ສະຫະລັດອາເມຣິກາ ປະກາດໃຊ້ໂລໂກ້ສີຮຸ້ງ ເພື່ອສະໜັບສະໜູນກຸ່ມ LGBTQ+ ໃນບານໂລກ 2022 ທີ່ປະເທດກາຕ້າ


ທ່າມກາງການຖົກຖຽງກັນກັບປະເດັນ LGBTQ+ ໃນປະເທດກາຕ້າ  ທີມຊາດກິລາບານເຕະ ອາເມຣິກາ ໄດ້ປະກາດຢ່າງເປັນທາງການແລ້ວວ່າພວກເຂົາຈະໃຊ້ໂລໂກ້ຂອງທີມຊາດທີ່ມີການປັບປ່ຽນເລັກໜ້ອຍ ໂດຍໃຫ້ມີແຖບສີສາຍຮຸ້ງ ໃນບານໂລກ 2022 ທີ່ປະເທດກາຕ້າ ເພື່ອສະໜັບສະໜູນກຸ່ມ LGBTQ+ ແລະ ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງບັນຫານີ້.

ໂດຍໂລໂກ້ຂອງທີມຊາດ ອາເມຣິກາໃນການແຂ່ງຂັນບານໂລກຄັ້ງນີ້ ໄດ້ມີການປ່ຽນແປງຈາກແຖບສີແດງ ໃຫ້ກາຍເປັນແຖບສີສາຍຮຸ້ງ 7 ສີແທນ ຕາມສີຂອງສັນຍະລັກຂອງກຸ່ມ LGBTQ+. ເຊິ່ງໂລໂກ້ດັ່ງກ່າວຈະຖືກໃຊ້ຕາມສະຖານທີ່ຕ່າງໆໃນກາຕ້າທີ່ທີມຊາດ ອາເມຣິກາ ເຂົ້າໃຊ້ງານ ເຊັ່ນ ສະໜາມຊ້ອມຂອງທີມ, ທີ່ພັກຂອງທີມ, ພື້ນທີ່ຖະແຫຼງຂ່າວ ເປັນຕົ້ນ ແຕ່ຈະບໍ່ຖືກໃຊ້ງານໃນເສື້ອແຂ່ງຂອງຜູ້ຫຼິ້ນທີມຊາດໃນເກມການແຂ່ງຂັນ.

ເກຣັກ ເບີຮັລເທີ ຄູເຝິກທີມຊາດ ສະຫະລັດ ອາເມຣິກາ ກ່າວວ່າ: “ເມື່ອເຮົາຢູ່ໃນເວທີລະດັບໂລກ ສິ່ງສຳຄັນທີ່ເຮົາຕ້ອງເຮັດຄື ສ້າງແຮງກະຕຸ້ນໃຫ້ຮູ້ເຖິງບັນຫາເຫຼົ່ານີ້. ເຮົາຮູ້ດີວ່າ ກາຕ້າມີຄວາມກ້າວໜ້າໃນຫຼາຍໆດ້ານ ແຕ່ກໍມີບາງຢ່າງທີ່ຕ້ອງແກ້ໄຂ”.

“ນີ້ແມ່ນໂອກາດຂອງທຸກຄົນໃນການປ່ຽນແປງ ຫຼື ເລີ່ມຕົ້ນໄປໃນທາງທີ່ດີຂອງຕົວເອງ ດັ່ງນັ້ນຂ້ອຍຄິດວ່າມັນເໝາະສົມແລ້ວທີ່ເຮົາຈະເຮັດແບບນີ້”.

ສຳລັບທີມຊາດ ອາເມຣິກາ ໃນການແຂ່ງຂັນບານໂລກຄັ້ງນີ້ ແມ່ນຈັດຢູ່ກຸ່ມ B ຮ່ວມກັບ ເວວ,ອັງກິດ ແລະ ອີຣ່ານ; ໂດຍມີຄິວລົງເຕະນັດທຳອິດໃນວັນທີ 21 ພະຈິກ ພົບກັບທີມຊາດເວວ, ວັນທີ ພະຈິກ 25 ພົບກັບທີມຊາດ ອັງກິດ ແລະ ວັນທີ 29 ພະຈິກ ພົບກັບ ທີມຊາດອີຣ່ານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/