ໃກ້ເຂົ້າມາແລ້ວ! ກັບການແຂ່ງຂັນບານເຕະ ຊິງແຊ້ມອາຊີ ຮອບຄັດເລືອກ AFC Women’s Asian Cup 2022


ໃກ້ເຂົ້າມາເລື້ອຍໆກັບການແຂ່ງຂັນບານເຕະຍິງ  ຊິງແຊ້ມອາຊີ 2022 ຮອບຄັດເລືອກ AFC Women’s Asian Cup 2022 Qualifiers ໃນຂະນະນີ້ທາງນັກກິລາກໍໄດ້ເດີນທາງໄປຮອດຈຸດໝາຍປາຍທາງຢ່າງປອດໄພແລ້ວ ແລະ ກໍໄດ້ຝຶກຊ້ອມກັນຢ່າງສຸດກຳລັງ.

ການແຂ່ງຂັນເຕະບານຍິງ ຊີງແຊ້ມອາຊີ 2022 ຮອບຄັດເລືອກ AFC Women’s Asian Cup 2022 Qualifiers ທີມຊາດລາວ ຢູ່ຮ່ວມກຸ່ມ ເອ ຮ່ວມກັບ ໄຕ້ຫວັນ ແລະ ບາເຣນ (​ເຈົ້າພາບ)

ການແຂ່ງຂັນລາຍການດັ່ງກ່າວ ໃນຮອບຄັດເລືອກ ແມ່ນຈະນຳເອົາແຊ້ມຂອງແຕ່ລະກຸ່ມຜ່ານເຂົ້າໄປຫຼິ້ນໃນຮອບສຸດທ້າຍ ທີ່ປະເທດອິນເດຍ ເປັນເຈົ້າພາບ ລະຫວ່າງວັນທີ 20 ມັງກອນ ຫາ 6 ກຸມພາ 2022 ຮ່ວມກັບ 4 ທີມ ປະກອບມີ ອິນເດຍ ເຈົ້າພາບ, ຍີ່ປຸ່ນ ແຊ້ມເກົ່າ, ອອສເຕເລຍ ຮອງແຊ້ມເກົ່າ ແລະ ສປ ຈີນ ທີມອັນດັບທີ 3. ເຊິ່ງລາຍການນີ້ແມ່ນຈະຄັດເອົາ 5 ທີມສຸດທ້າຍ ທີ່ດີທີ່ສຸດໄປແຂ່ງຂັນບານເຕະຍິງ ຊີງແຊ້ມໂລກ 2023 ຮອບສຸດທ້າຍ ທີ່ປະເທດອອສເຕເລຍ ແລະ ນິວຊີແລນ ເປັນເຈົ້າພາບຮ່ວມ ແລະ ຍັງມີໂຄຕາອີກ 2 ທີມ ທີ່ຈະໄດ້ໄປແຂ່ງຮອບຄັດເລືອກຈາກທະວີບອື່ນໆ ເພື່ອຄວ້າໂຄຕາສຸດທ້າຍຕໍ່ໄປ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

  • ວັນທີ 18 ຕຸລາ 2021​ ເວລາ 22:00 ລາວ ພົບ ໄຕ້ຫວັນ
  • ວັນທີ 21 ຕຸລາ 2021 ເວລາ​ 22:00 ບາເຣນ ພົບ ລາວ

ແຂ່ງຂັນຢູ່ທີ່ສະໜາມ KHALIFA SPORTS CITY STADIUM, MANAMA (ຊ່ອງທາງການຕິດຕາມຮັບຊົມ ທາງສະຫະພັນບານເຕະແຫ່ງຊາດລາວ ຈະແຈ້ງໃຫ້ຮັບຮູ້ພາຍຫຼັງປະຊຸມເຕັກນິກ ສຳເລັດ)

ການເດີນທາງຂອງນັກເຕະບານຍິງທີມຊາດລາວ ຊຸດໃຫຍ່ ແມ່ນອອກເດີນທາງໃນຕອນຄໍ່າ ວັນທີ 08 ຕຸລາ 2021 ຈາກສະໝາມບິນວັດໄຕ ຫາ ອິນຊອນ ສ.ເກົາຫຼີ, ຫຼັງຈາກນັ້ນເດີນທາງຈາກ ອິນຊອນ ຫາ ດູໄບ ປະເທດ ສະຫະລັດອາຣັບເອມິເຣດ ແລະ ຕໍ່ດ້ວຍເດີນທາງຈາກ ດູໄບ ຫາ ປະເທດບາເຣນ ໂດຍໄດ້ເດີນທາງຮອດ ໃນວັນທີ 10 ຕຸລາ 2021. (ຕອນນີ້ແມ່ນເດີນທາງຮອດຈຸດໝາຍປາຍທາງແລ້ວ)

ຂອບໃຈຂໍ້ມູນ ແລະ ຮູບພາບ: ສະຫະພັນບານເຕະແຫ່ງຊາດລາວ

https://bit.ly/3DzhHxC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/