FIFA ປຶກສາເຖິງຄວາມເປັນໄປໄດ້ ທີ່ຈະນຳຫຸ່ນຍົນເຂົ້າມາຊ່ວຍກຳມະການຕັດສິນ ໃນບານໂລກ 2022 ນີ້


ປັດຈຸບັນ ເທັກໂນໂລຢີ ແມ່ນມີບົດບາດຫຼາຍໃນວົງການບານເຕະ ນອກຈາກຈະຊ່ວຍໃນເລື່ອງເຄື່ອງມືໃນການບຳລຸງຮັກສາສະພາບຮ່າງກາຍຂອງນັກກິລາແລ້ວ ເທັກໂນໂລຢີ ຍັງຖືກນຳເຂົ້າມາຊ່ວຍໃນເລື່ອງຂອງການຕັດສິນ ເພື່ອໃຫ້ມີຄວາມໂປ່ງໃສຫຼາຍຂຶ້ນ ຢ່າງເຊັ່ນ ເທັກໂນໂລຢີ Goal Line ແລະ VAR ເປັນຕົ້ນ. ແລະ ໃນການແຂ່ງຂັນບານໂລກ 2022 ທີ່ກາຕ້າ ທີ່ຈະຈັດຂຶ້ນໃນປາຍປີນີ້ ກໍມີລາຍງານອອກມາວ່າຈະມີການນຳເອົາເທັກໂນໂລຢີໃໝ່ເຂົ້າມາໃຊ້ງານ ນັ້ນກໍຄື Robo Linesman ຫຼືວ່າ Linesman ທີ່ເປັນຫຸ່ນຍົນ ເພື່ອໃຊ້ຊ່ວຍໃນຈັງຫວະລໍ້າໜ້າ.

ຈານນີ ອິນຟານຕິໂນ້ ປະທານສະຫະພັນບານເຕະໂລກ ຫຼື FIFA ໄດ້ກຽມຊຸກຍູ້ທີ່ຈະໃຫ້ນຳໃຊ້ເທັກໂນໂລຢີດັ່ງກ່າວໃນການແຂ່ງຂັນບານໂລກ 2022 ນີ້ ໂດຍນຳລະບົບ “Semi automated offside” ມາໃຊ້ ເຊິ່ງຈະເປັນການໃຊ້ກ້ອງ ຈຳນວນ 10 ໜ່ວຍ ໃນການຈັບການເຄື່ອນໄຫວຂອງນັກເຕະແຕ່ລະຄົນດ້ວຍການພິຈາລະນາຕຳແໜ່ງຂອງຮ່າງກາຍ 29 ຈຸດ. ເທັກໂນໂລຢີດັ່ງກ່າວ ສາມາດຈັບຈັງຫວະລໍ້າໜ້າໄດ້ໄວກວ່າ VAR ແລະ ມີຄວາມຖືກຕ້ອງຫຼາຍກວ່າ.

ໂດຍກ່ອນໜ້ານີ້ ເຄີຍມີການນຳໃຊ້ເທັກໂນໂລຢີດັ່ງກ່າວມາແລ້ວ ໃນການແຂ່ງຂັນຊິງແຊ້ມສະໂມສອນໂລກ ແລະ ການແຂ່ງຂັນ Arab Cup ໃນປີ 2021.

ເຖິງຢ່າງໃດກໍຕາມ ການຈະນຳເທັກໂນໂລຢີດັ່ງກ່າວມາໃຊ້ ຫຼືບໍ່ນັ້ນ ຂຶ້ນຢູ່ກັບການປະຊຸມຂອງ ຄະນະບໍລິຫານ ຂອງ FIFA ວ່າຈະນຳມາໃຊ້ໃນ ບານໂລກ 2022 ໃນໄລຍະປາຍປີນີ້ເລີຍຫຼືບໍ່.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/