ວັດທະນາ ອິນທະລັກສາ ໄວໜຸ່ມຄົນທໍາອິດຂອງ ສປປ ລາວ ກັບການຮັບຕຳແໜ່ງເປັນປະທານກຸ່ມນັກສຶກສາກົດໝາຍອາຊີ Asian Law Students’ Association ຫຼື ALSA


ວັດທະນາ ອິນທະລັກສາ ໄວໜຸ່ມຄົນທໍາອິດໃນປະຫວັດສາດຂອງ ສປປ ລາວ ກັບການຮັບຕຳແໜ່ງເປັນປະທານກຸ່ມນັກສຶກສາກົດໝາຍອາຊີ Asian Law Students’ Association ຫຼື ALSA ສົກປີ 2022-2023 ເຊິ່ງເປັນຄົນລາວຄົນທຳອິດໃນຮອບ 20 ປີ ນັບແຕ່ມີການສ້າງຕັ້ງກຸ່ມມາແຕ່ປີ 2002.

ALSA ປະກອບມີປະເທດສະມາຊິກທັງໝົດ 16 National Chapters ແລະ 3 ປະເທດສັງເກດການ ມີຈຳນວນສະມາຊິກທັງໝົດ 14.000 ຄົນ ແລະ ມີຫຼາຍກວ່າ 100+ ມະຫາວິທະຍາໄລທົ່ວອາຊີທີ່ເປັນສະມາຊິກໃນເຄືອຂ່າຍຂອງກຸ່ມນັກສຶກສາກົດໝາຍອາຊີນີ້ອີກດ້ວຍ ເຊິ່ງນ້ອງວັດທະນາ ໄດ້ຮັບຄະແນນຢ່າງເປັນເອກະສັນຈາກປະທານຂອງແຕ່ລະປະເທດສະມາຊິກ ທີ່ລົງມະຕິໄວ້ວາງໃຈ ແລະ ຕົກລົງເຫັນດີໃຫ້ດຳລົງຕຳແໜ່ງເປັນປະທານຂອງກຸ່ມ ແລະ ຍັງຖືໄດ້ວ່ານ້ອງເປັນ LGBT ຄົນທໍາອິດທີ່ໄດ້ຮັບຕຳແໜ່ງນີ້ເລີຍ. ນັບວ່າເປັນແບບຢ່າງທີ່ດີໃຫ້ແກ່ໄວໜຸ່ມຂອງ ສປປ ລາວ ເຮົາເລີຍກໍວ່າໄດ້ ໂດຍສະເພາະກັບກຸ່ມຄົນຫຼາກຫຼາຍທາງເພດ. ທີ່ສໍາຄັນນ້ອງຍັງສາມາດພິສູດໃຫ້ທຸກຄົນໃນສັງຄົມໄດ້ເຫັນວ່າກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ຫຼື ບໍ່ວ່າເພດໃດກໍຕາມແມ່ນສາມາດມີຄວາມເປັນຜູ້ນຳໄດ້ ແລະ ກໍເຮັດວຽກໃນລະດັບສາກົນໄດ້ເຊັ່ນດຽວກັນ.

ຜ່ານມາ ແບ້ງກີ້ ມີຜົນງານທີ່ໂດດເດັ່ນຢູ່ສະເໝີ ແລະ ມີຫຼາກຫຼາຍປະສົບການດ້ວຍກັນ ເຊິ່ງຜ່ານມາທາງ LaoX ກໍໄດ້ມີໂອກາດສຳພາດນ້ອງ ແລະ ຄັ້ງນີ້ກໍຕ້ອງສະແດງຄວາມຍິນດີນຳນ້ອງແບ້ງກີ້ ທີ່ໄດ້ຮັບຕຳແໜ່ງທີ່ສູງຂຶ້ນກວ່າເກົ່າ. ກ່ອນໜ້ານີ້ແບ້ງກີ້ກໍໄດ້ດຳລົງເປັນຕຳແໜ່ງ ປະທານກຸ່ມນັກສຶກສາກົດໝາຍ ອາຊີ-ລາວ ALSA Laos (Asian Law Students’ Association Laos National Chapter) ແລະ ສະມາຊິກກຸ່ມສິດທິມະນຸດ Human Rights Group FLP ຂອງຄະນະນິຕິສາດ ແລະ ລັດຖະສາດ, ໄດ້ຮັບທຶນ Youth Regional Affair Dialogue 2022 ທີ່ເປັນຄົນລາວພຽງໜຶ່ງດຽວໃນປີ 2022 ທີ່ ປະເທດສິງກະໂປ, ໄດ້ທຶນ SDG Summer School ທີ່ Switzerland ໃນການເຮັດບົດວິໄຈ ແລະ ສ້າງໂຄງການເຜີຍແຜ່ຄວາມຮູ້ ກ່ຽວກັບພະຍາດວັນນະໂລກ, ໂລກເອດ ຫຼື HIV ແລະ ພະຍາດໄຂ້ເລືອດອອກຢູ່ທະວີບອາຟຣິກາ.

ນອກຈາກນັ້ນ, ຍັງໄດ້ທຶນແລກປ່ຽນ Global UGARD ທີ່ປະເທດສະຫະລັດອາເມຣິກາ ແລະ ໃນເດືອນກັນຍາທີ່ຈະມາຮອດນີ້ ນ້ອງຈະໄດ້ເດີນທາງໄປປະເທດອິນເດຍເພື່ອເປີດພິທີກອງປະຊຸມສະໄໝສາມັນກຸ່ມນັກສຶກສາກົດໝາຍອາຊີ 2023 ALSA Forum India 2023 ແລະ ກ່າວອຳລາຕຳແໜ່ງປະທານກຸ່ມນັກສຶກສາກົດໝາຍອາຊີຢ່າງສະຫງ່າງາມທີ່ເມືອງຫຼວງ New Delhi.

ຂອບໃຈບົດສຳພາດຈາກນ້ອງແບ້ງກີ້:

https://bit.ly/3oDZixA

ສາມາດອ່ານບົດສຳພາດກ່ອນໜ້ານີ້ໄດ້ທີ່:

https://cutt.ly/h5YGAbw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/