Binance ປະກາດລຶບຄູ່ຊື້ຂາຍກວ່າ 39 ລາຍການອອກຈາກ Liquidity Swap ໂດຍຈະເລີ່ມຕັ້ງແຕ່ວັນທີ 1 ກັນຍາເປັນຕົ້ນໄປ


Binance ກະດານເທຣດລະດັບໂລກໄດ້ປະກາດກຽມລຶບຄູ່ຊື້ຂາຍກວ່າ 39 ລາຍການອອກຈາກ Liquidity Swap, ໂດຍການເຄື່ອນໄຫວດັ່ງກ່າວເກີດຂຶ້ນທ່າມກາງຄວາມທ້າທາຍທາງດ້ານກົດໝາຍ ແລະ ການຟ້ອງຮ້ອງທີ່ Binance ກຳລັງປະເຊີນຢູ່.

ເຊິ່ງຫຼຽນ Crypto ທີ່ຈະຖືກລຶບອອກກໍຈະມີແຕ່ຫຼຽນທີ່ຫຼາຍຄົນຮູ້ຈັກກັນດີເຊັ່ນ: Cardano (ADA), Polygon (MATIC), Bitcoin (BTC), Tron (TRX), Avalanche (AVAX), Polkadot (DOT), Filecoin (FIL) ແລະ Pepe Coin (PEPE) ເປັນຕົ້ນ.

ໃນການດຳເນີນການລຶບຫຼຽນດັ່ງກ່າວອອກນັ້ນຈະແບ່ງອອກເປັນ 2 ໄລຍະຄື ໃນໄລຍະທຳອິດຄູ່ຊື້ຂາຍ BNB 13 ຄູ່ຈະຖືກລຶບອອກຈາກ Liquidity Pool ໃນວັນທີ 1 ກັນຍາ, ສ່ວນຄູ່ຊື້ຂາຍ Bitcoin ແລະ Ethereum ຈະຖືກລຶບອອກໄປໃນພາຍຫຼັງ. ທັງນີ້ຜູ້ໃຊ້ຈະບໍ່ສາມາດເພິ່ມ liquidity ໃຫ້ກັບຫຼຽນກຸ່ມນີ້ອີກຕໍ່ໄປ ແລະ ຜູ້ທີ່ມີ liquidity ຢູ່ກັບຫຼຽນເຫຼົ່ານີ້ຈະໄດ້ຮັບສິນຊັບຄືນໃນກະເປົາເງິນຂອງຕົນໃນວັນທີ 1 ກັນຍາ.

ຄວາມທ້າທາຍດ້ານກົດລະບຽບມີສ່ວນເຮັດໃຫ້ປະລິມານການຊື້ຂາຍໃນ Binance ຫຼຸດລົງເນື່ອງຈາກບໍລິສັດຕ້ອງປະເຊີນກັບການກວດສອບຈາກຄະນະກໍາມະການຫຼັກຊັບ ແລະຕະຫຼາດຫຼັກຊັບຂອງສະຫະລັດ (SEC) ທີ່ໄດ້ຍື່ນຟ້ອງຕໍ່ Binance ໂດຍກ່າວຫາວ່າ Binance ນັ້ນໄດ້ລະເມີດກົດໝາຍຫຼັກຊັບຂອງລັດຖະບານກາງ.

ເພື່ອຕອບສະໜອງຕໍ່ກັບຂໍ້ກ່າວຫາດັ່ງກ່າວ Binance US ຈຶ່ງໄດ້ຢຸດການຊື້ຂາຍຊົ່ວຄາວ ແລະ ຖອນໂທເຄັນຫຼາຍລາຍການອອກ. ນີ້ໄດ້ສົ່ງຜົນກະທົບຕໍ່ຄູ່ຊື້ຂາຍຂອງ Stablecoin Tether (USDT) ກວ່າ 90 ລາຍການ ແລະ ຄູ່ຊື້ຂາຍ Bitcoin (BTC) 8 ຄູ່ ເຮັດໃຫ້ຄ່າປະລິມານ ticker ຫຼຸດລົງ.

Binance ບໍ່ແມ່ນຜູ້ດຽວທີ່ໄດ້ຮັບຜົນກະທົບ. ໂດຍທົ່ວໄປ, ປະລິມານການຊື້ຂາຍແລກປ່ຽນແບບ centralized ໄດ້ມີການຫຼຸດລົງເຖິງ 40% ສູ່ຈຸດຕໍ່າສຸດນັບຕັ້ງແຕ່ເດືອນທັນວາ. ການຫຼຸດລົງນີ້ໃນຄັ້ງນີ້ອາດຈະເປັນຍ້ອນປັດໄຈຕ່າງໆ ລວມທັງຄວາມບໍ່ແນ່ນອນທີ່ມາຈາກສະພາວະເສດຖະກິດຖົດທອຍທີ່ກຳລັງເກີດຂຶ້ນ.

ທີ່ມາ:

financefeeds

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/