເຂົ້າເບິ່ງການລ້ຽງງົວແບບເປັນກຸ່ມ, ເປັນຟາມ ຕິດພັນກັບການປູກຫຍ້າຂອງປະຊາຊົນບ້ານດັ່ງກ່າວ. ຈາກນັ້ນກໍໄດ້ເຂົ້າຢ້ຽມຊົມໂຮງງານຜະລິດແປ້ງມັນຕົ້ນຂອງ ບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ແລະ ເບິ່ງ ໂຮງງານຜະລິດປຸ໋ຍຊີຜະພາບ ຂອງບໍລິສັດ ຈີນຊຸຸຍ ທີ່ຕັ້ງຢູ່ ບ້ານ ນໍ້າຊົ້ງ ເມືອງ ປາກລາຍ.

ປະທານປະເທດ

ຈາກນັ້ນ ທ່ານພ້ອມຄະນະແມ່ນໄດ້ເຂົ້າຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນ ຂອງບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ພ້ອມທັງໄດ້ຮັບຟັງການລາຍງານຫຍໍ້ຈາກທ່ານ ໂມ່ສ່ຽນຊຽງ ຜູ້ຈັດການ ບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ, ເຊິ່ງບໍລິສັດດັ່ງກ່າວຮອດປະຈຸບັນແມ່ນມີເຄື່ອງຈັກ 3 ຊຸດ ສາມາດຮອງຮັບຜົນຜະລິດໄດ້ 1,800-2,000 ໂຕນຕໍ່ວັນ, ມີວິຊາການ ແລະ ກຳມະກອນທັງໝົດ 400 ກ່ວາຄົນ, ຄົນລາວ 345 ຄົນ, ຍິງ 135 ຄົນ, ຄົນຈີນ 55 ຄົນ, ຍິງ 5 ຄົນ, ໄດ້ກໍານົດອັດຕາຄ່າງຈ້າງງານເປັນເດືອນ, ພ້ອມທັງມີນະໂຍບາຍຕໍ່ຜູ້ທີ່ເຮັດວຽກດີເດັ່ນ, ມີເງິນອູດໜູນທ້າຍປີ, ມີເງິນອາຍຸການເຮັດວຽກ ແລະ ມີນະໂຍບາຍເວລາເຈັບເປັນ, ການພັກເຊົາກໍຢູ່ຟຣີ, ເງິນເດືອນຕ່ຳສຸດ 2,500,000 – 4,500,000ກີບ/ຄົນ/ເດືອນ, ເຊິ່ງສ້າງວຽກເຮັດງານທໍາໃຫ້ຊາວກະສິກອນ, ຜູ້ປະກອບການ ແລະ ແຮງງານຢູ່ຂັ້ນທ້ອງຖິ່ນນັບມື້ຫຼາຍຂຶ້ນ, ພ້ອມດຽວກັນທາງໂຮງງານຍັງໄດ້ຊອກບໍລິສັດມາລົງທຶນສ້າງຕັ້ງໂຮງງານປຸ໋ຍຊີວະພາບຂຶ້ນ, ໂດຍນໍາເອົາກາກ ແລະ ຂີ້ມັນຕົ້ນເປັນວັດຖຸຫຼັກປຸງແຕ່ງປຸ໋ຍຊີວະພາບ ເຊິ່ງສາມາດຜະລິດໄດ້ 108 ໂຕນ ຕໍ່ ວັນ, ໄດ້ຈໍາໜ່າຍຢູ່ພາຍໃນປະເທດລາວ, ເພື່ອໃຫ້ປະຊາຊົນໄປນໍາໃຊ້ເຂົ້າໃນການປູກພືດກະສິກຳ, ນອກຈາກນັ້ນທາງໂຮງງານໄດ້ສ້າງອ່າງບົ່ມແກ໊ສ ຈາກນ້ຳລ້າງມັນຕົ້ນ ຈຳນວນ 3 ອ່າງ, ຂະໜາດບັນຈຸ 160,000 ແມັດກ້ອນ, ເພື່ອຜະລິດແກ໊ສທົດແທນການນໍາໃຊ້ຖ່ານຫີນເຂົ້າໃນການອົບແປ້ງມັນຕົ້ນ, ຈາກນັ້ນກໍໄດ້ເຂົ້າຢ້ຽມຢາມ ໂຮງງານຜະລິດປຸ໋ຍຊີວະພາບ ຂອງບໍລິສັດ ປຸ໋ຍຊີວະພາບລາວ-ຈີນ ເຊິ່ງທັງ 2 ໂຮງງານແມ່ນຕັ້ງຢູ່ ບ້ານ ນໍ້າຊົ້ງ ເມືອງ ປາກລາຍ, ໃຫ້ການຕ້ອນຮັບ ແລະ ນໍາພາຢ້ຽມຢາມໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູ, ມີການນໍາຂອງແຂວງ, ການນໍາຂອງເມືອງ ປາກລາຍ ແລະ ພະນັກງານທັງ 2 ໂຮງງານ.

ປະທານປະເທດ

ຂໍ້ມູນຈາກ: https://cutt.ly/LZOm1sY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ