ສັງເກດ 5 ອາການສ່ຽງເປັນໂຣກຊືມເສົ້າ.


ໂຣກຊືມເສົ້າເປັນໂຣກທາງຈິດຕະເວດທີ່ມີຜູ້ເປັນຈຳນວນຫຼາຍ ໂດຍອັດຕາການເສຍຊີວິດຂອງໄວຫນຸ່ມທີ່ສູງຂື້ນນັ້ນ ສ່ວນໜື່ງເກິດຈາກການທີ່ຕົນເອງຢູ່ໃນພາວະຊືມເສົ້ານັ້ນເອງ ໂຣກນີ້ບາງຄົນເປັນໂດຍທີ່ຕົນເອງບໍ່ຮູ້ ຄຶດວ່າເປັນເພາະຕົນເອງຄຶດຫຼາຍໄປເອງກໍມີ ເຮັດໃຫ້ບໍ່ໄດ້ຮັບການຮັກສາທີ່ເໝາະສົມ ແລະ ທັນການ. ດັ່ງນັ້ນ ເຮົາມາຮູ້ຈັກກັບໂຣກນີ້ໃຫ້ຫຼາຍຂື້ນກັນ.

ຜູ້ທີ່ປ່ວຍເປັນໂຣກຊືມເສົ້ານັ້ນຈະມີການປ່ຽນແປງໄປຈາກທີ່ເຄີຍເປັນຜ່ານມາຂ້ອນຂ້າງຫຼາຍ ການປ່ຽນແປງຫຼັກໆຈະເປັນໃນດ້ານອາລົມ, ຄວາມຮູ້ສຶກນຶກຄຶດ, ພຶດຕິກຳ ຮ່ວມກັບອາການທາງຮ່າງກາຍຕ່າງໆເຊິ່ງສາມາດສັງເກດອາການທີ່ປ່ຽນແປງໄດ້ດັ່ງນີ້:

  1. ອາລົມປ່ຽນແປງໄປ

ຈະກາຍເປັນຄົນເສົ້າ ຫົດຫູ່ ສະເທືອນໃຈງ່າຍ ຮ້ອງໄຫ້ຕະຫຼອດ ເລື່ອງເລັກໆນ້ອຍໆກໍເບິ່ງຄືຈະເປັນເລື່ອງອ່ອນໄຫວໄປໝົດ ບາງຄົນອາດມີຄວາມຮູ້ສຶກເບື່ອໜ່າຍໄປໝົດທຸກສິ່ງທຸກຢ່າງສິ່ງເກົ່າທີ່ຕົນເອງເຄີຍເຮັດແລ້ວມ່ວນຊື່ນ ຫຼື ສະບາຍໃຈເຊັ່ນ: ຟັງເພງ, ພົບພໍ້ຫມູ່ເພື່ອນ, ເຂົ້າວັດ ກໍບໍ່ຢາກເຮັດ ຫຼື ເຮັດແລ້ວກໍບໍ່ເຮັດໃຫ້ສະບາຍໃຈຂື້ນ ບາງເທື່ອກໍຮູ້ສຶກເບື່ອໄປໝົດ ຕັ້ງແຕ່ຕື່ນເຊົ້າບາງຄົນອາດມີອາລົມຫງຸດຫງິດງ່າຍ ອີ່ຫຍັງກໍຂີນຫູຂວາງຕາໄປໝົດກາຍເປັນຄົນອາລົມຮ້າຍບໍ່ໃຈເຢັນຄືເກົ່າ.

  • ຄວາມຄຶດປ່ຽນໄປ

ແນມເບິ່ງຫຍັງກໍຮູ້ສຶກເບື່ອໄປໝົດເບິ່ງຊີວິດທີ່ຜ່ານມາໃນອາດີດກໍເຫັນແຕ່ຄວາມຜິດພາດຄວາມລົ້ມເຫຼວຂອງຕົນເອງບໍ່ເຫັນທາງອອກ, ເບິ່ງບໍ່ເຫັນອານາຄົດ, ຮູ້ສຶກທໍ້ແທ້ໝົດຫວັງກັບຊີວິດ ບາງຄົນກາຍເປັນຄົນບໍ່ມີຄວາມໝັ້ນໃຈຕົນເອງ ຈະຕັດສິນໃຈອີຫຍັງກໍລັງເລ ຮູ້ສຶກວ່າຕົນເອງໄຮ້ຄ່າ ໄຮ້ຄວາມສາມາດ ເປັນພາລະແກ່ຄົນອື່ນ ແລະ ຈາກຄວາມຮູ້ສຶກເຫຼົ່ານີ້ອາດເຮັດໃຫ້ເຈົ້າໂຕຄຶດຫາແຕ່ເລື່ອງການຕາຍຢູ່ຕະຫຼອດ ທຳອິດກໍ່ອາດຄຶດພຽງຢາກໜີໄປໃຫ້ພົ້ນໆຈາກສະພາບຕອນນີ້ ຕໍ່ມາກໍເລິ່ມຄຶດຢາກຕາຍ ແຕ່ກໍບໍ່ໄດ້ຄຶດຫາແຜນການອີຫຍັງທີ່ແນ່ນອນ ເມື່ອອາລົມເສົ້າ ຫຼື ຄວາມຮູ້ສຶກໝົດຫວັງມີຫຼາຍຂຶ້ນ ກໍຈະເລິ່ມຄຶດເປັນເລື່ອງເປັນລາວວ່າຈະເຮັດແບບໃດໃນຊ່ວງນີ້ຫາກມີເຫດການມາກະທົບກະເທືອນຈິດໃຈກໍອາດເກິດການທຳຮ້າຍຕົນເອງຂື້ນໄດ້ຈາກອາລົມຊົ່ວວູບ.

  • ສະມາທິຄວາມຈຳລົດລົງ

ຈະຫຼົງລືມໄດ້ງ່າຍໂດຍສະເພາະກັບເລື່ອງໃໝ່ໆວາງເຄື່ອງໄວ້ບ່ອນໃດກໍຄຶດບໍ່ອອກ ຍາດພີ່ນ້ອງເວົ້ານຳມື້ເຊົ້າກໍຄຶດບໍ່ອອກວ່າເຂົາບອກວ່າອີຫຍັງ ຈິດໃຈລ່ອງລອຍ ເຮັດຫຍັງບໍ່ໄດ້ດົນເນື່ອງຈາກສະມາທິບໍ່ມີເບິ່ງໂທລະສັບດົນໆຈະບໍ່ຮູ້ເລື່ອງອ່ ານໜັງສືໄດ້ພຽງຫນ້ອຍດຽວ ປະສິດຕິພາບໃນການເຮັດວຽກລົດລົງ ເຮັດວຽກຜິດໆຖືກໆ.

  • ຄວາມສຳພັນກັບຄົນອ້ອມຂ້າງປ່ຽນໄປ

ຜູ້ທີ່ເປັນໂຣກນີ້ມັກຈະເບິ່ງຄືຊືມໆ ບໍ່ແຈ່ມໃສຄືເກົ່າ ຈະເກັບຕົວຫຼາຍຂຶ້ນບໍ່ຄ່ອຍເວົ້າຈາກັບໃຜ ບາງຄົນອາດກາຍເປັນຄົນໃຈນ້ອຍອ່ອນໄຫວງ່າຍ ເຊິ່ງຄົນອ້ອມຂ້າງກໍມັກຈະບໍ່ເຂົ້າໃຈວ່າເປັນຫຍັງເຖິງປ່ຽນໄປ ບາງຄົນອາດຫງຸດຫງິດຫຼາຍກວ່າເດິມ.

  • ອາການໂຣກຈິດ

ຈະພົບໃນລາຍທີ່ເປັນຮຸນແຮງ ເຊິ່ງນອກຈາກຜູ້ທີ່ເປັນຈະມີອາການຊືມເສົ້າຫຼາຍແລ້ວຍັງພົບວ່າມີອາການຂອງໂຣກຈິດໄດ້ແກ່: ອາການຫຼົງຜິດ ຫຼື ປະສາດຫຼອນຮ່ອມດ້ວຍ ແຕ່ທີ່ພົບເຫັນຕະຫຼອດຄືຈະເຊື່ອວ່າມີຄົນຈອບກໍ່ກວນ ຫຼື ປະສົງຮ້າຍຕໍ່ຕົນເອງ ອາດມີຫູຝາດວ່າມີສຽງສົນທະນາກັນ. ແຕ່ເຖິງຢ່າງໃດກໍຕາມອາການເຫຼົ່ານີ້ມັກຈະເປັນພຽງຊົ່ວຄາວເທົ່ານັ້ນເມື່ອໄດ້ຮັບການຮັກສາ ອາລົມເສົ້າດີຂື້ນ ອາການໂຣກຈິດກໍຄ່ອຍໆຫາຍໄປ.

ແຕ່ເຖິງຢ່າງໃດກໍ່ຕາມການຮັກສາຜູ້ປ່ວຍທີ່ເປັນໂຣກຊືມເສົ້ານີ້ ຄອບຄົບ ແລະ ຍາດຕິພີ່ນ້ອງ ຖືເປັນຄົນສຳຄັນທີ່ສຸດຫາກຄອບຄົວມີຄວາມຮູ້ ຄວາມເຂົ້າໃຈ ກໍເປັນສ່ວນສຳຄັນໃນການດູແລຮັກສາຜູ້ປ່ວຍ ແລະ ຊ່ວຍໃຫ້ຜູ້ປ່ວຍມີກຳລັງໃຈໃນການດູແລຮັກສາຕົນເອງຕໍ່ໄປ..

ນອກຈາກນີ້ພວກເຮົາຍັງມີຄຳແນະນຳພຶດຕິກຳການໃຊ້ຊີວິດ ຫຼື ການດຳເນິນຊີວິດດ້ວຍຫຼັກ  “ 3 ອ ” ຄື: ອາຫານ, ອອກກຳລັງກາຍ,  ແລະ ອາລົມ. ເຊິ່ງການມີພຶດຕິກຳສຸຂະພາບທັ້ງ 3 ອ ນີ້ ຫາກປະຕິບັດໃຫ້ເໝາະສົມ ແລະ ສົມດຸນກັນແລ້ວກໍເປັນປັດໄຈສຳຄັນຕໍ່ການມີສຸຂະພາບດີ ຫຼື ບໍ່ດີຂອງຄົນໃນທຸກເພດທຸກໄວໄດ້ອີກດ້ວຍ.

ທີ່ມາ: https://www.sanook.com/health/4873/