ສາເຫດການເສຍຊີວິດຂອງ Gabby Petito


ເປັນຂ່າວດັງໄປທົ່ວໂລກຕັ້ງແຕ່ຕົ້ນເດືອນກັນຍາກັບເລື່ອງລາວຂອງ Gabby Petito ທີ່ໄດ້ເດີນທາງທົ່ວສະຫະລັດອາເມຣິກາກັບຄູ່ໝັ້ນດ້ວຍລົດຕູ້. ແຕ່ຫຼັງຈາກຈົບການທ່ອງທ່ຽວ ມີພຽງ Brian Laundrie ທີ່ເປັນຄູ່ໝັ້ນຂອງຕົນກັບມາພ້ອມລົດ. Brian ປະຕິເສດການໃຫ້ຂໍ້ມູນທຸກຢ່າງ ພ້ອມກັບຫາຍຕົວໄປຢ່າງໄຮ້ຮ່ອງຮອຍ ຈຶ່ງສ້າງຄວາມສົງໄສຕໍ່ທັງຄອບຄົວ ແລະ ໂລກອິນເຕີເນັດຈົນນຳໄປສູ່ການສືບສວນຢ່າງຮີບດ່ວນ. ຜ່ານໄປຫຼາຍອາທິດຫຼັງຈາກທີ່ຕຳຫຼວດໄດ້ພົບສົບ ແລະ ຢືນຢັນວ່າແມ່ນ Gabby ແລ້ວ ໃນມື້ນີ້ຜົນການຊັນນະສູດສົບກໍໄດ້ອອກມາພ້ອມກັບສາເຫດການເສຍຊີວິດຂອງລາວ.

ກ່ອນທີ່ເລື່ອງຂອງ Gabby Petito ຈະເປັນທີ່ສົນໃຈໄປທົ່ວໂລກນັ້ນ ແມ່ນຍ້ອນ Gabby ຈະມັກອັບເດດໂລກໂຊຊຽວມີເດຍຂອງຕົນເອງຢູ່ສະເໝີ ໂດຍສະເພາະໃນລະຫວ່າງທຣິບເດີນທາງກັບຄູ່ໝັ້ນ, ລາວມັກຈະລົງຮູບໃນຊ່ອງທາງ Instagram ວ່າພວກເຂົານັ້ນເດີນທາງໄປຮອດສະຖານທີ່ໃດແລ້ວ. ຈົນຮອດທ້າຍເດືອນສິງຫາ ທີ່ບໍ່ໄດ້ມີການລົງຮູບຫຍັງຕໍ່ຈາກນັ້ນ ບວກກັບທີ່ລາວບໍ່ໄດ້ຕິດຕໍ່ຫາພໍ່ແມ່ກັບໄປອີກເລີຍ ຈຶ່ງໄດ້ດຶງໃຫ້ນັກສືບອອນລາຍເຂົ້າມາສັນນິຖານກັນໄປຕ່າງໆນານາ. ພ້ອມກັນນັ້ນ ພໍ່ແມ່ຂອງ Gabby ກໍໄດ້ແຈ້ງຄວາມຕໍ່ເຈົ້າໜ້າທີ່ທັນທີ ເມື່ອເຫັນທ່າທາງທີ່ຜິດປົກກະຕິຂອງຄູ່ໝັ້ນຫຼັງຈາກທີ່ກັບມາ. ແຕ່ Brian ກໍອອກເດີນທາງໄປອີກຄັ້ງຈົນປັດຈຸບັນຍັງບໍ່ສາມາດພົບຕົວໄດ້.

ສ່ວນຮ່າງຂອງ Gabby ແມ່ນໄດ້ຖືກພົບ ແລະ ຢືນຢັນຮຽບຮ້ອຍ. ພ້ອມດຽວກັນນັ້ນ, ໃນວັນອັງຄານທີ່ຜ່ານມາຜົນຊັນນະສູດຂອງ Gabby ກໍໄດ້ອອກມາແລ້ວເຊັ່ນກັນ. Dr Blue ໄດ້ໃຫ້ຂໍ້ມູນວ່າສົບຂອງ Gabby ນັ້ນຖືກພົບຢູ່ທີ່ຈຸດຕັ້ງແຄ້ມພ້ອມຮ່ອງຮອຍການຖືກຮັດຄໍ. ແຕ່ກໍບໍ່ສາມາດຢືນຢັນວ່າເປັນການຮັດຄໍຈົນເຖິງແກ່ຄວາມຕາຍໄດ້, ໃນທາງກົງກັນຂ້າມ ພວກເຂົາກໍບໍ່ພົບສານພິດຕົກຄ້າງໃນຕົວສົບເລີຍ. ແຕ່ການຄົ້ນພົບດັ່ງກ່າວສາມາດຢືນຢັນວ່າແມ່ນການຄາຕະກຳ ເຊິ່ງໝາຍຄວາມວ່າການເສຍຊີວິດນີ້ເກີດຈາກຄົນອື່ນທີ່ບໍ່ແມ່ນຕົນເອງ ແລະ ບໍ່ແມ່ນການຂ້າຕົວຕາຍແນ່ນອນ.

ປັດຈຸບັນ ທີມຄົ້ນຫາກໍຍັງບໍ່ສາມາດຫາຕົວ Brian ຈົນພົບໄດ້ ແລະ ໄດ້ກາຍເປັນບຸກຄົນທີ່ຢູ່ໃນຄວາມສົນໃຈຂອງ FBI, ແຕ່ Brian ກໍຍັງບໍ່ໄດ້ຖືກຕັ້ງຂໍ້ຫາເຖິງການເສຍຊີວິດຂອງ Gabby ເທື່ອ. ແນວໃດກໍຕາມ ຕຳຫຼວດກໍໄດ້ອອກໝາຍຈັບລາວໃນຂໍ້ຫາປອມແປງການໃຊ້ບັດເດບິດຂອງ Gabby. ທະນາຍຂອງ Brian ເອງກໍໄດ້ບອກວ່າການກ່າວຫາດັ່ງກ່າວບໍ່ຄວນນຳມາກ່ຽວໂຍງກັບການຕາຍຂອງຄູ່ໝັ້ນລາວ. ໝາຍຄວາມວ່າ, ເມື່ອ FBI ພົບ Brian ກໍຈະຖືກຈັບໃນຂໍ້ຫາປອມແປງບັດເດບິດນັ້ນເອງ.

ອ້າງອີງຈາກສູນຂໍ້ມູນອາຊະຍາກຳພາຍໃນປະເທດຂອງ FBI ແມ່ນມີຂ່າວແຈ້ງບຸກຄົນສູນຫາຍເກືອບ 90,000 ຄະດີ ເຊິ່ງຍັງເປັນຄະດີທີ່ກຳລັງສືບສວນມາຕັ້ງແຕ່ທ້າຍປີ 2020, ມີພຽງສ່ວນໜ້ອຍທີ່ຈະໄດ້ຮັບຄວາມສົນໃຈ. ຄະດີຂອງ Gabby ເອງກໍເປັນໜຶ່ງໃນຄະດີທີ່ໄດ້ຮັບຄວາມສົນໃຈຈາກທົ່ວໂລກຈົນທີມຄົ້ນຫາສາມາດພົບໄດ້ພາຍໃນເວລາບໍ່ເທົ່າໃດເດືອນ ແຕ່ກໍຍັງມີອີກຫຼາຍຜູ້ໂຊກຮ້າຍທີ່ບໍ່ໄດ້ຮັບໂອກາດນັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/