ຄວາມແຕກຕ່າງລະຫວ່າງ Coin ກັບ Token ໃນໂລກຂອງ Cryptocurrency


ໃນໂລກຂອງ cryptocurrency ໄດ້ມີຫຼາຍໆຄົນທີ່ມັກຈະເອີ້ນຫຼຽນ ແລະ ໂທເຄັນນັ້ນສະຫຼັບກັນ ຫຼື ອາດຈະເອີ້ນລວມໆກັນວ່າຫຼຽນ ເຊິ່ງມັນກໍບໍ່ໄດ້ຜິດຫຍັງຖ້າຫາກເຮົາເຂົ້າໃຈກ່ຽວກັບ ຫຼຽນ ແລະ ໂທເຄັນໄດ້ເປັນຢ່າງດີ. ແຕ່ເຖິງແບບນັ້ນ ຫຼຽນ ແລະ ໂທເຄັນກໍມີຄວາມແຕກຕ່າງກັນ ເຊິ່ງໃນມື້ນີ້ເຮົາຈະພາທ່ານໄປເບິ່ງເຖິງຄວາມແຕກຕ່າງຂອງພວກມັນກັນ.

  • ຫຼຽນ (Coin)

ຫຼຽນ ຫຼື coin ນັ້ນແມ່ນສະກຸນເງິນ crypto ທີ່ຖືກສ້າງຂຶ້ນມາເພື່ອໃຊ້ເປັນສື່ກາງໃນການແລກປ່ຽນສິນຄ້າ ແລະ ບໍລິການຕ່າງໆ ຫຼື ແມ່ນແຕ່ຫຼຽນ crypto ອື່ນໆ, ເຊິ່ງຫຼຽນ crypto ດັ່ງກ່າວຈະຖືກສ້າງຂຶ້ນໂດຍມີເຄືອຂ່າຍ blockchain ເປັນຂອງຕົນເອງ. ດັ່ງນັ້ນ ຈຶ່ງເຮັດໃຫ້ນັກຂຸດສາມາດຂຸດຫຼຽນນັ້ນໄດ້ ບໍ່ວ່າຈະຢູ່ໃນຮູບແບບການຂຸດແບບໃດກໍຕາມ ເຊິ່ງຈະເປັນໄປຕາມລາຍລະອຽດ ແລະ ເງື່ອນໄຂຂອງຫຼຽນນັ້ນ.

ຕົວຢ່າງຂອງຫຼຽນ : Bitcoin (BTC), Ethereum (ETH) ແລະ Dogecoin (DOGE) ເປັນຕົ້ນ.

  • ໂທເຄັນ

ໂທເຄັນ ແມ່ນຫຼຽນ crypto ທີ່ບໍ່ມີ blockchain ເປັນຂອງຕົນເອງ ແຕ່ຈະຖືກສ້າງຂຶ້ນມາໃນ Blockchain ຂອງແພລັດຟອມອື່ນໆ. ພວກມັນມັກຈະຖືກສ້າງຂື້ນເພື່ອຈຸດປະສົງສະເພາະເຈາະຈົງ ຫຼື ອາດຈະຖືກສ້າງຂຶ້ນມາເພື່ອໃຊ້ໃນລະບົບນິເວດ ຫຼື ໂຄງການໃດໜຶ່ງ.

ຕົວຢ່າງຂອງໂທເຄັນ : Tether (USDT), Yearn Finance (YFI) ແລະ Uniswap (UNI) ເປັນຕົ້ນ.

ຄວາມແຕກຕ່າງລະຫວ່າງ Coin ແລະ Token

Coin

  • Coin ແມ່ນສະກຸນເງິນດິຈິຕອນທີ່ຄ້າຍຄືກັບສະກຸນເງິນແທ້
  • Coin ຖືກສ້າງຂຶ້ນໂດຍມີເຄືອຂ່າຍ Blockchain ເປັນຂອງຕົນເອງ
  • Coin ສາມາດໃຊ້ເປັນສື່ກາງໃນການແລກປ່ຽນສິນຄ້າໃນໂລກດິຈິຕອນ ລວມເຖິງໜ່ວຍງານອື່ນໆທີ່ຍອມຮັບໃນສະກຸນເງິນດິຈິຕອນ
  • Coin ມີມູນຄ່າໃນຕົວມັນເອງ ໂດຍລາຄາຈະຂຶ້ນ ຫຼື ລົງຕາມຄວາມຕ້ອງການຂອງຕະຫຼາດທີ່ມີຕໍ່ຫຼຽນນັ້ນໆ
  • Coin ສາມາດຫາໄດ້ຈາກການຂຸດເຊັ່ນ: ການຂຸດ Bitcoin..

Token

  • Token ແມ່ນສະກຸນເງິນທີ່ອອກມາໃຫ້ກັບໂຄງການໃດໂຄງການໜຶ່ງໂດຍສະເພາະ
  • Token ຖືກສ້າງຂຶ້ນມາຈາກເຄືອຂ່າຍ Blockchain ອື່ນໆ ບໍ່ມີເຄືອຂ່າຍເປັນຂອງຕົນເອງ
  • Token ຖືກໃຊ້ເພື່ອກຳນົດສິດໃນການເຂົ້າຮ່ວມການລົງທຶນ ຫຼື ຮັບສິດທິປະໂຫຍດ ໂດຍມີວັດຖຸປະສົງໃນການອອກໂທເຄັນ ແລະ ການຖືຄອງທີ່ເຈາະຈົງຕາມຄົງການຜູ້ອອກໂທເຄັນ
  • Token ສາມາດນຳໃຊ້ເຂົ້າໃນການແລກປ່ຽນສິນຄ້າ ແລະ ການບໍລິການຕ່າງໆ (Utility Token) ແລະ ໃຊ້ໃນການຮ່ວມລົງທຶນ (Investment Token)
  • ມູນຄ່າຂອງ Token ຈະຜູກກັບມູນຄ່າຂອງສິນຊັບທີ່ນຳມາ Tokenize ແລະ ໃນໂຄງການອາດມີ Token ຫຼາຍລະດັບເພື່ອໃຫ້ສອດຄ່ອງກັບຜູ້ລົງທຶນ

ທີ່ມາ:

Zipmex

fool

crypto

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/