ສາຍຂຽວມີເຮ! ປະເທດໄທປົດກັນຊາອອກຈາກກຸ່ມຢາເສບຕິດແລ້ວ


ໃນໄລຍະທີ່ຜ່ານມາ ປະເທດໄທເປັນໜຶ່ງໃນປະເທດທີ່ພະຍາຍາມຊຸກຍູ້ໃຫ້ “ກັນຊາ” ຖືກຖອນອອກຈາກລາຍຊື່ຂອງກຸ່ມຢາເສບຕິດ ເນື່ອງຈາກມີການວິໄຈແລ້ວວ່າສັບພະຄຸນຂອງພືດໃບຂຽວຊະນິດນີ້ບໍ່ໄດ້ເຂົ້າເກນຂອງສານເສບຕິດແຕ່ຢ່າງໃດ.


ຫຼ້າສຸດນີ້ ສຳນັກຂ່າວຂອງໄທຫຼາຍໆສໍານັກໄດ້ລາຍງານວ່າ ນັບຕັ້ງແຕ່ວັນທີ 9 ມິຖຸນາ 2022 ເປັນຕົ້ນໄປ ກົດໝາຍປົດລັອກກັນຊາ ອອກຈາກຢາເສບຕິດ ຈະມີຜົນບັງຄັບໃຊ້ຕາມປະກາດຂອງກະຊວງສາທາລະນະສຸກ ແຕ່ເນື່ອງຈາກ ຂໍ້ບັນຍັດ ກັນຊາ ກັນຊົງ (พ.ร.บ.กัญชา กัญชง) ທີ່ຈະນໍາມາໃຊ້ຄວບຄຸມການໃຊ້ທີ່ບໍ່ຖືກຕ້ອງ ຍັງບໍ່ຜ່ານການພິຈາລະນາຈາກສະພາ ເຮັດໃຫ້ປະຊາຊົນຊາວໄທຫຼາຍຄົນສົງໄສວ່າຫຼັງຈາກວັນທີ 9 ມິຖຸນາ 2022 ແມ່ນປະຊາຊົນສາມາດເຮັດຫຍັງໄດ້ແດ່ກ່ຽວກັບກັນຊາ.



ໂດຍຫາກອີງຈາກປະກາດຂອງກະຊວງສາທາລະນະສຸກ ໄດ້ມີການຖອນກັນຊາ ອອກຈາກລາຍຊື່ຢາເສບຕິດປະເພດ 5 ຫຼື ເອີ້ນງ່າຍໆ ວ່າປົດລັອກ ເຮັດໃຫ້ພືດກັນຊາບໍ່ຈັດເປັນຢາເສບຕິດອີກຕໍ່ໄປ ແລະ ກັນຊາກໍບໍ່ແມ່ນພືດທີ່ມີໄວ້ຕາມຄວາມຜິດກົດໝາຍອີກຕໍ່ໄປ ຕາມປະມວນກົດໝາຍຢາເສບຕິດ. ແຕ່ກໍຕ້ອງລະວັງດ້ວຍເຊັ່ນກັນ ເພາະຕາມຫົວຂໍ້ກົດໝາຍລະບຸຊັດເຈນວ່າອະນຸຍາດສະເພາະພືດກັນຊາ-ກັນຊົງ ທີ່ມີສານ THC (Tetrahydroconnabinol) ບໍ່ເກີນ 0.2% ເທົ່ານັ້ນ.



ທັງນີ້ ກະຊວງສາທາລະນະສຸກໄດ້ຊີ້ແຈງຈຸດຢືນຂອງການປົດລັອກກັນຊາໃນຄັ້ງນີ້ເພື່ອຜົນປະໂຫຍດໃນ 3 ເລື່ອງໄດ້ແກ່.
1. ເພື່ອປະໂຫຍດທາງການແພດ
2. ເພື່ອໃຫ້ເກີດເປັນປະໂຫຍດທາງເສດຖະກິດ ແລະ ອຸດສາຫະກໍາ ກຸ່ມເຄື່ອງສໍາອາງ, ສະໝຸນໄພ. ອາຫານ ແລະ ສົ່ງເສີມວິໄຈນະວັດຕະກໍາ
3. ເພື່ອໃຫ້ປະຊາຊົນມີທາງເລືອກໃນການດູແລສຸຂະພາບຂອງຕົນເອງ

ດັ່ງນັ້ນແລ້ວ ຫາກໃຊ້ໃນອຸດສາຫະກໍາແປຮູບກໍຕ້ອງຂໍອະນຸຍາດຈາກສໍານັກງານຄະນະກໍາມະການອາຫານແລະຢາ (ອຢ) ກ່ອນ ລວມໄປຮອດປະຊາຊົນຄົນໄທທົ່ວໄປ ຫາກຄິດຈະປູກກໍຕ້ອງປູກໃນບ່ອນທີ່ມີຮົ້ວກັ້ນຢ່າງຮອບຄອບເທົ່ານັ້ນ ແລະ ບໍ່ນໍາມາໃຊ້ທາງສາທາລະນະເຊັ່ນກັນ.v



ທີ່ມາ:
– https://cutt.ly/hJJCDkx
– https://cutt.ly/vJJCKEO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/