ສາສະດາຈານຈາກລາວຄວ້າຮາງວັນ Asia Innovation


ສຈ ປອ ມາຍຟອງ ມາຍຊາຍ, ຮອງປະທານມະຫາວິທະຍາໄລແຫ່ງວິທະຍາສາດສຸຂະພາບ ໄດ້ເປັນໜຶ່ງໃນ 12 ຄົນຈາກທະວີບອາຊີທີ່ໄດ້ຮັບຮາງວັນປະດິດຂອງ Hitachi Global Foundation Asia Innovation 2020.

ຜົນງານວິໄຈຂອງສຈ ປອ ມາຍຟອງ ມາຍຊາຍ ໄດ້ສົ່ງໄປປະກວດມີຊື່ວ່າ ‘Mass drug administration with malaria medicines called Dihydroartemisinin-piperaquine + primaquine as a tool for malaria elimination in Laos’. ການບໍລິຫານຢາສຳລັບໂຣກມາລາເລຍ Dihydroartemisinin-piperaquine + primaquine ເຊິ່ງທັງສອງຕ່າງກໍເປັນຢາປິ່ນປົວ ແລະ ຢາຕ້ານໂຣກມາລາເລຍ, ຈຶ່ງນຳມາໃຊ້ເພື່ອກຳຈັດໂຣກດັ່ງກ່າວນີ້ໃຫ້ໝົດໄປຈາກປະເທດລາວ.

ເພິ່ນໄດ້ເສີມວ່າ ໂຣກມາລາເລຍນີ້ເປັນໂຣກເກົ່າແກ່ ແລະ ມີມາແຕ່ໃດ ແຕ່ກໍເປັນໂຣກຕິດຕໍ່ທີ່ເປັນອັນຕະລາຍເຖິງແກ່ຊີວິດ, ໂດຍສະເພາະໃນເຂດທຸກຍາກ. ມັນສາມາດຕິດເຊື້ອສູ່ຄົນໄດ້ກວ່າ 200 ລ້ານຄົນ ແລະ ຂ້າໄປກວ່າ 400,000 ຊີວິດໃນທຸກປີຈາກທົ່ວທຸກມຸມໂລກ. ການກຳຈັດມາລາເລຍໃຫ້ໝົດກ້ຽງໄປເພື່ອໃຫ້ຄຸນະພາບຊີວິດຂອງມະນຸດເຮົາດີຂຶ້ນ. ການລົງທຶນໃນການປ້ອງກັນມາລາເລຍກໍຄືການລົງທຶນເພື່ອຄວາມກ້າວໜ້າ ແລະ ສຸຂະພາບທີ່ແຂງແຮງຂຶ້ນໃນສັງຄົມ.

ທ່ານ ມາຍຟອງໄດ້ໃຫ້ສຳພາດວ່າຮາງວັນດັ່ງກ່າວບໍ່ພຽງແຕ່ຈະນຳໄປສູ່ການວິໄຈທີ່ເລິກເຊິ່ງກວ່າເກົ່າ, ລາວຍັງຫວັງວ່າຕົນເອງອາດເປັນແບບຢ່າງ ແລະ ແຮງບັນດານໃຈໃຫ້ແກ່ຄົນຮຸ່ນໃໝ່ໄດ້ມາສົນໃຈໃນງານວິໄຈດັ່ງກ່າວນີ້.

ທີ່ມາ: https://cutt.ly/LRqMt7C

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/