ພິກສະໄໝ ອິນສຸມັງ ນັກກິລາໂວວີນຳທີມຊາດລາວສີມືດີ ໄດ້ຫຼຽນມາຫຼາຍເວທີ ທັງໃນຊີເກມ ແລະ ລະດັບໂລກ


ນາງ ພິກສະໄໝ ອິນສຸມັງ ນັກກິລາ ໂວວີນຳ ທີມຊາດລາວ ຜູ້ທີ່ມີປະສົບການເວທີລະດັບຊີເກມ ໄປຈົນຮອດລະດັບສາກົນ, ຕະຫຼອດທີ່ຜ່ານມາໄດ້ທັງຫຼຽນຄຳ, ຫຼຽນເງິນ ແລະ ຫຼຽນທອງ. ນັບໄດ້ວ່າ ເປັນນັກກິລາຄົນໜຶ່ງທີ່ສ້າງຊື່ສຽງໃຫ້ແກ່ປະເທດລາວ ສາມາດຄວ້າໄຊຊະນະມາຝາກມາຕ້ອນແຟນໆຊາວລາວ ແລະ ຫຼ້າສຸດ ໃນມະຫະກຳກິລາຊີເກມທີ່ ສສ ຫວຽດນາມ ຄັ້ງທີ 31 ກໍສາມາດຄວ້າຫຼຽນຄຳມາໄດ້.

1. ຜົນງານທີ່ຜ່ານມາມີຫຍັງແດ່?

  • ຊິງແຊ້ມໂລກຢູ່ ສສ ຫວຽດນາມ ປີ 2011 ໄດ້ຫຼຽນຄໍາ ປະເພດທີມ ຍິງ 1 ຊາຍ 3
  • ຊີເກມຢູ່ປະເທດມຽນມາ 2013 ປະເພດທີມ ຍິງ 1 ຊາຍ 3
  • ຊິງແຊ້ມອາຊີ ຄັ້ງທີ 1 ຈົນຮອດ ຄັ້ງທີ 5 ຄູ່ດາບແມ່ນບາງຄັ້ງກໍໄດ້ຫຼຽນຄໍາ ແລະ ຫຼຽນທອງແດງ
  • ຊິງແຊ້ມອາຊຽນຢູ່ ອິນໂດເນເຊຍ ຄັ້ງທີ 4 ປີ 2018 ໄດ້ຫຼຽນຄໍາ ຄູ່ດາບ
  • ມະຫະກໍາກິລາມະຫາວິທະຍາໄລ ຢູ່ມຽນມາ ປີ 2019 ໄດ້ຫຼຽນຄໍາ ປະເທດທີມ ຍິງ 1 ຊາຍ 3 ແລະ ຫຼຽນເງິນ ຄູ່ດາບ
  • ຊິງແຊ້ມໂລກຢູ່ ກໍາປູເຈຍ ປີ 2019 ໄດ້ຫຼຽນທອງແດງ ຄູ່ດາບ ແລະ ທີມ ຍິງ 1 ຊາຍ 3
  • ຊີເກມຄັ້ງທີ 31 ຢູ່ ສສ ຫວຽດນາມ ໄດ້ຫຼຽນຄໍາ ຄູ່ດາບ ກັບ ທອງແດງ ທີມ ຍິງ 1 ຊາຍ 3

2.ມີຄວາມຮູ້ສຶກແນວໃດທີ່ໄດ້ຄວ້າໄຊຊະນະ?

ຊີເກມຄັ້ງທີ 31 ທີ່ໄດ້ຫຼຽນຄໍາຄັ້ງນີ້ ກໍມີຄວາມຮູ້ສຶກດີໃຈຫຼາຍ ທີ່ເຮັດໃຫ້ປະເທດຊາດສໍາເລັດ ເພາະກ່ອນຈະລົງແຂ່ງກໍມີຄວາມກົດດັນຫຼາຍເພາະຢ້ານມີຄວາມຜິດພາດ ເພາະຢູ່ໃນສະໜາມກອງເຊຍ ແລະ ເຈົ້າພາບເຕັມສະໜາມເລີຍກໍວ່າໄດ້. ຕົນເອງ ແລະ ທີມ ກໍມີຄວາມກົດເປັນທຳມະດາ ແຕ່ພໍພວກເຮົາຊະນະມາໄດ້ຄວາມກົດດັນກໍຫາຍໄປເທື່ອລະໜ້ອຍ ກາຍມາເປັນດີໃຈ ແລະ ພູມໃຈ ທີ່ສາມາດຄວ້າຫຼຽນມາໄດ້ ເຮັດໃຫ້ກອງເຊຍ, ຄູ-ອາຈານ, ໝູ່ເພື່ອນ, ຄອບຄົວ ຜູ້ທີ່ສະໜັບສະໜູນດີໃຈໄປພ້ອມໆກັນ ໄຊຊະນະສາມາດທຳລາຍກຳແພງຄວາມກົດດັນໄດ້ເປັນຢ່າງດີ ແລະ ກຳລັງກອງເຊຍທຸກຄົນ ທີ່ສາມາດເຮັດໃຫ້ຜ່ານຜ່າຄວາມກົດດັນໄດ້.

3.ອະນາຄົດມີແຜນຫຍັງ?

ອະນາຄົດມີແຜນຢາກຈະເປີດສອນກິລາປະເພດນີ້ ເພື່ອເຟັ້ນຫານັກກິລາໃຫ້ສືບຕໍ່ໄປ ໃຫ້ວົງການກິລາລາວກ້າວອອກສູ່ໂລກພາຍນອກໃຫ້ດີຍິ່ງຂຶ້ນ. ນອກຈາກນີ້ ຕົນເອງກໍຈະກະກຽມຊ້ອມ ໃນມະຫະກຳຊີເກມຄັ້ງຕໍ່ໄປຢູ່ທີ່ກຳປູເຈຍ ແລະ ການປະກວດການແຂ່ງຂັນລະດັບພາກພື້ນອື່ນໆອີກດ້ວຍ.

ແນວໃດກໍຂໍຊົມເຊີຍທັງ ພິກສະໄໝ ອິນສຸມັງ ແລະ ທຸກຄົນໃນທີມທີ່ສາມາດພາກັນຄວ້າໄຊຊະນະໄປນຳກັນ ບໍ່ວ່າຈະໄປແຂ່ງໃນເວທີໃດກໍເອົາຜົນສຳເລັດມາໃຫ້ພີ່ນ້ອງຊາວລາວໝົດທຸກຄົນ,  ສ້າງຊື່ສຽງໃຫ້ແກ່ປະເທດຊາດ, ເຮັດໃຫ້ຫຼາຍປະເທດເກືອບທົ່ວໂລກໄດ້ຮັບຮູ້ວ່ານັກກິລາລາວເຮົາກໍມີຄວາມສາມາດຄວ້າຫຼຽນມາຄອບຄອບຄອງໄດ້ເຊັ່ນດຽວກັນ.

ຂອບໃຈບົດສຳພາດໂດຍ: ພິກສະໄໝ https://cutt.ly/hJJEMHQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/