EU ກຽມແບນການຈໍາໜ່າຍລົດທີ່ໃຊ້ພະລັງງານເຊື້ອໄຟ ທີ່ຜະລິດໃໝ່ຕັ້ງແຕ່ປີ 2035 ແລະ ຊຸກຍູ້ໃຫ້ໃຊ້ລົດໄຟຟ້າ


ການໃຊ້ລົດໃນອະນາຄົດຈະບໍ່ເປັນການທໍາຮ້າຍສິ່ງແວດລ້ອມ ແລະ ສ້າງມົນລະພິດອີກຕໍ່ໄປ ເມື່ອ EU ປະກາດກຽມແບນການຈໍາໜ່າຍລົດທີ່ໃຊ້ພະລັງງານເຊື້ອໄຟທີ່ຜະລິດໃໝ່ຕັ້ງແຕ່ປີ 2035, ຊຸກຍູ້ໃຫ້ໃຊ້ລົດໄຟຟ້າ ແລະ ພະລັງງານສະອາດ.

ປະກາດດັ່ງກ່າວແມ່ນມີຂຶ້ນໃນວັນທີ 8 ມິຖຸນາ ໂດຍລັດຖະສະພາຢູໂຣບ ເຊິ່ງເປັນໜຶ່ງໃນເສົາຫຼັກຂອງສະຫະພາບຢູໂຣບ (EU) ເຫັນດີກັບຮ່າງກົດໝາຍກຽມແບນການຈັດຈໍາໜ່າຍລົດເຜົາໄໝ້ເຊື້ອໄຟຟອສຊິລທີ່ຜະລິດຂຶ້ນໃໝ່ ຕັ້ງແຕ່ປີ 2035 ເປັນຕົ້ນໄປ ສະໜັບສະໜູນໃຫ້ໃຊ້ລົດໄຟຟ້າແລະພະລັງງານສະອາດ ຕັ້ງເປົ້າໝາຍລົດການປ່ອຍແກ໊ສເຮືອນແກ້ວລົງ 55% ລົງພາຍໃນປີ 2030 ເມື່ອທຽບກັບລະດັບແກ໊ສເຮືອນແກ້ວໃນໄລຍະປີ 1990.

ທັງນີ້ ບັນດານັກກົດໝາຍຂອງ EU ຕ່າງກໍສະໜັບສະໜູນຂໍ້ສະເໜີຂອງຄະນະກໍາມາທິການຢູໂຣບທີ່ຕ້ອງການໃຫ້ມີການລົດການປ່ອຍແກ໊ສ Co2 100% ຈາກບັນດາລົດທີ່ຜະະລິດຂຶ້ນໃໝ່ ພາຍໃນປີ 2035 ເຊິ່ງຈະເຮັດໃຫ້ບໍລິສັດທີ່ຜະລິດລົດທີ່ໃຊ້ພະລັງງານເຊື້ອໄຟ ໃນ EU ບໍ່ສາມາດຈັດຈໍາໜ່າຍໄດ້ ນັບຕັ້ງແຕ່ນັ້ນເປັນຕົ້ນມາ.

ໂດຍ 15% ຂອງແກ໊ສເຮືອນແກ້ວທີ່ປະເທດສະມາຊິກ EU ປ່ອຍອອກມາສູ່ຊັ້ນບັນຍາກາດຈາກການຄົມມະນາຄົມຕາມຖະໜົນຫົນທາງ ເຊິ່ງການລົດການປ່ອຍແກ໊ສໃນສ່ວນນີ້ລົງຈຶ່ງມີຄວາມສໍາຄັນຫຼາຍ ທີ່ຈະຊ່ວຍໃຫ້ເຮົາໄປຮອດເປົ້າໝາຍດ້ານການກອບກູ້ສະພາບອາກາດໄດ້.

ພ້ອມກັນນັ້ນ ຍັງເປັນເປັນການເລັ່ງຊຸກຍູ້ການໃຊ້ລົດໄຟຟ້າໃນຢູໂຣບຫຼາຍຍິ່ງຂຶ້ນ ພ້ອມກະຕຸ້ນໃຫ້ບັນດາຜູ້ຜະລິດລົດທັງຫຼາຍຫັນມາມຸ່ງເນັ້ນການຜະລິດລົດໄຟຟ້າຫຼາຍຍິ່ງຂຶ້ນ ເຊິ່ງ EU ກຽມອອກຮ່າງກົດໝາຍກຳນົດຈຸດສາກໄຟຟ້າໃນບັນດາປະເທດສະມາຊິກ ເພື່ອຮອງຮັບຍານພາຫະນະພະລັງງານສະອາດທີ່ເປັນມິດຕໍ່ຄົນແລະສິ່ງແວດລ້ອມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/