ການສຶກສາເຜີຍ ຈົກຂີ້ດັງຫຼາຍ ອາດເພີ່ມຄວາມສ່ຽງຕໍ່ການເປັນໂຣກ Alzheimer ຫຼື ໂຣກສະໝອງເສື່ອມ


ການໃຊ້ນິ້ວມືຈົກຂີ້ດັງຢູ່ເລື້ອຍໆ ອາດບໍ່ພຽງແຕ່ເຮັດໃຫ້ເລືອດດັງອອກເທົ່ານັ້ນ. ເມື່ອບໍ່ດົນມານີ້ໄດ້ມີຜົນການສຶກສາຈາກ ມະຫາວິທະຍາໄລ ກຣີຟຟິດ (Griffith University) ຂອງອອສເຕເລຍ ໄດ້ ຄົ້ນພົບການເຊື່ອມໂຍງລະຫວ່າງ ‘ການຈົກຂີ້ດັງ ‘ ກັບການເກີດຂອງ ‘ໂຣກ Alzheimer’.

ການສຶກສາຄົ້ນຄວ້າດັ່ງກ່າວໄດ້ ລະບຸວ່າ Chlamydia pneumoniae ເປັນເຊື້ອແບັກທີເຣຍຊະນິດໜຶ່ງທີ່ສາມາດສົ່ງຜົນກະທົບຕໍ່ລະບົບປະສາດສ່ວນກາງໄດ້. ໂດຍຜ່ານເສັ້ນປະສາ ຮັບກິ່ນ ລວມເຖິງເສັ້ນປະສາດສະໝອງຄູ່ທີ 5 ແລະ ກໍ່ໃຫ້ເກີດຄວາມສ່ຽງທີ່ຈະເປັນໂຣກ Alzheimer.

ການສຶກສາດັ່ງກ່າວໄດ້ ໄດ້ເຮັດການທົດລອງກັບໜູ ທີ່ຕິດເຊື້ອ ແບັກທີເຣຍ chlamydia pneumoniae ຜ່ານການຈົກດັງ ຈົນເນຶ້ອເຍື່ອໃນຮູດັງໄດ້ຮັບຄວາມເສຍຫາຍ ປະກົດວ່າ ເຊື້ອແບັກທີເຣຍດັ່ງກ່າວສາມາດເດີນທາງຈາກດັງ ໄປສູ່ສະໝອງໄດ້.

ເຖິງແມ່ນວ່າສິ່ງນີ້ຈະເກີດຂຶ້ນກັບໂຕໜູໃນຫ້ອງທົດລອງ, ແຕ່ມັນກໍມີຄວາມເປັນໄປໄດ້ສູງທີ່ຈະເກີດຂຶ້ນກັບ ມະນຸດ ເຮົາໄດເ້ເຊັ່ນກັນ ເພາະການສຶກສາກ່ອນໜ້ານີ້ ພົບວ່າ ຄົນເຈັບທີ່ເປັນໂຣກ Alzheimer ມັກຈະມີເຊື້ອແບັກທີເຣຍດັ່ງກ່າວຢູ່ໃນສະໝອງ ອີກທັງປາກົດຮ່ອງຮອຍຂອງ  ໂປຣຕີນ ເບຕາ ເອມິນອຍ (Beta amyloid) ເຊັ່ນດຽວກັນກັບໜູທົດລອງທີ່ກໍພົບວ່າມີ ຮ່ອງຮອຍຂອງ  ໂປຣຕີນ ເບຕາ ເອມິນອຍຢູ່ໃນສະໝອງເປັນຈຳນວນຫຼາຍຫຼັງຕິດເຊື້ອ.

ເຖິງຢ່າງໃດກໍຕາມ ນີ້ແມ່ນຖືເປັນການພິສູດ ທໍາອິດຂອງໂລກທີ່ວ່າການຕິດເຊື້ອບໍລິເວນ ໃນຮູດັງ ສາມາດແຜ່ກະຈາຍໄປສູ່ສະໝອງ ແລະ ເຮັດໃຫ້ມີການປ່ຽນແປງທາງດ້ານຮ່າງກາຍ. ໃນລັກສະນະທີ່ຄ້າຍຄືກັນກັບອາການຂອງພະຍາດAlzheimer.

ສາສະດາຈານ James St John ຫົວໜ້າສູນຄົ້ນຄວ້າປະສາດຊີວະວິທະຍາ ໜຶ່ງໃນທີມງານຂອງການຄົ້ນຄວ້າຄັ້ງນີ້ ໄດ້ກ່າວວ່າ: “ຍັງຕ້ອງມີການສຶກສາເພີ່ມຕື່ມ ກັບຄົນເຈັບຕົວຈິງ ເພື່ອກໍານົດວ່າອະໄວຍະວະສ່ວນໃດໃນດັງຂອງຄົນເຮົາສາມາດຕິດເຊື້ອແບັກທີເຣຍຄືກັບໂຕໜູ ໄດ້ຫຼືບໍ່ ເພາະຕອນນີ້ພວກເຂົາມີພຽງແຕ່ຂໍ້ມູນທີ່ວ່າເຊື້ອແບັກທີເຣຍດຽວກັນໄດ້ຖືກຄົ້ນພົບໃນຮ່າງກາຍຂອງຄົນເຮົາ, ແຕ່ຍັງບໍ່ທັນໄດ້ຄົ້ນຄວ້າວ່າມັນເຂົ້າໄປໃນຮ່າງກາຍໄດ້ແນວໃດ.”

ໃນບົດຄົ້ນຄວ້ານີ້ຍັງໄດ້ແນະນຳວ່າ ບໍ່ຄວນຈົກຂີ້ດັງ ຖອນຂົນດັງເລື້ອຍໆ ຫຼື ຫຼີກເວັ້ນການເຮັດບາງສິ່ງບາງຢ່າງທີ່ຈະໄປລົບກວນເນື້ອເຍື່ອໃນດັງດັງທີ່ເສຍຫາຍໄດ້ງ່າຍ. ເພາະມັນຈະມີ ຄວາມສ່ຽງຕໍ່ການຕິດເຊື້ອແບັກທີເຣຍແລະເຂົ້າເຖິງສະໝອງຂອງພວກເຮົາໄດ້ງ່າຍ.

ແຕ່ຢ່າງໃດກໍຕາມ ການສຶກສາດັ່ງກ່າວພຽງແຕ່ໃຫ້ເຮົາຮູ້ວ່າ ການຕິດເຊື້ອແບັກທີເຣຍຢູ່ຮູດັງສາມາດກະຈາຍໄປສູ່ສະໝອງໄດ້ ແຕ່ເລື່ອງທີ່ວ່າຈະນຳໄປສູ່ຄວາມສ່ຽງຕໍ່ການເກີດໂຣກ Alzheimer ນັ້ນ ເປັນພຽງຂໍ້ສັງເກດ ແລະ ການປຽບທຽບ. ເພາະເຮົາຍັງຕ້ອງອາໄສເວລາ ແລະ ການສຶກສາຄົ້ນຄວ້າຕໍ່ໄປ.

ຂອບໃຈຂໍ້ມູນຈາກ: 

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/