ສາວ Florida ປະກາດຂາຍເຮືອນພ້ອມກັບຂໍ້ສະເໜີວ່າ “ຖ້າໃຫ້ຜົວເກົ່າຢູ່ຟຣີ” ຈະລົດລາຄາໃຫ້


ຖ້າມື້ໃດມື້ໜຶ່ງເຈົ້າຕ້ອງການທີ່ຈະຂາຍ “ເຮືອນ” ຂອງຕົວເຈົ້າເອງ ເຈົ້າຈະນໍາສະເໜີ ຫຼື ມີຂໍ້ສະເໜີພິເສດໃດແດ່ ເພື່ອໃຫ້ມັນເປັນຈຸດສົນໃຈ? ແຕ່ສໍາລັບກໍລະນີຂອງຍິງຊາວ Florida ຄົນນີ້ ການສະເໜີຂາຍເຮືອນແບບທໍາມະດາມັນຄືຈະຕົກກະແສໄປແລ້ວ! ເພາະລາວໄດ້ປະກາດຂາຍເຮືອນພ້ອມກັບຂໍ້ສະເໜີ “ຖ້າໃຫ້ຜົວເກົ່າຢູ່ຟຣີ” ຈະລົດລາຄາໃຫ້.

ແມ່ນແລ້ວ! ເລື່ອງລາວທີ່ກ່າວມານັ້ນເປັນຂອງ Crystal Ball ຍິງອາຍຸ 43 ປີຈາກລັດ Florida ສະຫະລັດອາເມຣິກາ ທີ່ເມື່ອບໍ່ດົນມານີ້ໄດ້ມີການຢ່າຮ້າງກັບອະດີດສາມີທີ່ອາໄສຢູ່ຮ່ວມກັນເປັນເວລາ 7 ປີ ຊື່ວ່າ Richard ອາຍຸ 54 ປີ ແລະ ຕາມລາຍງານລະບຸວ່າທັງສອງຄົນເລີກລາກັນດ້ວຍດີ ແລະ ຕົກລົງທີ່ຈະຂາຍເຮືອນທີ່ເຄີຍຢູ່ນໍາກັນ.

ທັງນີ້ທັງນັ້ນຢ່າລືມວ່າ ເລື່ອງດັ່ງກ່າວມັນເກີດຂຶ້ນທີ່ລັດ Florida ການເລີກກັນຂອງສາມີ-ພັນລະຍາຄູ່ນີ້ ມັນບໍ່ແມ່ນເລື່ອງທຳມະດາອີກຕໍ່ໄປ ເພາະ Crystal ລາວປະກາດທີ່ຈະມອບ “ສ່ວນລົດ” ໃຫ້ ໂດຍມີເງື່ອນໄຂວ່າເຈົ້າຂອງເຮືອນໃໝ່ຕ້ອງຍອມໃຫ້ອະດີດສາມີຂອງຕົນ Richard ເປັນຜູ້ອາໄສຢູ່ຟຣີໃນເຮືອນຫຼັງນີ້ຕໍ່ໄປ.

ໂດຍຂໍ້ສະເໜີນີ້ ແມ່ນໄດ້ຂຽນໄວ້ໃນປະກາດຂາຍເຮືອນ ໂດຍມີຂໍ້ຄວາມດັ່ງນີ້:

“ຂາຍເຮືອນໃນ Panama City Beach ລັດ Florida ພ້ອມອະດີດສາມີ”

“ຊາຍໃນຝັນຄົນນີ້ສາມາດເປັນພໍ່ຄົວສ່ວນຕົວໃຫ້ເຈົ້າໄດ້ ແລະຈະເສີບອາຫານໃຫ້ເຈົ້າທຸກໆຕອນເຊົ້າ”

ນອກຈາກນີ້ ໃນປະກາດຂາຍຍັງໄດ້ບັນຍາຍສັບພະຄຸນຕ່າງໆ ອີກເຊັ່ນ: ສ້ອມແປງອ່າງອາບນ້ຳໄດ້, ຄຸນລັກສະນະເດັ່ນຫົວລ້ານ ທີ່ຄືກັບນົກອິນຊີຫົວລ້ານ ອັນເປັນສັນຍະລັກຂອງອາເມຣິກາ ເປັນຕົ້ນ.

ຢ່າງໃດກໍດີ ຈາກປະເດັນດັ່ງກ່າວ Crystal ໄດ້ເປີດເຜີຍວ່າ ຕົວລາວເອງແລະສາມີ Richard ເຮັດທຸລະກິດຮ່ວມກັນຫຼາຍຢ່າງ ແລະເປັນເຈົ້າຂອງດິນອີກຫຼາຍແຫ່ງໃນເຂດ Panam City Beach.

ກ່ອນທີ່ Crystal ຈະປະກາດຂາຍນັ້ນ ລາວແລະສາມີຕັດສິນໃຈທີ່ຈະຂາຍມັນເພື່ອແບ່ງເງິນຄົນລະເຄິ່ງ ແຕ່ເນື່ອງຈາກ Richard ເປັນຄົນທີ່ມັກເຮືອນຫຼັງນີ້ຫຼາຍ ບວກກັບປະເດັນທີ່ວ່າຫຼັງຈາກເລີກກັນໄປແລ້ວ Richard ກໍຈະໄດ້ມີທີ່ຢູ່ອາໄສພ້ອມ ດ້ວຍເຫດນີ້ Crystal ຈຶ່ງຕັດສິນໃຈໃສ່ຂໍ້ສະເໜີນີ້ລົງໄປໃນລາຍລະອຽດການຂາຍເຮືອນ.

“ຂ້ອຍແລະ Richard ອາດຈະມີບັນຫາຈົນເຮັດໃຫ້ຕ້ອງເລີກກັນ ແຕ່ເຮົາຕ່າງກໍຢາກຈະມອບສິ່ງທີ່ດີທີ່ສຸດໃຫ້ແກ່ກັນ”

“ແຕ່ຂ້ອຍບອກວ່າມັນບໍ່ແມ່ນ ‘ຂໍ້ບັງຄັບ’ ທີ່ຜູ້ຊື້ຈະຕ້ອງເຮັດຕາມ ເປັນພຽງຂໍ້ສະເໜີເທົ່ານັ້ນ ເຮົາຈະໃຫ້ສ່ວນລົດກັບຜູ້ຊື້ຖ້າໃຫ້ເຂົາເປັນຜູ້ເຊົ່າຟຣີອາໄສຢູ່ໃນເຮືອນນໍາ ແຕ່ຖ້າຜູ້ຊື້ບໍ່ຢາກໄດ້ກໍຕ້ອງຊື້ໃນລາຄາເຕັມ” ຄໍາກ່າວຂອງ Crystal.

ໂດຍລາຄາເຕັມຂອງເຮືອນຫຼັງນີ້ມີຢູ່ທີ່ 699,000 ໂດລາ ແຕ່ສ່ວນລົດທີ່ Crystal ລະບຸນັ້ນແມ່ນບໍ່ຮູ້ເທື່ອ ເພາະລາວບໍ່ໄດ້ລະບຸໃນເວັບໄຊ.

ແລະຖ້າທ່ານພົບບັນຫາໃນລັກສະນະນີ້ ຈະຍື່ນຂໍ້ສະເໜີໃນຮູບແບບດຽວກັນກັບສາວ Florida ຄົນນີ້ຫຼືບໍ່?

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/