Israel ເປັນປະເທດທຳອິດໃນໂລກທີ່ແບນການຊື້-ຂາຍ ເສື້ອຜ້າຂົນ-ໜັງສັດ..!!


Israel ເປັນປະເທດທຳອິດໃນໂລກທີ່ແບນການຊື້-ຂາຍ ເສື້ອຜ້າຂົນ-ໜັງສັດ..!! ຖ້າຜູ້ໃດລະເມິດຈະຖືກປັບເຖິງ $24,889 ແລະ ຈະຖືກຈໍາຄຸກ 1 ປີ ເພື່ອຢຸດການຂ້າທາລຸນ ແລະ ທໍລະມານສັດ ເປັນບາດກ້າວໃຫຍ່ທີ່ປົກປ້ອງສັດ ແລະສັດປ່າ.

Israel ເປິດເຜີຍກ່ຽວກັບການກຽມແບນການຊື້ ແລະ ຂາຍເສື້ອຜ້າຂົນໜັງສັດ ຍົກເວັ້ນ Case ທີ່ໄດ້ຮັບການອະນຸຍາດ ເຮັດໃຫ້ກາຍເປັນປະເທດທຳອິດທີ່ເຮັດສິ່ງດັ່ງກ່າວ.

ລັດຖະມົນຕີ Gila Gamliel ກະຊວງສິ່ງແວດລ້ອມເປິດເຜີຍແຜນກົດໝາຍໃໝ່ ຊີ້ການໃຊ້ຂົນ ແລະ ໜັງສັດໃນອຸດສາຫະກຳແຟຊັ່ນເປັນເລື່ອງຜິດສິນລະທຳ ແລະ ຍັງໄດ້ເຜີຍອອກມາວ່າໃນອານາຄົດຈະອະນຸມັດສະເພາະບາງ Case ເທົ່ານັ້ນ.

ໃນຂະນະນີ້ມີພຽງເມືອງບາງເມືອງໃນບາງປະເທດເທົ່ານັ້ນທີ່ມີການແບນດັ່ງກ່າວ ຕົວຢ່າງເມືອງໃນສະຫະລັດອາເມຣິກາ ແລະ ໃນບຣາຊິວ . ເຊິ່ງຫາກໃຜກໍຕາມທີ່ຕ້ອງການຊື້ ແລະ ຂາຍເສື້ອຜ້າໜັງສັດຈຳເປັນຕ້ອງໄດ້ຮັບການອະນຸຍາດສະເພາະ Case ທີ່ຕ້ອງການນໍາໄປສຶກສາວິທະຍາສາດ, ການສຶກສາ, ສາສະໜາ ແລະ ວັດທະນະທໍາເທົ່ານັ້ນ.

ອຸດສາຫະກຳແຟຊັ່ນສົ່ງຜົນໃຫ້ເກິດການຂ້າສັດນັບຫຼາຍຮ້ອຍລ້ານໂຕທົ່ວໂລກ ແລະ ເຮັດໃຫ້ເກິດການທາລຸນ ແລະ ທໍລະມານສັດ “ Gamliel ” ຍັງໄດ້ເຜີຍອີກວ່າ ການໃຊ້ຂົນ ຫຼື ໜັງສັດຂອງສັດປ່ານັ້ນເປັນສິ່ງທີ່ຜິດສິນລະທຳ.

ຫາກໃຜເຮັດຜິດກົດຈະຖືກປັບສູງເຖິງເກືອບ 25,000$ ແລະ ຈຳຄຸກ 1 ປີ.

ທີ່ມາ: https://www.facebook.com/environman.th/photos/a.1757249537736819/3100040533457706/?type=3&theater