ຢອກກັນແມ່ນບໍ່! Harry Kane ບອກວ່າ ອິຕາລີ ເປັນໜຶ່ງໃນທີມທີ່ມີໂອກາດຄວ້າແຊ້ມບານໂລກ ທັ້ງໆທີ່ອິຕາລີບໍ່ໄດ້ໄປບານໂລກ


ອິຕາລີ ເປັນອີກທີມໜຶ່ງທີ່ພິກລັອກບໍ່ສາມາດເຂົ້າມາຫຼິ້ນບານໂລກໃຮອບ 32 ທີມ ສຸດທ້າຍໄດ້. ການທີ່ບໍ່ໄດ້ມາຫຼິ້ນ ບານໂລກ ເຖິງ 2 ປີຊ້ອນ ແຟນບານອິຕາລີ ກໍເຈັບປວດພໍແລ້ວ. ແຕ່ຫຼ້າສຸດ ແຮຣີ້ ເຄນ ກອງໜ້າກັບຕັນທີມຊາດອັງກິດ ບໍ່ຮູ້ວ່າ ລືມແທ້ ຫຼື ຕັ້ງໃຈຕອກຍໍ້າຄວາມເຈັບປວດໃຫ້ກັບແຟນໆ ໂດຍບອກວ່າ ອິຕາລີ ເປັນຕົວເຕັງ ທີ່ຈະຄວ້າແຊ້ມບານໂລກໃນປີນີ້.

ເຫດການດັ່ງກ່າວ ເກີດຂຶ້ນຫຼັງເກມທີ່ ທີມຊາດອັງກິດ ບຸກໄປສະເໝີກັບ ທີມຊາດ ເຢຍລະມັນ 1 ປະຕູຕໍ່ 1 ໃນການແຂ່ງຂັນ UEFA Nation League ຮອບແບ່ງກຸ່ມ ເມື່ອວັນທີ 7 ມິຖຸນາ ທີ່ຜ່ານມາ. ໂດຍເປັນການໃຫ້ສຳພາດຂອງ ແຮຣີ້ ເຄນ ກອງໜ້າກັບຕັນທີມຊາດອັງກິດ ເຖິງປະເດັນທີ່ວ່າ ທີມໃດແດ່ຈະເປັນຕົວເຕັງຄວ້າແຊ້ມບານໂລກ ໃນປີນີ້.

ໂດຍນັກຂ່າວຍິງຄຳຖາມວ່າ 3 ທີມທີ່ມີໂອກາດຄວ້າແຊ້ມ ບານໂລກໃນປີນີ້ ມີທີມໃດແດ່ ແລະ ແຮຣີ້ ເຄນກໍໄດ້ຕອບວ່າ ອິຕາລີ ເປັນໜຶ່ງທີມທີ່ມີໂອກາດຄວ້າແຊ້ມໂດຍກ່າວວ່າ:

“ມີທີມເກັ່ງໆຫຼາຍທີມເລີຍ ເຈົ້າຈະເຫັນວ່າ ມີທີມຊັ້ນນຳໃນຢູໂຣບຫຼາຍທີມເຂົ້າຮ່ວມ ເຊັ່ນ: ພວກເຮົາທີມຊາດອັງກິດ, ເຢຍລະມັນ, ຝຣັ່ງ, ສະເປນ, ອີຕາລີ ແຖມຍັງມີ ບຣາຊິວ ກັບ ອາເຈນຕິນ່າອີກ ພວກເຂົາເປັນສຸດຍອດທີມຈາກທົ່ວທຸກມຸມໂລກ ການຈະເປັນແຊ້ມບານໂລກໄດ້ນັ້ນ ເຈົ້າຕ້ອງໃຊ້ຄວາມສາມາດສູງສຸດທີ່ເຈົ້າມີ ແລະ ຫຼິ້ນໃຫ້ໄດ້ດີຕະຫຼອດຈົນຈົບການແຂ່ງຂັນ”.

ແນ່ນອນວ່າເມື່ອ ບົດສຳພາດນີ້ຖືກປ່ອຍອອກໄປ ກໍກາຍເປັນທີ່ຮືຮາ ແລະ ອອກໄປທາງຕະຫຼົກທັນທີ ເພາະຄວາມຈິງແລ້ວ ທີມຊາດອິຕາລີບໍ່ໄດ້ຜ່ານເຂົ້າໄປຫຼິ້ນບານໂລກ ຮອບ 32 ທີມສຸດທ້າຍ, ຫຼັງຕົກຮອບໄປໃນຮອບ Play off ເມື່ອເດືອນ ມີນາ ທີ່ຜ່ານມາ.

ກ່ອນການຄັດເລືອກ ບານໂລກ 2022 ນີ້ຈະສິ້ນສຸດລົງ ທີມຊາດອິຕາລີ ເປັນອີກໜຶ່ງທີມທີ່ຖືກເບິ່ງວ່າມີສັກກະຍະພາບພຽງພໍທີ່ຈະສາມາດ ຄວ້າແຊ້ມ ບານໂລກໄດ້, ຫຼັງຈາກເມື່ອ ປີ 2021 ອີຕາລີ ສາມາດຄວ້າແຊ້ມ ຢູໂຣມາໄດ້ ແຕ່ສຸດທ້າຍກໍມາພິກລັອກຕົກຮອບ ຫຼັງເສຍໃຫ້ກັບທີມຊາດ ມາຊີໂດເນຍເໜືອ ໄປ 0 ປະຕູຕໍ່ 1.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/