ສະເລ່ຍໃນແຕ່ລະປີມີຜູ້ທີ່ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ


ອີງຕາມຂໍ້ມູນຂອງຫ້ອງການຄະນະຄຸ້ມຄອງລະເບີດແຫ່ງຊາດລາວໄດ້ໃຫ້ຮູ້ວ່າ ລະຫວ່າງ ປີ 1964-1973 ສະໄໝສົງຄາມ ຖ້ຽວບິນຂອງອາເມລິກາໄດ້ຂົນຖິ້ມລະເບີດໃສ່ແຜ່ນດິນແມ່ນ 580,000 ຖ້ຽວ ບັນຈຸລູກລະເບີດເກືອບ 3,000 ໂຕນ ແລະ ຄາດຄະເນວ່າມີລະເບີດລູກຫວ່ານຢູ່ 2,700,000 ໜ່ວຍ ເຊິ່ງປະກອບມີຫຼາຍຊະນິດ ໃນນັ້ນຍັງມີລູກລະເບີດ 30% ທີ່ຍັງບໍ່ທັນແຕກ ແລະ ຢັງຢາຍຢູ່ຕາມພື້ນທີ່ຕ່າງໆໃນຂອບເຂດທົ່ວປະເທດ.

ອີງຕາມທ່ານ ພັນໂທ ຄອນແກ້ວ ອໍລະດົມ ຫົວໜ້າການທະຫານກອງກວດກູ້ລະເບີດເພື່ອມະນຸດສະທຳ 58 ໃຫ້ສຳພາດຕົ້ນອາທິດທີ່ຜ່ານມານີ້ ທ່ານ ພັນໂທ ຄອນແກ້ວ ເພິ່ນໄດ້ໃຫ້ຮູ້ວ່າກອງກວດລະເບີດເພື່ອມະນຸດສະທຳ 58 ເປັນອີກໜ່ວຍງານໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການສາກົນຈຳນວນໜຶ່ງ ລວມທັງ ສປ ຈີນ ໂດຍສະເພາະໃນປີ 2013-2017 ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອລົດກູ້ຊີບສຸກເສີນ, ລົດທາງການແພດ ຮັບໃຊ້ທາງພາກສະໜາມຈຳນວນ 3 ຄັນ ແລະ ອຸປະກອນເກັບກູ້ລະເບີດ ແລະ ເຄື່ອງມືທຳລາຍຈຳນວນ 33 ຊຸດ ລວມທັງໄດ້ຝຶກອົບຮົບໃຫ້ວິຊາການຝ່າຍລາວຈຳນວນ 33 ຄົນ ພາຍຫຼັງທີ່ໄດ້ສຳເລັດການຝຶກອົບຮົມແລ້ວ ທາງອົງການກໍໄດ້ໝູນໃຊ້ພາຍໃນໄລຍະຜ່ານມາ ເຖິງປັດຈຸບັນ ເຊິ່ງເກັບກູລະເບີດໄດ້ຢູ່ທີ່ 4,529 ໜ່ວຍ ໃນນັ້ນມີລະເບີດລູກຫວ່ານຫຼາຍກວ່າໝູ່.

ນອກຈາກນີ້ແລ້ວ ໃນທົ່ວປະເທດຜ່ານຫຼັງສົງຄາມໄດ້ສິ້ນສຸດລົງ ໄດ້ມີຜູ້ຮັບບາດເຈັບ ແລະ ເສຍຊີວິດຫຼາຍກວ່າ 50,000 ຄົນ ແລະ ຫຼາຍໆຄົນກໍກາຍເປັນຄົນພິການຖາວອນ, ສະເລ່ຍມາຮອດປັດຈຸບັນໃນແຕ່ລະປີມີຜູ້ທີ່ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ. ຕາມການເລົ່າຂອງຫົວໜ້າກອງທະຫານໃຫ້ຮູ້ຕື່ມອີກວ່ານຄະນະທີ່ເຮັດວຽກພາກສະໜາມ ເຄີຍໄດ້ພົບຜູ້ຖືກເຄາະຮ້າຍລະເບີດບໍ່ທັນແຕກ ເຊິ່ງເກີດຈາກການຂຸດ ຫຼື ວ່າດັງໄຟ ໃນພື້ນທີ່ຕ່າງໆ ໄດ້ເຮັດໃຫ້ລະເບີດລູກຫວ່ານ ແລະ ລູກບົມບີ ທີ່ຢູ່ໃນພື້ນແຕກ ເຮັດໃຫ້ບາດເຈັບ ແລະ ເສຍຊີວິດກໍມີ. ບາງກໍລະນີກໍເປັນຫົວໜ້າຄອບຄົວ ນອກຈາກນັ້ນແລ້ວຍັງມີປະຊາຊົນອີກຈຳນວນໜຶ່ງທີ່ຮູ້ເທົ່າບໍ່ເຖິງການ ໂດຍສະເພາະພົບເຫັນລະເບີດ ແລະ ທຳລາຍມັນດ້ວຍຕົນເອງ ກໍເຮັດໃຫ້ລະເບີດແຕກ ແລະ ເສຍຊີວິດ.

ນອກຈາກນີ້ ເພິ່ນຍັງໃຫ້ຮູ້ອີກວ່າລະເບີດ 30/100 ໃນນັ້ນມີລະເບີດລູກຫວ່ານປະມານ 80,000,000 ໜ່ວຍ ເຊິ່ງແຂວງທີ່ມີລະເບີດຫຼາຍກວ່າໝູ່ແມ່ນແຂວງຊຽງຂວາງ, ແຂວງສະຫວັນນະເຂດ ແລະ ສາລະວັນ ຕາມລຳດັບ. ນອກຈາກນັ້ນ ບາງເຂດບໍ່ມີຂໍ້ມູນການຖິ້ມລະເບີດແຕ່ພົບເຫັນລະເບີດທີ່ບໍ່ທັນແຕກ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ເຂດເມືອງສັງທອງ ແລະ ເມືອງປາກງື່ມ. ຍ້ອນເຫັນໄດ້ໄພອັນຕະລາຍຈາກລູກລະເບີດບໍ່ທັນແຕກ ພັກ-ລັດຖະບານ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຊີ້ນຳກອງກວດກູ້ລະເບີດເພື່ອມະນຸດສະທຳ 58, ກຳນົດເອົາຂົງເຂດກະສິກຳເປັນເຂດບູລິມະສິດ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ບາງພື້ນທີ່ຂອງແຂວງວຽງຈັນ ເພືອບໍ່ໃຫ້ຊາວກະສິກອນທີ່ດຳເນີນອາຊີບການຜະລິດກະສິກຳ ຕ້ອງເປັນຜູ້ຖືກເຄາະຮ້າຍ.

ຂໍ້ມູນຈາກ:

https://cutt.ly/SHxO9nU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/