ລົດເມໄຟຟ້າ 6.000ກີບ/ຖ້ຽວ ບໍລິການສະເພາະຜູ້ໂດຍສານຂຶ້ນ-ລົງ ຕາມປ້າຍເທົ່ານັ້ນ ເລີ່ມ 1 ພຶດສະພາ ເປັນຕົ້ນໄປ


ໃນວັນທີ 23 ມີນາ 2022 ປີຜ່ານມາ ຢູ່ນະຄອນຫຼວງວຽງຈັນໄດ້ມີພິທີເປີດການທົດລອງນຳໃຊ້ລົດເມໄຟຟ້າ (EV BUS ຫຼື ລົດເມສາຍ 29) ເພື່ອບໍລິການຂົ່ນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນໃຫ້ມີຄວາມສະດວກສະບາຍ ແລະ ທັນສະໄໝ, ພ້ອມກັນນັ້ນກໍປະຕິບັດການຂົນສົ່ງສີຂຽວເປັນມິດຕໍ່ສິ່ງແວດລ້ອມ ແລະ ບັນລຸເປົ້າໝາຍຂອງການພັດທະນາຕົວເມືອງນະຄອນຫຼວງວຽງຈັນແບບຍືນຍົງຮອດປີ 2030 ແລະ ຫຼ້າສຸດ ກໍໄດ້ມີການຕິດປ້າຍຕາມຈຸດແລ້ວ ເຊິ່ງຈະທົດລອງຮັບ-ສົ່ງ ສະເພາະຜູ້ໂດຍສານຂຶ້ນ-ລົງ ຕາມປ້າຍເທົ່ານັ້ນ ເພື່ອຄວາມສະດວກສະບາຍ ບໍລິການກົງເວລາ ແລະ ປອດໄພ ໂດຍຈະເລີ່ມຕັ້ງແຕ່ວັນທີ 1 ພຶດສະພາ 2023 ເປັນຕົ້ນໄປ.

ລົດເມນະຄອນຫຼວງວຽງຈັນ ຈະຈອດສະເພາະຈຸດເທົ່ານັ້ນ ການຕິດຕັ້ງປ້າຍຕາມຈຸດຈອດລົດເມສາຍ 29 ຕະຫຼາດເຊົ້າ-ດົງໂດກ (ຄິວລົດເມສາຍໃຕ້) ໃນລາຄາ 6.000 ກີບ/ຖ້ຽວ ເວລາບໍລິການເລີ່ມແຕ່ 6:00-19:00 ໂມງ, ພ້ອມກັນນີ້ ລົດເມໄຟຟ້າສາມາດປະຢັດທັງຄ່າໃຊ້ຈ່າຍ ແລະ ເປັນມິດກັບສິ່ງແວດລ້ອມ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/