ປິດປະມູນເກີບ Birkenstock ທີ່ Steve Jobs ເຄີຍໃສ່ໃນປີ 1970 ດ້ວຍລາຄາ 218.750 ໂດລາ


ເມື່ອວັນທີ 13 ພະຈິກທີ່ຜ່ານມາ ບໍລິສັດ Julien’s Auctions ເວັບໄຊປະມູນເຄື່ອງເກົ່າ ໃນອາເມຣິກາ ໄດ້ເປີດປະມູນເກີບໜັງຮຸ່ນ Birkenstock Arizona ສີນໍ້າຕານ ຂອງ ສະຕີບ ຈັອບ ຜູ້ກໍ່ຕັ້ງ ແລະ ອະດີດຜູ້ບໍລິຫານຂອງ Apple ທີ່ເສຍຊີວິດໄປແລ້ວ ເຊິ່ງເກີບຄູ່ດັ່ງກ່າວຖືກປະມູນໄປໃນລາຄາທີ່ສູງເຖິງ 218.750 ໂດລາ.

ທາງດ້ານ Julien’s Auctions ຂຽນອະທິບາຍສະພາບຂອງເກີບຄູ່ນີ້ໄວ້ວ່າ ເກີບຄູ່ນີ້ຢູ່ໃນສະພາບທີ່ຜ່ານການໃຊ້ງານມາຢ່າງເຕັມລະບົບ (ເກົ່າແລ້ວ) ແຕ່ຍັງບໍ່ຂາດ ໃນສ່ວນຂອງ ພື້ນເກີບກໍເຜີຍໃຫ້ເຫັນຮອຍຕີນຂອງ ສະຕີບ ຈັອບ ເຊິ່ງມາຈາກການໃຊ້ງານເປັນເວລາຫຼາຍປີ ໂດຍທີ່ ມາກ ຊີຟ (Mark Sheff) ອະດີດຜູ້ຈັດການເຮືອນຂອງ ສະຕີບ ຈັອບ ເກັບຮັກສາມັນມາຈາກກອງຂີ້ເຫຍື້ອ.

ໂດຍມີການເຊື່ອກັນເປັນວົງກວ້າງວ່າ ເກີບຄູ່ນີ້ ເປັນຄູ່ທີ່ ສະຕີບ ຈັອບ ໃສ່ໃນໄລຍະເວລາປະຫວັດສາດຫຼາຍຄັ້ງຂອງ Apple ເຊັ່ນໃນປີ 1976 ທີ່ລາວເລີ່ມສ້າງ ຄອມພິວເຕີ້ ຂອງ Apple ເຄື່ອງທຳອິດ ຊື່ຮຸ່ນວ່າ Steve Wozniak ທີ່ຕໍ່ມາຫຼັງ ສະຕີບ ຈັອບ ເສຍຊີວິດ ຄອມພິວເຕີຮຸ່ນນີ້ກໍຖືກນຳມາຈັດສະແດງໃນຫຼາຍເທສະການ ໃນໄລຍະປີ 2017-2022 ທີ່ອິຕາລີ ແລະ ສະຫະລັດ ອາເມຣິກາ.

ສະຕີບ ຈັອບ ເສຍຊີວິດເມື່ອວັນທີ 5 ຕຸລາ 2011 ດ້ວຍໂຣກມະເຮັງຕັບອ່ອນ ແລະ ຕະຫຼອດການມີຊີວິດຢູ່ຂອງລາວ ສະຕີບ ຈັອບ ເປັນອີກໜຶ່ງບຸກຄົນໄດ້ຮັບການເຊີດຊູວ່າເປັນຄົນທີ່ປະຕິວັດ ວົງການເທັກໂນໂລຢີ ແລະ ຖືເປັນອີກໜຶ່ງບຸກຄົນທີ່ມີຄວາມສຳຄັນໃນປະຫວັດສາດໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/