ກອງທຶນການເງິນລະຫວ່າງປະເທດ (IMF) ຄາດການວ່າເສດຖະກິດໂລກແມ່ນຈະມີທ່າອ່ຽງຖົດຖອຍລົງໄປອີກ


ອ້າງອີງຈາກການລາຍງານຂອງສຳນັກຂ່າວ Reuters ທີ່ໄດ້ລະບຸເມື່ອວັນທີ 14 ພະຈິກ 2022 ວ່າ ກອງທຶນການເງິນລະຫວ່າງປະເທດ ຫຼື IMF ໄດ້ອອກມາກ່າວວ່າ ທ່າອ່ຽງທິດທາງເສດຖະກິດແມ່ນຍັງມີຄວາມມືດມົນກວ່າການຄາດການໄວ້ເມື່ອເດືອນກ່ອນ ໂດຍອ້າງເຖິງການສຳຫຼວດຄວາມເຫັນຂອງດັດຊະນີຜູ້ຈັດການຝ່າຍຊື້ໃນໄລຍະສອງສາມເດືອນທີ່ຜ່ານມາ ທີ່ລະບຸວ່າ “ທ່າອ່ຽງຍັງຄົງຮຸນແຮງຢ່າງຕໍ່ເນື່ອງ”.

IMF ກ່າວວ່າທ່າອ່ຽງທາງເສດຖະກິດໂລກທີ່ບໍ່ສົດໃສແມ່ນເປັນຜົນມາຈາກການໃຊ້ນະໂຍບາຍທາງການເງິນທີ່ເຂັ້ມງວດຫຼາຍຂຶ້ນ ອັນເນື່ອງມາຈາກບັນຫາອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ການຂະຫຍາຍຕົວທາງເສດຖະກິດຂອງຈີນແມ່ນຊ້າລົງ ບັນຫາການຢຸດແບບບໍ່ຕໍ່ເນື່ອງໃນຕ່ອງໂສ້ອຸປະທານ ແລະຄວາມບໍ່ໝັ້ນຄົງດ້ານອາຫານທີ່ເກີດຈາກທາງຣັດເຊຍບຸກຮຸກຮານຢູເຄຣນ.

ແລະເມື່ອເດືອນທີ່ຜ່ານມາ IMF ໄດ້ປັບລົດຄາດໝາຍການເຕີບໂຕທາງເສດຖະກິດຂອງໂລກສຳລັບປີ 2023 ລົງເຫຼືອ 2,7% ຈາກການຄາດໝາຍກ່ອນໜ້ານີ້ຢູ່ທີ່ 2,9%.

ພ້ອມນັ້ນ IMF ຍັງໄດ້ລະບຸໃນເວັບ Blog ສຳລັບການປະຊຸມສຸດຍອດຜູ້ນຳກຸ່ມປະເທດ G20 ທີ່ຈັດຂຶ້ນໃນປະເທດອິນໂດເນເຊຍວ່າ ຄ່າດັດຊະນີທີ່ມີຄວາມຖີ່ສູງຫຼາຍຢືນຢັນວ່າ ເສດຖະກິດໂລກຍັງຊ້າລົງອີກ ໂດຍສະເພາະຢ່າງຍິ່ງແມ່ນໃນຢູໂຣບ.

IMF ລະບຸຕື່ມອີກວ່າ ດັດຊະນີຜູ້ຈັດການຝ່າຍຈັດຊື້ຫຼ້າສຸດ ທີ່ເປັນຕົວວັດແທກກິດຈະກໍາດ້ານການຜະລິດແລະບໍລິການສົ່ງສັນຍານໃຫ້ເຫັນເຖິງຄວາມອ່ອນແອລົງໃນປະເທດສະມາຊິກຂອງກຸ່ມ G20 ໂດຍເສດຖະກິດຈະຫົດຕົວລົງໃນຂະນະທີ່ເງິນເຟີ້ຍັງສູງຢູ່ຢ່າງຕໍ່ເນື່ອງ.

“ຄວາມທ້າທາຍເສດຖະກິດໂລກກໍາລັງປະເຊີນຢູ່ນັ້ນຍິ່ງໃຫຍ່ແລະຕົວຊີ້ວັດທາງເສດຖະກິດທີ່ອ່ອນຕົວລົງຊີ້ໃຫ້ເຫັນເຖິງຄວາມທ້າທາຍຕໍ່ໄປໃນອະນາຄົດ” IMF ກ່າວ.

ນອກຈາກນັ້ນວິກິດການທາງດ້ານພະລັງງານໃນຢູໂຣບທີ່ຖົດຖອຍລົງແມ່ນຈະສົ່ງຜົນຕໍ່ການຂະຫຍາຍຕົວທາງເສດຖະກິດແລະເຮັດໃຫ້ເງິນເຟີ້ປັບຕົວຂຶ້ນສູງ ໃນຂະນະທີ່ພາວະເງິນເຟີ້ທີ່ເກີດຂຶ້ນຍາວນານເຮັດໃຫ້ຕ້ອງມີການປັບດອກເບ້ຍດ້ານນະໂຍບາຍຫຼາຍກວ່າທີ່ຄິດໄວ້ແລະກະທົບກັບສະພາບການເງິນຂອງໂລກ ເຊິ່ງນັ້ນເຮັດໃຫ້ເກີດຄວາມສ່ຽງທີ່ເພີ່ມຂຶ້ນຈາກວິກິດໜີ້ສາທາລະນະສຳລັບປະເທດທີ່ມີເສດຖະກິດທີ່ອ່ອນແອ. ພ້ອມນີ້ການທີ່ທົ່ວໂລກກໍາລັງປະເຊີນກັບບັນຫາສະພາບອາກາດທີ່ຮຸນແຮງເພີ່ມຂຶ້ນ ຍັງອາດຈະຜົນກະທົບຕໍ່ການເຕີບໂຕໂດຍກົງທາງເສດຖະກິດທົ່ວໂລກດ້ວຍເຊັ່ນກັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/