ສະຫະປະຊາຊາດ ເຜີຍ ມີຄົນຈຳນວນຫຼາຍແສນຄົນຖືກຕົວະໃຫ້ເຮັດວຽກ Call Center


ອົງການສະຫະປະຊາຊາດ ລະບຸໃນລາຍງານທີ່ມີການອອກມາເຜີຍແຜ່ຂໍ້ມູນວ່າ ມີຄົນຈຳນວນນັບແສນຄົນຕົກເປັນເຫຍື່ອ ຖືກກຸ່ມອາຊະຍາກອນບັງຄັບໃຫ້ເຮັດການຫຼອກລວງຄົນໃນໂລກອອນລາຍໃນເຂດອາຊີຕາເວັນອອກສຽງໃຕ້ ໂດຍມີການຄາດການວ່າມີຄົນ 120,000 ຄົນໃນມຽນມາ ແລະ ອີກ 100,000 ຄົນໃນກຳປູເຈຍ ທີ່ຖືກບັງຄັບໃຫ້ເຮັດວຽກນີ້.

ໃນລາຍງານຂອງອົງການສະຫະປະຊາຊາດ ຍັງໄດ້ລະບຸອີກວ່າ ຄົນເຫຼົ່ານີ້ໄດ້ກາຍເປັນເຫຍື່ອຄ້າມະນຸດໃຫ້ເຂົ້າໄປເຮັດວຽກໃນແວດວົງຂອງກຸ່ມກໍ່ອາຊະຍາກຳອອນລາຍ ໂດຍພວກເຂົາເຫຼົ່ານີ້ຕ້ອງພົບກັບການລະເມີດຮ້າຍແຮງ ຢ່າງເຊັ່ນ ການຖືກທໍລະມານຢ່າງຮ້າຍແຮງ ຫຼື ຖືກລ່ວງລະເມີດທາງເພດ.

ທ່ານ Volker Turk ຂ້າຫຼວງໃຫຍ່ເພື່ອສິດທິມະນຸດແຫ່ງສະຫະປະຊາຊາດ ໄດ້ກ່າວວ່າ ຜູ້ຖືກບັງຄັບໃຫ້ເຮັດວຽກດ້ວຍການຫຼອກລວງເຫຼົ່ານີ້ຕ້ອງອົດທົນກັບການປະຕິບັດແບບໄຮ້ສິນທຳ ພ້ອມນັ້ນຍັງຖືກບັງຄັບໃຫ້ເຮັດໃນສິ່ງທີ່ຜິດກົດໝາຍ ພວກເຂົາເຫຼົ່ານີ້ເປັນເຫຍື່ອ ບໍ່ແມ່ນຜູ້ກະທຳຜິດ.

ຢ່າງໃດກໍຕາມ ເປັນເລື່ອງຍາກທີ່ຈະລະບຸເຖິງບັນຫາດັ່ງກ່າວໃນເຂດອາຊີຕາເວັນອອກສຽງໃຕ້ ອັນເນື່ອງມາຈາກການກໍອາຊະຍາກຳແບບນີ້ເກີດຂຶ້ນແບບລັບໆ ພ້ອມນັ້ນການຮັບມືຍັງມີຊ່ອງວ່າງຢູ່. ທັງນີ້ ໃນປະເທດລາວ, ຟິລິບປິນ ແລະ ໄທ ຍັງເປັນສ່ວນໜຶ່ງຂອງປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ທີ່ຖືກລະບຸວ່າເປັນປະເທດປາຍທາງ ຫຼື ທາງຜ່ານຫຼັກ ໂດຍຄົນທີ່ຕົກເປັນເຫຍື່ອ ມາຈາກທົ່ວອາຊຽນ, ຈີນແຜ່ນດິນໃຫຍ່, ຮ່ອງກົງ, ໄຕ້ຫວັນ, ເຂດອາຊີໃຕ້ ແລະ ໄກອອກໄປແມ່ນຈາກອາຟິກາ ແລະ ລາຕິນອາເມຣິກາ.

ທັງນີ້ທາງ ອົງການສະຫະປະຊາຊາດ ຍັງໄດ້ເປີດເຜີຍຂໍ້ມູນອີກວ່າ ຜູ້ທີ່ຕົກເປັນເຫຍື່ອເຊິ່ງຖືກບັງຄັບໃຫ້ເຂົ້າສູ່ການຫຼອກລວງອອນລາຍສ່ວນໃຫຍ່ເປັນຜູ້ຊາຍ ແຕ່ກໍຍັງມີຜູ້ຍິງ ແລະ ໄວໜຸ່ມກໍຕົກເປັນເຫຍື່ອເຊັ່ນກັນ ພ້ອມອອນລາຍສະແກມສາມາດສ້າງລາຍໄດ້ຫຼາຍພັນໂດລາຕໍ່ປີ ຖືວ່າເປັນອີກໜຶ່ງໄພຄຸກຄາມທີ່ອັນຕະລາຍຫຼາຍ.

ຂອບໃຈຂໍ້ມູນຈາກ:

Matichon

PPTV36

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/