ຮ້ານອາຫານຫຼາຍແຫ່ງໃນ ອາເມຣິກາ ຫັນມາໃຊ້ AI ໃນການຮັບອໍເດີ ເພີ່ມປະສິດທິພາບໃນການບໍລິການລູກຄ້າ


ສຳນັກຂ່າວຕ່າງປະເທດລາຍງານວ່າ ຮ້ານອາຫານຫຼາຍແຫ່ງ ຫຼາຍແບຣນໃນສະຫະລັດອາເມຣິກາ ເລີ່ມທົດລອງນຳເອົາເທັກໂນໂລຢີ AI ມາຊ່ວຍລົດຂັ້ນຕອນໃນການຂະບວນການເຮັດວຽກ ທັງການເຮັດອາຫານໃນຫ້ອງຄົວ ການຮັບອໍເດີລູກຄ້າທາງ Drive-through (ການສັ່ງອາຫານຜ່ານການຂັບລົດຜ່ານ ແບບບໍ່ຕ້ອງເຂົ້າໄປໜ້າຮ້ານ) ຫຼື ທາງໂທລະສັບ ເພື່ອລົດຄວາມຊັບຊ້ອນໃນຂະບວນການ ແລະ ຊ່ວຍໃຫ້ພະນັກງານມີເວລາບໍລິການລູກຄ້າໄດ້ຫຼາຍ ແລະ ດີຂຶ້ນ.

ໂດຍ Yum! Brands ບໍລິສັດເຈົ້າຂອງຮ້ານອາຫານຢ່າງ KFC, Pizza Hut ແລະ ອື່ນໆ ຖືເປັນຜູ້ນຳດ້ານການໃຊ້ງານ AI ບໍ່ວ່າຈະເປັນການວາງລະບົບອັດຕະໂນມັດໃນຄົວ, ການບໍລິຫານພະນັກງານສົ່ງອາຫານ ແລະ ການຕິດຕາມຄຳສັ່ງຊື້ຂອງລູກຄ້າ ເຊິ່ງປັດຈຸບັນໃຊ້ງານໃນຮ້ານ ພິດຊ່າ ກວ່າ 1.000 ສາຂາໃນ ສະຫະລັດ ອາເມຣິກາ ແລະ ອີກກວ່າ 3.000 ສາຂາໃນທົ່ວໂລກ.

ນອກຈາກນີ້ກໍຍັງມີ McDonald’s ທີ່ຈັບມືກັບ IBM ບໍລິສັດຍັກໃຫຍ່ຂອງວົງການເທັກໂນໂລຢີ ເພື່ອນຳເອົາ AI ມາເພີ່ມສັກກະຍະພາບຂອງການຂາຍແບບ Drive-through ໂດຍເລີ່ມທົດລອງແລ້ວໃນບາງສາຂາໃນສະຫະລັດ ອາເມຣິກາ. Del Taco ຮ້ານອາຫານ Fast Food ແບບ ຊາວເມັກຊິໂກ ກໍຈະໃຊ້ AI ມາໂອ້ລົມກັບລູກຄ້າເພື່ອຮັບອໍເດີແບບ Drive-through ເຊັ່ນດຽວກັນ.

ໃນຂະນະທີ່ Wingstop ຮ້ານຂາຍປີກໄກ່ຊັ້ນນໍາຂອງ ສະຫະລັດ ອາເມຣິກາ ກໍຈະໃຊ້ AI ມາຮັບອໍເດີລູກຄ້າຜ່ານທາງໂທລະສັບ. ສ່ວນຮ້ານຂາຍ ເບີເກີຢ່າງ Carl’s Jr ກໍປະກາດຮ່ວມມືກັບ 2​ບໍລິສັດຜູ້ພັດທະນາລະບົບ AI ກໍຄື Presto ແລະ OpenCity AI ເພື່ອນຳເອົາເທັກໂນໂລຢີໃໝ່ນີ້ມາໃຊ້ໃນສາຂາທົ່ວສະຫະລັດ ອາເມຣິກາ.

ນອກຈາກການໃຊ້ AI ເຂົ້າມາໃນການຮັບອໍເດີແລ້ວ ບາງແບຣນບາງຮ້ານຍັງນຳ AI ມາຮ່ວມກັບຫຸ່ນຍົນເພື່ອເຮັດອາຫານ ເຊັ່ນ Panera Bread ເຊິ່ງເປັນຮ້ານຄາເຟ່ ທີ່ຈັບມືກັບ Miso Robotics ບໍລິສັດຜູ້ຜະລິດຫຸ່ນຍົນເຮັດກາເຟເຊິ່ງມີ AI ຄວບຄຸມປະລິມານກາເຟ ແລະ ອຸນຫະພູມ ແລະ ຍັງສາມາດວິເຄາະຂໍ້ມູນເພື່ອລະບຸກາເຟທີ່ລູກຄ້າຂອງຮ້ານມັກສັ່ງໃນແຕ່ລະໄລຍະຂອງມື້ນັ້ນໆ.

ເຊິ່ງຂະບວນການຕ່າງໆນັ້ນ ນອກຈາກຈະຊ່ວຍລົດຄວາມຊັບຊ້ອນ ແລະ ຊ່ວຍແບ່ງເບົາແຮງໃຫ້ພະນັກງານແລ້ວ AI ຍັງອາດຊ່ວຍເພີ່ມຍອດຂາຍໄດ້ອີກດ້ວຍ ໂດຍ ແອນດຣູ ຊາສ ຜູ້ຈັດການຝ່າຍບໍລິໂພກ ແລະ ຮ້ານອາຫານຂອງ TD Cowen ບໍລິສັດທີ່ປຶກສາດ້ານຕະຫຼາດທຶນ ອະທິບາຍວ່າ AI ສາມາດສ້າງກົນລະຍຸດການແນະນຳສິນຄ້າແນະນຳ ເຊັ່ນການຊັກຊວນໃຫ້ລູກຄ້າມີແຮງຈູງໃຈໃນການຊື້ສິນຄ້າມູນຄ່າສູງຂຶ້ນ ແລະ ອາດສ້າງຍອດຂາຍໄດ້ຫຼາຍຂຶ້ນເຖິງ 15%.

ນັບເປັນອີກໜຶ່ງສັນຍານທີ່ສະທ້ອນເຖິງ ຄວາມສຳຄັນ ແລະ ຄວາມສາມາດຂອງເທັກໂນໂລຢີ AI ທີ່ກຳລັງຈະເຂົ້າມີບົດບາດສຳຄັນ ແລະ ປ່ຽນແປງໃນການໃຊ້ຊີວິດທັງໃນດ້ານສັງຄົມ, ທຸລະກິດ, ເສດຖະກິດ ຂອງໂລກມະນຸດເຮົາ ໃນອະນາຄົດ.

ຂອບໃຈຂໍ້ມູນຈາກ: CNBC, CNN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/