EU ອອກກົດບັງຄັບໃຫ້ທຸກບໍລິສັດທີ່ຜະລິດອຸປະກອນເທັກໂນໂລຢີ ຕ້ອງອອກແບບສາຍສາກເປັນ USB-C ເທົ່ານັ້ນ


ເຄີຍເປັນຫຼືບໍ່? ມີອຸປະກອນເທັກໂນໂລຢີເປັນ 10 ຢ່າງ ເຊິ່ງແຕ່ລະຢ່າງກໍແມ່ນຄົນລະຍີ່ຫໍ້ກັນ ເຊິ່ງລວມເຖິງສາຍສາກນໍາ. ດັ່ງນັ້ນ ເຮັດໃຫ້ບາງເທື່ອມັນກໍຍາກຕໍ່ການໃຊ້ງານ ຖ້າສາຍສາກຂອງອຸປະກອນໃດໜຶ່ງເປ່ເພ ຫຼື ຫາຍໄປ ແລະ ຫຼາຍຄົນກໍໜ້າຈະຄິດວ່າເປັນຫຍັງບໍລິສັດຜູ້ຜະລິດຈຶ່ງບໍ່ຜະລິດສາຍສາກທີ່ມັນໃຊ້ຮ່ວມກັນໄດ້ທຸກຊະນິດເລີຍ?

ດ້ວຍເຫດນີ້ ເຮັດໃຫ້ເມື່ອວັນທີ 7 ມິຖຸນາ 2022 ທີ່ຜ່ານມາ ສະຫະພາບຢູໂຣບ ຫຼື EU ໄດ້ອອກກົດບັງຄັບໃໝ່ ວ່າດ້ວຍ ທຸກບໍລິສັດທີ່ຜະລິດອຸປະກອນທາງເທັກໂນໂລຢີ ຕ້ອງອອກແບບໃຫ້ໃຊ້ສາຍສາກຮ່ວມກັນໄດ້ ເຊິ່ງນັ້ນກໍຄືສາຍສາກແບບ USB-C.

ເຊິ່ງເນື້ອໃນຂອງຂໍ້ບັງຄັບດັ່ງກ່າວແມ່ນລະບຸໄວ້ວ່າ ນັບຕັ້ງແຕ່ປີ 2024 ເປັນຕົ້ນໄປ ໂທລະສັບ, ແທັບເລັດ, ກ້ອງດິຈິຕອນ, ເຄື່ອງຫຼິ້ນເກມແບບພົກພາ, ຫູຟັງ, ລໍາໂພງພົກພາ, ຄີບອດ, ໄມ, ຫູຟັງ ແລະ ອຸປະກອນອື່ນໆ ທີ່ພົກພາໄດ້ ຈະຕ້ອງປັບປ່ຽນມາໃຊ້ສາຍສາກແບບ USB-C ແລະ ໃນປີ 2025 ກົດດຽວກັນນີ້ຈະຖືກປັບໃຊ້ກັບອຸປະກອນປະເພດແລັບທັອບ.

ທາງ EU ເຜີຍວ່າ ກົດນີ້ຈະຊ່ວຍລົດປະລິມານແກ໊ສ Co2 ພ້ອມກັບຊ່ວຍໃຫ້ຜູ້ບໍລິໂພກສາມາດໃຊ້ສາຍສາກອັນດຽວກັນ ສາກແບັດໃຫ້ກັບຫຼາຍໆ ອຸປະກອນທີ່ມີ ບໍ່ວ່າຈະເປັນຍີ່ຫໍ້ໃດກໍຕາມ ຫຼັງຈາກພົບວ່າມີສາຍສາກທີ່ບໍ່ໄດ້ໃຊ້ງານແລະຖືກຖິ້ມ 11,000 ລ້ານໂຕນຕໍ່ປີ.

“ກົດໝາຍໃໝ່ນີ້ຈະເຮັດໃຫ້ຜູ້ບໍລິໂພກໃນຢູໂຣບມີຊີວິດທີ່ງ່າຍຂຶ້ນ ແລະສົ່ງຜົນດີກັບສິ່ງແວດລ້ອມນໍາ” Andrey Kovatchev ຜູ້ທີ່ເປັນສະມາຊິກສະພາຢູໂຣບໄດ້ກ່າວ.

ແນ່ນອນວ່າ ການອອກກົດນີ້ຍ່ອມກະທົບກັບບໍລິສັດເທັກໂນໂລຢີບາງແຫ່ງ ແລະ “Apple” ກໍເປັນໜຶ່ງໃນນັ້ນເນື່ອງຈາກທາງ Apple ມີສາຍສາກ ‘Lightning’ ຂອງຕົນເອງ ທາງບໍລິສັດຈຶ່ງເບິ່ງກົດນີ້ເປັນສິ່ງທີ່ບໍ່ຈຳເປັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/