ຄັ້ງທຳອິດຂອງໂລກ! Sydney ປະກາດເປັນເຈົ້າພາບໃນການຈັດຕັ້ງກອງປະຊຸມສຸດຍອດດ້ານທໍາມະຊາດລະດັບໂລກ


ລັດຖະບານ​ແຮງ​ງານ​ຂອງ Australia ​ແລະ ​ລັດ New South Wales ປະກາດ​ວ່າ ນະຄອນ Sydney ຈະ​ເປັນ​ເຈົ້າພາບໃນການ​ຈັດຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ Global Nature Positive​ ​ຄັ້ງ​ທຳ​ອິດ​ໃນ​ຕົ້ນ​ເດືອນ​ຕຸລາ 2024.

ໂດຍໃນການປະຊຸມສຸດຍອດດັ່ງກ່າວຈະລວບລວມຕົວແທນຈາກທົ່ວໂລກ ລວມທັງລັດຖະມົນຕີ, ກຸ່ມຮັກສິ່ງແວດລ້ອມ, ຊົນເຜົ່າພື້ນເມືອງ, ນັກທຸລະກິດ, ນັກວິທະຍາສາດ ແລະ ຜູ້ນໍາຊຸມຊົນຕ່າງໆ ເພື່ອພິຈາລະນາວ່າຈະມີວິທີການໃດແດ່ທີ່ຈະເພີ່ມການລົງທຶນໃນໂຄງການຟື້ນຟູທໍາມະຊາດ.

ຂອບ​ເຂດ​ຄວາມ​ຫຼາກ​ຫຼາຍ​ດ້ານ​ຊີ​ວະ​ພາບ​ທົ່ວ​ໂລກ​ໄດ້​ຮັບ​ການ​ຕົກ​ລົງ​ໂດຍເຫັນດີຈາກ 196 ປະ​ເທດ​ໃນ​ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີ​ວະ​ພາບໃນ​ປີ​ກາຍ​ນີ້ ແລະ ໄດ້ຮັບການອະທິບາຍວ່າເປັນ “ສັນຍາ​ປາຣີສ​ເພື່ອ​ທຳ​ມະ​ຊາດ” ໂດຍມີ​ເປົ້າ​ໝາຍ​ໃນການລວບລວມເງິນ​ທຶນ 200 ຕື້​ໂດ​ລາ​ຕໍ່​ປີ​ເພື່ອ​ສ້ອມ​ແປງ​ທຳ​ມະ​ຊາດ​ພາຍ​ໃນ​ປີ 2030.

ໃນກອງ​ປະຊຸມ​ສຸດ​ຍອດທີ່ກຳລັງຈະເກີດຂຶ້ນນີ້ ​ຈະມຸ່ງ​ເນັ້ນ​ໃສ່​ສາມ​ຫົວ​ຂໍ້​ສຳຄັນ​ຄື: ຄວາມ​ໂປ່​ງ​ໃສ ​ແລະ ​ການ​ລາຍ​ງານ, ຄວາມ​ຕ້ອງການ​ທາງ​ທຸລະ​ກິດ​ຕໍ່​ທຳ​ມະ​ຊາດ ແລະ ເພີ່ມການມີສ່ວນຮ່ວມຂອງຜູ້ຄອບຄອງທີ່ດິນ. ນອກຈາກນີ້ໃນກອງປະຊຸມຍັງໄດ້ເນັ້ນໜັກວ່າກົດລະບຽບດັ່ງກ່າວຈະຊ່ວຍໃຫ້ທຸລະກິດຕ່າງໆສາມາດລົງທຶນ ແລະ ປະເມີນຜົນໂຄງການຟື້ນຟູທໍາມະຊາດໄດ້.

Penny Sharp ລັດຖະມົນຕີ​ກະຊວງການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຂອງລັດ NSW ກ່າວ​ວ່າ “Australia ເປັນຜູ້ນໍາລະດັບໂລກໃນການສະໜັບສະໜູນການລິເລີ່ມທີ່ເປັນມິດກັບທຳມະຊາດ ແລະ ຫຼຸດຜ່ອນການປ່ອຍກ໊າສເຮືອນແກ້ວໃຫ້ເປັນສູນ (net zero). ພວກເຮົາຮູ້ສຶກຍິນດີຫຼາຍທີ່ Sydney ໄດ້ຖືກຮັບເລືອກໃຫ້ເປັນເມືອງເຈົ້າພາບສໍາລັບການຈັດຕັ້ງກອງປະຊຸມໃນຄັ້ງນີ້”

ທີ່ມາ:

environment

smh

bigth

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/