ມາແລ້ວ! ຕົວຢ່າງທຳອິດຂອງ The Hunger Games: The Ballad of Songbirds and Snakes


ເຊື່ອວ່າຫຼາຍຄົນຄົງຮູ້ຈັກຮູບເງົາຊຸດຊື່ດັງຢ່າງເລື່ອງ Hunger Games ທີ່ມີເຖິງ 4 ພາກ ແລະ ຍັງສາມາດສ້າງປາກົດການ Hunger Games ໄປໄດ້ທົ່ວໂລກພ້ອມກັບລາຍໄດ້ອັນມະຫາສານ. ດ້ວຍຄວາມໂດ່ງດັງ ແລະ ມີຕົວລະຄອນທີ່ເປັນຈົດຈຳຫຼາຍໆຄົນ ແຕ່ມີອີກໜຶ່ງຕົວລະຄອນທີ່ແຟນໆ Hunger Games ຮູ້ຈັກດີຄື Coriolanus Snow ຫຼື ນາຍົກ Snow ທີ່ກຳລັງມີຮູບເງົາແຍກເປັນເລື່ອງລາວຂອງຕົນເອງ.

ຫຼ້າສຸດທາງ Lionsgate ໄດ້ປ່ອຍຕົວຢ່າງທຳອິດ ຂອງ The Hunger Games: The Ballad of Songbirds and Snakes ເຊິ່ງເປັນພາກເລີ່ມຕົ້ນທຸກຢ່າງໃນຈັກກະວານ The Hunger Games ແລະ ຕົວຢ່າງທຳອິກໄດ້ຖືກເຜີຍແຜ່ພາຍໃນງານ CinemaCon 2023 ເປັນຄັ້ງທຳອິດ.

The Hunger Games: The Ballad of Songbirds and Snakes ຈະເວົ້າເຖິງເລື່ອງລາວເມື່ອ 64 ປີກ່ອນເຫດການໃນ The Hunger Games (2012) ພາກທຳອິດ ເມື່ອ Coriolanus Snow ຫຼື ນາຍົກ Snow ໃນໄວໜຸ່ມຜູ້ເປັນທາຍາດຄົນສຸດທ້າຍຂອງຕະກູນທີ່ລົ້ມສະຫຼາຍຈາກສົງຄາມຄັ້ງໃຫຍ່ໃນ Capital ໄດ້ຮັບມອບໝາຍເປັນອ້າຍລ້ຽງຂອງ  Lucy Gray Baird (ຮັບບົດໂດຍ Rachel Zegler) ເດັກສາວບັນນາການຈາກເຂດ 12 ທີ່ຈະເຂົ້າຮ່ວມແຂ່ງຂັນເກມລ່າຊີວິດຄັ້ງທີ 10 ກ່ອນທີ່ຄວາມສຳພັນທັງສອງຈະກໍເຕີບໃຫຍ່ຂຶ້ນທ່າມກາງເກມທີ່ມີການເດີມພັນດ້ວຍຄວາມເປັນຄວາມຕາຍ ພ້ອມກັບຈະພາທ່ານຜູ້ຊົມໄປເຮັດຄວາມຮູ້ຈັກກັບຕົວລະຄອນສຳຄັນອີກສອງຄົນຄື Casca Highbottom (ຮັບບົກໂດຍ Peter Dinklage) ຜູ້ທີ່ສ້າງເກມລ່າຊີວິດ ແລະ Dr. Volumnia Gaul (ຮັບບົດໂດຍ Viola Davis) ຫົວໜ້າຜູ້ຄວບຄຸມເກມທີ່ກຸມຊະຕາຊີວິດຂອງຜູ້ແຂ່ງຂັນ.

ໂດຍທີ່ພາກນີ້ກໍຍັງໄດ້ Francis Lawrence ຜູ້ຢູ່ເບື້ອງຫຼັງຄວາມສຳເລັດຂອງຈັກກະວານ The Hunger Games ກັບມານັ່ງຕັ່ງຜູ້ກຳກັບອີກຄັ້ງ ໂດຍຮູບເງົາ The Hunger Games ນັບໄດ້ວ່າເປັນອີກໜຶ່ງຈັກກະວານຂອງຮູບເງົາຟອມຍັກທີ່ປະສົບຄວາມສຳເລັດຢ່າງລົນເຫຼືອທັງດ້ານລາຍໄດ້ ແລະ ຄຳວິຈານ ໂດຍຮູບເງົາທັງ 4 ພາກສາມາດກວາດລາຍໄດ້ໄປຮອດ 2,9 ພັນລ້ານໂດລາ.

The Hunger Games: The Ballad of Songbirds and Snakes ເປັນອີກໜຶ່ງຮູບເງົາທີ່ຫຼາຍຄົນຕັ້ງຕາລໍຖ້າ ເບິ່ງຄວາມຍິ່ງໃຫຍ່ຂອງປະຖົມມະບົດຂອງເກມລ່າຊີວິດ ທີ່ຈະອອກສາຍໂຮງໃນເດືອນພະຈິກນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/