ເງິນກີບອ່ອນຄ່າໜັກ ກະທົບການຄ້າຂາຍຢູ່ຊາຍແດນ ບໍ່ແກ້ວ-ຊຽງໃໝ່ (ລາວ-ໄທ) ຊົບເຊົາລົງໄປຫຼາຍກວ່າ 50%


ຜົນກະທົບຈາກການທີ່ເງິນກີບອ່ອນຄ່າລົງຢ່າງໜັກ ເຮັດໃຫ້ຍອດຄ້າຂາຍຊາຍແດນ ລາວ-ໄທ ຫຼຸດລົງກວ່າ 50-60% ບັນຍາກາດການຄ້າຕາມຊາຍແດນຊົບເຊົາທ່າມກາງສະພາວະເງິນເຟີ້ ທີ່ກຳລັງກະທົບຊີວິດການເປັນຢູ່ ແລະ ສະພາບເສດຖະກິດ ຂອງທັງ 2 ຝັ່ງ.

ອີງຕາການລາຍງານຂອງ ສຳນັກຂ່າວ ໄທຣັດ ລາຍງານວ່າ ບັນຍາກາດການຄ້າຂາຍຢູ່ຊາຍແດນ ພື້ນທີ່ ອຸບົນ ຊຽງແສນ, ອຸບົນ ຊຽງຂອງ ແລະ ອຸບົນ ວຽງແກ່ນ ຈັງຫວັດ ຊຽງລາຍ ທີ່ຢູ່ກົງກັນຂ້າມກັບ ເມືອງ ຕົ້ນເຜິ້ງ, ເມືອງ ຫ້ວຍຊາຍ ແລະ ເມືອງ ປາກທາ ແຂວງບໍ່ແກ້ວ ຂອງ ສປປ ລາວ ຊົບເຊົາຢ່າງໜັກ ໂດຍນັບຕັ້ງແຕ່ມີການເປີດປະເທດຫຼັງການລະບາດຂອງ ໂຄວິດ 19 ພົບວ່າຈຳນວນຄົນລາວທີ່ເດີນທາງຂ້າມຊາຍແດນນັ້ນລົດລົງກວ່າ 50% ເພາະຜົນຈາກຄ່າເງິນກີບທີ່ອ່ອນຕົວລົງ.

ໄທຣັດ ລາຍງານອີກວ່າ ຈາກທີ່ເງິນກີບອ່ອນຄ່າລົງ ເຮັດໃຫ້ກຳລັງຊື້ຂອງຊາວລາວຫຼຸດລົງເຊັ່ນກັນ ຈາກແຕ່ກ່ອນ ເຄີຍແລກເງິນໄດ້ 320-340 ກີບຕໍ່ 1 ບາດ ກ່ອນການ/ະບາດຂອງ ໂຄວິດ 19 ແຕ່ໃນປັດຈຸບັນ ອັດຕາການແລກປ່ຽນດີດໂຕຂຶ້ນມາເປັນ 600-650​ກີບ ຕໍ່ 1 ບາດ. ເຊິ່ງນອກຈາກຈະກະທົບຝັ່ງຂອງຄົນຊື້ຢູ່ລາວ ແລ້ວຝັ່ງຜູ້ຂາຍຢູ່ຝັ່ງໄທ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ເນື່ອງບໍ່ສາມາດຂາຍສິນຄ້າໄດ້ສະດວກຄືແຕ່ກ່ອນ.

ນອກຈາກນີ້ ບັນຫາດັ່ງກ່າວ ຍັງໄດ້ກະທົບໄປເຖິງການຂົນສົ່ງທາງເຮືອ, ໂດຍຄົນຂັບເຮືອໃນພື້ນທີ່ກວ່າວ່າ ໃນເມື່ອກ່ອນເຄີຍຂົນສົ່ງສິນຄ້າຈາກໄທໄປລາວ ໄດ້ມື້ລະປະມານ 10-20 ຖ້ຽວ ແຕ່ບັນຈຸບັນ ກັບເຮັດໄດ້ພຽງ 1-2 ຖ້ຽວ ເທົ່ານັ້ນ ເພາະສິນຄ້າໄທ ຈາກໄທໄປລາວນັ້ນຈະມີລາຄາແພງຂື້ນ 50-100% ເຮັດໃຫ້ກຳລັງຊື້ຂອງຝັ່ງລາວບໍ່ພຽງພໍ.

ທີ່ມາ:

https://www.thairath.co.th/news/local/localbusiness/2721087

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/