ສາມຫຼ່ຽມຄຳ ເຮັດແທ້ທຳຈິງ! ບຸກຄົນໃດບໍ່ໃຊ້ເງິນກີບຈະຖືກປັບໃໝ ໂຈະກິດຈະການ


ສາມຫຼ່ຽມຄຳ ເຂັ້ມງວດ! ແຈ້ງການບັນດາຮ້ານຄ້າຕ້ອງລະບຸລາຄາສິນຄ້າເປັນເງິນກີບ ແລະ ຮັບເງິນກີບໃນການຊຳລະສິນຄ້າ.

ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ໃຫ້ຮູ້ວ່າ: ສິນຄ້າ ແລະ ຄ່າບໍລິການທັງໝົດມີເຄື່ອງໝາຍການຄ້າຢ່າງຊັດເຈນຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຕ້ອງລະບຸລາຄາເປັນສະກຸນເງິນກີບ (ອັດຕາແລກປ່ຽນແມ່ນໃຫ້ກໍານົດຕາມອັດຕາແລກປ່ຽນຂອງທະນາຄານກາງ ແຫ່ງ ສປປ ລາວ)

ທຸກໆຮ້ານຄ້າຕ້ອງໄດ້ຕິດປ້າຍປະໂຫຍກທີ່ວ່າ “ສົ່ງເສີມການບໍລິໂພກນຳໃຊ້ສະກຸນເງິນກີບ” ເປັນພາສາຈີນ ແລະ ພາສາລາວ, ບັນດາວິສາຫະກິດ ແລະ ຮ້ານຄ້າ ສາມາດມາເອົາໄດ້ທີ່ຫ້ອງການສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຫ້ອງ 103.

ຖ້າຫາກວ່າວິສາຫະກິດ ຫຼື ບຸກຄົນໃດຫ້າມບໍ່ໃຫ້ຮັບເອົາສະກຸນເງິນກີບໃນການຊຳລະສິນຄ້າ, ກໍລະນີພະນັກງານ ຂອງຂະແໜງການທີ່ກ່ຽວຂ້ອງກວດພົບເຫັນຈະໄດ້ໃຫ້ໂຈະກິດຈະການທັງໝົດ ພ້ອມທັງປັບໃໝ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/