ຊົມເຊີຍເຍົາວະຊົນລາວ! ທີມບານເຕະ ມາສດາ U-9 ຊະນະເລີດ ບານເຕະຊິງແຊ້ມ ACF Vietnam Tournament 2023


ໃນວັນທີ 17-18 ມິຖຸນາ ທີ່ຜ່ານມາ ທັບນັກເຕະ ເຍົາວະຊົນ ຕົວນ້ອຍ ມາສດາ ລາວ ຈີບີ ເອັບຊີ ໜຶ່ງດຽວຈາກ ສປປ ລາວ ຄອງຂັນຊະນະເລີດ ໃນການແຂ່ງຂັນເຕະບານ ເຍົາວະຊົນ 6 ຮັບ 1 ຊິງແຊ້ມລາຍການ ACF Vietnam Tournament 2023 ທີ່ນະຄອນ ທາຍຫງວຽນ ແຂວງທາຍຫງວຽນ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ.

ໂດຍໃນການແຂ່ງຂັນບານເຕະລາຍການ ACF Vietnam Football Tournament 2023 ມີບັນດາສະໂມສອນທີ່ມາຈາກ 5 ຊາດເຂົ້າຮ່ວມ ປະກອບມີ ຫວຽດນາມ ເຈົ້າພາບ, ໄທ, ລາວ, ມາເລເຊຍ ແລະ ອິນໂດເນເຊຍ ມີການຊິງໄຊກັນທັງໝົດ 5 ຮຸ່ນ ຄື ຮຸ່ນອາຍຸບໍ່ເກີນ 9 ປີ, 11 ປີ, 13 ປີ, 15 ປີ ແລະ 17 ປີ ສະເພາະ ສະໂມສອນ ບານເຕະ ເຍົາວະຊົນ ມາສດາ ລາວ ຈີບີ ເອັບຊີ ຕົວແທນຈາກສປປ ລາວ ແມ່ນສົ່ງພຽງແຕ່ 3 ຮຸ່ນ ປະກອບມີ ຮຸ່ນອາຍຸບໍ່ເກີນ 9 ປີ, 13 ປີ ແລະ 15 ປີ.

ຜ່ານການແຂ່ງຂັນຜົນງານຂອງທີມເຍົາວະຊົນ ມາສດາ ລາວ ຈີບີ ເອັບຊີ ສາມາດຍາດໄດ້ຂັນຊະນະເລີດ ຈາກຮຸ່ນອາຍຸບໍ່ເກີນ 9 ປີ ທີມ A ແລະ ໄດ້ອັນດັບທີ 3 ຈາກຮຸ່ນອາຍຸບໍ່ເກີນ 9 ປີ ທີມ B ຂັນລະດັບດິວິຊັນ 1.

 ໂດຍຜົນງານຂອງ ມາສດາ ລາວ ຈີບີ ເອັບຊີ ທີມ A ລົງສະໜາມໃນຮອບຄັດເລືອກ ສາມາດເອົາຊະນະ ສະໂມສອນ KIDS CT ທີມຈາກຫວຽດນາມ ໄປແບບຂາດຮອຍ 9-0 ປະຕູ, ຊະນະ Vietnam Soccer 10-2 ປະຕູ ແລະ ນັດສຸດທ້າຍ ຊະນະ ຄູ່ປັບເກົ່າ ເຄີຍພົບກັນໃນນັດຊິງຊະນະເລີດ ລາຍການ ລາລິກາ ທີ່ປະເທດມາເລເຊຍ ປີ 2022 ຢ່າງສະໂມສອນ Velo CITY ໄປແບບສະບາຍ 5-2 ປະຕູ ລວມ 3 ນັດ ມີ 9 ຄະແນນ ເປັນອັນດັບທີ 1 ຂອງກຸ່ມ ເອ ສ່ວນ Velo CITY ເປັນທີ 2 ຂອງກຸ່ມ.

ຂະນະທີ່ຜົນງານຂອງ ທີມ B ນັດທີ 1 ຊະນະ ສະໂມສອນ ACF ທີມຈາກຫວຽດນາມ ໄປແບບຂາດຮອຍ 8-2 ປະຕູ, ນັດທີ 2 ຊະນະ ສະໂມສອນ IFA Fc ຈາກຫວຽດນາມ 4-1 ປະຕູ ແລະ ນັດສຸດທ້າຍ ສະເໝີ ສະໂມສອນ NR junior ທີມຈາກມາເລເຊຍ 2-2 ເກັບ 1 ແຕ້ມ ລວມ 3 ນັດ ຊະນະ 2 ນັດ ແລະ ສະເໝີ 1 ນັດ ມີ 7 ແຕ້ມ ເປັນທີ 1 ຂອງ ກຸ່ມ B ສ່ວນ NR Junior ເປັນທີ 2 ຂອງກຸ່ມ.

ສ່ວນຜົນງານໃນຮອບ 4 ທີມສຸດທ້າຍ ມາສດາ ລາວ ຈີບີ ເອັບຊີ ທີມ A ສາມາດໄລ່ເອົາຊະນະ ສໂມສອນ NR Junior 5-1 ປະຕູ ຜ່ານເຂົ້າໄປຊີງຊະນະເລີດ ໂຄຈອນໄປພົບກັບ ຄູ່ປັບເກົ່າ Velo CITY ທີ່ຊະນະ ມາສດາ ລາວ ຈີບີ ເອັບຊີ ທີມ B  5-0 ປະຕູ.

ກ່ອນທີ່ມາສດາ ລາວ ຈີບີ ເອັບຊີ ທີມ A ຈະສາມາດຕອກຢໍ້າໄຊຊະນະລ້າງຕາໃຫ້ທີມ Bໄລ່ຖະຫຼົ່ມເອົາຊະນະ ໄປແບບຂາດຮອຍ 5-1 ປະຕູ ໄດ້ແຊ້ມລາຍການດັ່ງກ່າວໄປຄອງ ສ່ວນ ມາສດາ ລາວ ຈີບີ ເອັບຊີ ທີມ B ກໍສາມາດເອົາຊະນະຈຸດໂທດ NR Junior ຈາກມາເລເຊຍ 4-2 ປະຕູ ຫຼັງໃນເກມ ສະເໝີກັນ 1-1 ຄວ້າອັນດັບທີ 3 ລາຍການນີ້ໄປຄອງ. ຂະນະທີ່ຜົນງານຂອງ ຢູ-13 ແລະ ຢູ-15 ແມ່ນບໍ່ສາມາດສ້າງຜົນງານໄດ້.

ຂອບໃຈຮູບພາບ ແລະ ຂໍ້ມູນຈາກ: MAZDA LAOS GB FC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/