ສິງກະໂປ ສັ່ງລະງັບດ່ວນ! ວັກຊີນໄຂ້ຫວັດໃຫຍ່ ຫຼັງຈາກເຮັດໃຫ້ຊາວເກົາຫຼີໃຕ້ເສຍຊີວິດ 48 ລາຍ


ສິງກະໂປສັ່ງລະງັບການສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ 2 ຊະນິດຕາມມາດຕະການປ້ອງກັນລ່ວງໜ້າ ຫຼັງຈາກມີຊາວເກົາຫຼີໃຕ້ເສຍຊີວິດຫຼັງຈາກສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ຈຳນວນ 48 ລາຍນັບຈາກວັນເສົາທີ່ຜ່ານມາ.

ກະຊວງສາທາລະນະສຸກ ແລະ ສຳນັກງານວິທະຍາສາດສຸຂະພາບຂອງສິງກະໂປ (HAS) ລະບຸໃນຖະແຫຼງການເມື່ອວັນອາທິດທີ່ຜ່ານມາວ່າ ຈົນຮອດດຽວນີ້ຍັງບໍ່ມີການລາຍງານຜູ້ເສຍຊີວິດທີ່ກ່ຽວພັນກັບການສັກ “ວັກຊີນໄຂ້ຫວັດໃຫຍ່” ໃນສິງກະໂປ, ແຕ່ການຕັດສິນໃຈລະງັບການໃຊ້ວັກຊີນ SKYCellflu Quadrivalent ແລະ VaxigripTetra ນັ້ນ ເພື່ອປ້ອງກັນໄວ້ກ່ອນໂດຍສິງກະໂປເປັນປະເທດທໍາອິດ ທີ່ປະກາດລະງັບການສັກວັກຊີນໄຂ້ຫວັດໃຫຍ່. ຢ່າງໃດກໍຕາມ ເກົາຫຼີໃຕ້ລະບຸວ່າ ຈະຍັງຄົງດຳເນີນໂຄງການສັກວັກຊີນຂອງລັດຖະບານຕໍ່ໄປ ເນື່ອງຈາກບໍ່ພົບຄວາມກ່ຽວພັນໂດຍກົງລະຫວ່າງຜູ້ເສຍຊີວິດກັບການສັກວັກຊີນ.

ເມື່ອອາທິດທີ່ຜ່ານມາ ສື່ໃນເກົາຫຼີໃຕ້ໄດ້ນຳສະເໜີຂ່າວການເສຍຊີວິດໃນຄັ້ງນີ້ ເຊິ່ງເກີດຂຶ້ນຫຼັງຈາກລັດຖະບານສັ່ງລະງັບໂຄງການສັກວັກຊີນໃຫ້ກັບປະຊາຊົນຟຣີ 19 ລ້ານຄົນທົ່ວປະເທດ ເປັນເວລາ 3 ອາທິດ ເນື່ອງຈາກກັງວົນເລື່ອງຄວາມປອດໄພ ຫຼັງພົບວ່າມີວັກຊີນ 5 ລ້ານໂດສເຊິ່ງຕ້ອງເກັບດ້ວຍການແຊ່ເຢັນ ແຕ່ຕ້ອງສໍາຜັດກັບອຸນຫະພູມຫ້ອງໃນລະຫວ່າງການຂົນສົ່ງໄປສູ່ໂຮງໝໍ.

ມີລາຍງານວ່າ ເມື່ອເດືອນກັນຍາທີ່ຜ່ານມາ ທາງການເກົາຫຼີໃຕ້ມີແຜນຈັດຊື້ວັກຊີນປ້ອງກັນໄຂ້ຫວັດໃຫຍ່ເພີ່ມຂຶ້ນຈາກປີກ່ອນ 20% ເພື່ອສັກໃຫ້ປະຊາຊົນ 30 ລ້ານຄົນໃນຊ່ວງລະດູໜາວ ເພື່ອປ້ອງກັນບໍ່ໃຫ້ມີຜູ່ປ່ວຍເພີ່ມຂຶ້ນຈົນລະບົບສາທາລະນະສຸກທີ່ຕ້ອງຮັບມືທັງຈາກໄຂ້ຫວັດໃຫຍ່ ແລະ ໂຄວິດ-19 ບໍ່ໄຫວ.

ທີ່ມາ: https://www.nationtv.tv/main/content/378802975/?aig=