ຄິມ ຈອງອຶນອອກມາຍອມຮັບວ່າປະເທດກໍາລັງສັບສົນວຸ່ນວາຍ ຫຼັງຈາກເກົາຫຼີເໜືອມີຜູ້ເສຍຊີວິດຈາກໂຄວິດ-19 ແລ້ວ 21 ຄົນ


ໃນວັນທີ 12 ພຶດສະພາທີ່ຜ່ານມາ ເກົາຫຼີເໜືອ ປະກາດພົບຜູ້ປ່ວຍໂຄວິດ-19  ຄົນທໍາອິດພາຍໃນປະເທດຢ່າງເປັນທາງການ ແລະ ມັນກໍແຜ່ລະບາດໄປຢ່າງໄວວາ ເຊິ່ງໃນເວລາຕໍ່ມາເຮັດໃຫ້ ຄິມ ຈອງອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ອອກມາຍອມຮັບວ່າ ພວກເຂົາກໍາລັງປະເຊີນກັບການລະບາດທີ່ຮຸນແຮງ ຈົນປະເທດ “ເກີດຄວາມສັບສົນວຸ່ນວາຍ” ຫຼັງຈາກທີ່ມີລາຍງານຜູ້ເສຍຊີວິດຈໍານວນ 21 ຄົນຈາກໂຄວິດ-19.

KCNA ເຊິ່ງເປັນສື່ກາງຂອງເກົາຫຼີເໜືອ ໄດ້ເຜີຍແຜ່ຄໍາເວົ້າຂອງ ຄິມ ຈອງອຶນ ໂດຍລະບຸວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ຕອນນີ້ເຮັດໃຫ້ປະເທດຢູ່ໃນຄວາມ “ສັບສົນວຸ່ນວາຍ” ເຊິ່ງໃນວັນທີ 14 ພຶດສະພາທາງການເກົາຫຼີເໜືອໄດ້ລາຍງານວ່າມີຜູ້ເສຍຊີວິດ 21 ຄົນ ແລະ ມີປະຊາຊົນກວ່າ 174,000 ຄົນທີ່ມີອາການໄຂ້ ເຊິ່ງອາດມາຈາກການຮັບເຊື້ອ, ດ້ວຍເຫດດັ່ງກ່າວທາງການເກົາຫຼີເໜືອຈຶ່ງໄດ້ມີການເອີ້ນປະຊຸມສຸກເສີນເຈົ້າໜ້າທີ່ ໂດຍມີຜູ້ນໍາສູງສຸດເປັນປະທານ.

“ການແຜ່ກະຈາຍຂອງໂຣກໂຄວິດ-19 ນັ້ນຮ້າຍແຮງຫຼາຍໃນໂລກ ແລະ ເປັນການປ່ຽນແປງຄັ້ງໃຫຍ່ສຳລັບປະເທດເຮົາ” ຄິມ ຈອງອຶນໄດ້ກ່າວ ແລະ ໄດ້ເນັ້ນຍ້ຳວ່າຄວາມສາມັກຄີຂອງພັກ ແລະຄວາມເປັນນ້ຳໜຶ່ງໃຈດຽວຂອງປະທານ ຈະສາມາດຊ່ວຍໃຫ້ເອົາຊະນະວິກິດນີ້ໄດ້.

ພ້ອມນັ້ນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຍັງຂໍໃຫ້ເຈົ້າໜ້າທີ່ຂອງລັດສຶກສານະໂຍບາຍ ແລະ ຮຽນຮູ້ຈາກປະສົບການຂອງປະເທດອຶ່ນໂດຍສະເພາະຈີນ ແລະ ຍັງແນະນຳວ່າ ປຽງຢາງ (ເມືອງຫຼວງຂອງເກົາຫຼີເໜືອ) ກໍສາມາດໃຊ້ກົນລະຍຸດຂອງປັກກິ່ງໃນການຮັບມື.

ໃນການປະະຊຸມສຸກເສີນນີ້ ຍັງເປີດເຜີຍວ່າຊາວເກົາຫຼີເໜືອຫຼາຍກວ່າເຄິ່ງລ້ານຄົນມີອາການໄຂ້ ນັບຕັ້ງແຕ່ເຊື້ອແຜ່ກະຈາຍ ເຈົ້າໜ້າທີ່ທີ່ເຂົ້າຮ່ວມຍັງຍົກປະເດັນວ່າການເສຍຊີວິດສ່ວນໃຫຍ່ເກີດຈາກການປະໝາດ ລວມຮອດການໃຊ້ຢາເກີນຂະໜາດ ເນື່ອງຈາກປະຊາຊົນຂາດຄວາມຮູ້ທາງການແພດ.

Kee Park ຜູ້ທີ່ເຄີຍເປັນຫົວໜ້າທີມແພດອາເມຣິກາເຂົ້າໄປເຮັດວຽກໃນເກົາຫຼີເໜືອ ກ່າວວ່າ ເຖິງລາຍລະອຽດການກວດເຊື້ອໃນປະເທດພາກພື້ນເອເຊຍຕາເວັນອອກຈະບໍ່ຊັດເຈນ ແຕ່ການທົດສອບພຽງ 1,400 ຄົນຕໍ່ໜຶ່ງອາທິດນັ້້ນ ໃນການຄວບຄຸມໂຣກນັບວ່າຕໍ່າກວ່າທີ່ຈໍາເປັນຫຼາຍ.

ຢ່າງໃດກໍຕາມ ມາຮອດຕອນນີ້ກໍຍັງບໍ່ມີການເວົ່າເຖິງວ່າ ຊາວເກົາຫຼີເໜືອໄດ້ຮັບວັກຊີນແລ້ວຫຼືບໍ່ ເຖິງວ່າທີ່ຜ່ານມາຜູ້ຊ່ຽວຊານ ແລະສື່ຂອງລັດຈະພະຍາຍາມແນະນຳຫຼາຍຄັ້ງແລ້ວກໍຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/