ນັກວິເຄາະເຜີຍ Apple ຈະປ່ຽນຮູສາກຂອງ iPhone 15 ຈາກ Lightning ມາເປັນ USB-C ໃນປີໜ້າ


iPhone ໂທລະສັບມືຖືຍີ່ຫໍ້ດັງ ໄດ້ມີການໃຊ້ ພອດເຊື່ອມຕໍ່ແບບ Lightning ມາຕັ້ງແຕ່ iPhone 5 ເມື່ອປີ 2012 ຈົນເຖິງປັດຈຸບັນໃນ iPhone13 ເຖິງແມ່ນວ່າ ໂທລະສັບຍີ່ຫໍ້ອື່ນໆຈະໄດ້ປ່ຽນມາໃຊ້ ພອດເຊື່ອມຕໍ່ເປັນແບບ USB-C ກັນເກືອບໝົດແລ້ວ.

ຫຼ້າສຸດ Ming-Chi Kuo ນັກວິເຄາະຜະລິດຕະພັນ Apple ອອກມາຄາດການວ່າ Apple ກໍາລັງກະກຽມທີ່ຈະປ່ຽນຊ່ອງສາກໄຟ iPhone ຈາກ Lightning ມາເປັນ USB-C ໃນ iPhone 15 ທີ່ຄາດວ່າຈະເປີດຕົວໃນ ປີ 2023 ຫຼື ປີໜ້າທີ່ຈະມາຮອດນີ້ ພ້ອມກັບບອກວ່າ USB-C ຂອງ Apple ອາດຈະໄດ້ຮັບການປັບປຸງຄວາມໄວໃນການຖ່າຍໂອນຂໍ້ມູນໃນ iPhone ແລະ ປັບຄວາມໄວໃນການສາກໄຟ.

ຢ່າງໃດກໍຕາມ, ທີ່ຜ່ານມາມີລາຍງານກ່ຽວກັບເລື່ອງນີ້ມາຕະຫຼອດ ແລະ ມີການຮຽກຮ້ອງໃຫ້ Apple ປ່ຽນມາໃຊ້ ພອດການເຊື່ອມຕໍ່ ແບບ USB-C ຈົນໄປເຖິງຮຽກຮ້ອງໃຫ້ ເຮັດ iPhone ແບບບໍ່ຕ້ອງມີພອດເທື່ອຕໍ່ໄປເລີຍ ໂດຍອາໄສການສາກໄຟ ແລະ ການໂອນຂໍ້ມູນແບບໄຮ້ສາຍແທນ.

ແຕ່ທີ່ຜ່ານມາ Ming-Chi Kuo ກໍບອກມາຕະຫຼອດວ່າ Apple ບໍ່ມີແຜນທີ່ຈະປ່ຽນພອດການເຊື່ອມຕໍ່ແຕ່ຢ່າງໃດ. ໂດຍ Ming-Chi Kuo ໃຫ້ເຫດຜົນວ່າ ຖ້າມີການປ່ຽນມາໃຊ້ USB-C ອາດຈະສົ່ງຜົນກະທົບຕໍ່ທຸລະກິດ Made for iPhone (MFi) ເຊັ່ນຈາກແຕ່ກ່ອນຜູ້ໃຊ້ງານ iPhone ຈະຕ້ອງໃຊ້ສາຍ Lightning ຂອງ Apple ຫຼື ສາຍສາກທີ່ຜ່ານການຮັບຮອງຈາກ Apple ເທົ່ານັ້ນ, ຖ້າມີການປ່ຽນມາໃຊ້ ແບບ USB-C ສາຍສາກທຸກເສັ້ນອາດຈະບໍ່ຕ້ອງເປັນຂອງ Apple ຫຼື ຜ່ານການຮັບຮອງ ກໍສາມາດໃຊ້ນຳມາໃຊ້ກັບ iPhone ໄດ້. ເຊິ່ງຈະເຮັດໃຫ້ລາຍໄດ້ຂອງ Apple ນັ້ນຫາຍໄປ.

ເຫດຜົນຫຼັກໆທີ່ເຮັດໃຫ້ Apple ຕັດສິນໃຈປ່ຽນແປງໃນຄັ້ງນີ້ ຄົງຈະແມ່ນແຮງກົດດັນຈາກທາງສະຫະພາບ ຢູໂຣບ ທີ່ຕອນນີ້ກຳລັງຮ່າງກົດໝາຍໃໝ່ ທີ່ຈະບັງຄັບໃຫ້ອຸປະກອນສື່ສານອີເລັກໂທຣນິກທັງຫມົດ ຕ້ອງຮອງຮັບພອດສາກໄຟແບບ USB-C. ແລະ ຖ້າກົດໝາຍດັ່ງກ່າວໄດ້ຮັບການອະນຸມັດ ມັນຈະບັງຄັບໃຫ້ Apple ຕ້ອງຂາຍອຸປະກອນຢ່າງ iPhone ເປັນພອດການເຊື່ອມຕໍ່ແບບ USB-C ໃນຢູໂຣບ.

ເຖິງຢ່າງໃດກໍຕາມ ໃນປັດຈຸບັນຜະລິດຕະພັນຂອງ Apple ຫຼາຍໆຢ່າງ ໄດ້ປ່ຽນໄປໃຊ້ USB-C ເປັນພອດຫຼັກ, ລວມທັງ MacBook, iPad Air, iPad mini, iPad Pro. ມີພຽງ iPhone ທີ່ຍັງໃຊ້ພອດເຊື່ອມຕໍ່ເປັນແບບ Lightning ຢູ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/