ຢືນຢັນແລ້ວ! Girls’ Generation ຈະກັບມາລວມຕົວແບບຄົບວົງ ໃນເດືອນສິງຫານີ້


ນີ້ອາດຈະເປັນຂ່າວດີຂອງຄົນທີ່ມັກຟັງເພງ K-Pop ແລະ ແຟນຄລັບວົງGirls’ Generation ຫຼື SNSD ທີ່ຫຼ້າສຸດນີ້ເວັບໄຊ Naver ຂອງເກົາຫຼີໃຕ້ ໄດ້ລາຍງານວ່າ ວົງ Girl group ແຫ່ງຊາດຢ່າງ SNSD ຈະກັບມາລວມຕົວກັນແບບຄົບ 8 ຄົນ ຫຼັງຈາກທີ່ຫ່າງຫາຍຈາກການເຮັດເພງມາຫຼາຍປີ.

ສຳລັບຫຼາຍຄົນທີ່ຕິດຕາມວົງນີ້ ກໍໜ້າຈະຮູ້ວ່າກ່ອນໜ້ານີ້ການກັບມາແບບຄົບວົງຂອງ SNSD ເປັນພຽງຂ່າວລື ແຕ່ວ່າຕອນນີ້ໄດ້ຢືນຢັນອອກມາແລ້ວ ວ່າຈະ comeback ແບບແທ້ຈິງ ແລະ ຈະເປີດຕົວຢ່າງເປັນທາງການໃນເດືອນສິງຫານີ້.

ນອກຈາກນີ້ ຍັງມີການເປີດເຜີຍວ່າ ອາລະບ້ຳໃໝ່ນີ້ ຈະເປັນການສະຫຼອງຄົບຮອບ 15 ປີ ນັບຕັ້ງແຕ່ມີການ debut (ເປີດຕົວ) ເປັນຄັ້ງທຳອິດເມື່ອປີ 2007 ແລະ ການ comeback ຄັ້ງນີ້ ກໍເປັນການກັບມາລວມຕົວກັນແບບຄົບໜ້າໃນຮອບ 5 ປີ ຕໍ່ຈາກການປ່ອຍ ອາລະບ້ຳທີ 6 ທີ່ຊື່ວ່າ Holiday Night ເມື່ອປີ 2017 ທີ່ຜ່ານມາ.

ທັງນີ້ຈາກແຜນການປ່ອຍອາລະບ້ຳສະມາຊິກໃນວົງກໍຈະໄດ້ເຮັດກິດຈະກໍາພົບປະແຟນຄລັບ ແລະ ໄປຮ່ວມຖ່າຍລາຍການບັນເທີງຕ່າງໆ ເພື່ອເປັນການໂປໂໝດໃນການກັບມາຄັ້ງນີ້ອີກດ້ວຍ.

ສຳລັບໃຜທີ່ເປັນ ໂຊວອນ (SONE) ຮັບຮອງວ່າຕ້ອງມີການຫຼັ່ງນ້ຳຕາບໍ່ຫຼາຍກໍໜ້ອຍແລ້ວ ເພາະນີ້ຄືການລໍຖ້າອັນແສນຍາວນານ ທີ່ຈະໄດ້ເຫັນສິລະປິນທີ່ຕົນເອງມັກກັບມາອີກຄັ້ງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/