ທັບນັກກິລາແລ່ນ-ລານລາວ ກວາດ 3 ຫຼຽນຄຳ, 1 ຫຼຽນເງິນ ແລະ ອີກ 2 ຫຼຽນທອງ ສິງກະໂປ ໂອເພັນ 2023


ເອີ້ນໄດ້ວ່າເປັນການຮຽກຄວາມໝັ້ນໃຈແບບເຕັມທີ່ ສຳລັບທັບນັກກິລາລາແລ່ນ-ລານລາວ ກ່ອນການເຂົ້າຮ່ວມແຂ່ງຂັນໄລ່ລ່າຫຼຽນຄຳໃນກິລາຊີເກມ ຄັ້ງທີ 32 ທີ່ກຳປູເຈຍ ຫຼັງນັກກິລາແລ່ນ-ລານລາວເຮັດຜົນງານໄດ້ຢ່າງໂດດເດັ່ນໃນການແຂ່ງຂັນອຸ່ນເຄື່ອງ Singapore Open Track & Field Championships 2023 ກວາດ 3 ຫຼຽນຄຳ, 1 ຫຼຽນເງິນ ແລະ ອີກ 2 ຫຼຽນທອງ ມາໄດ້ສຳເລັດ.

ທັບນັກກິລາແລ່ນ-ລານ ທີມຊາດລາວ ສົ່ງເຂົ້າຮ່ວມແຂ່ງຂັນກິລາແລ່ນ-ລານ ງານ Singapore Open Track & Field Championships 2023 ຈັດຂຶ້ນ ທີ່ປະເທດສິງກະໂປ ລະຫວ່າງວັນທີ 26-28 ເມສາ 2023 ໃນຈຳນວນ 6 ຄົນ ມີ ຍິງ 3 ຄົນ ແລະ ຊາຍ 3 ຄົນ ລົງແຂ່ງຂັນ 12 ລາຍການ.

ຜ່ານການແຂ່ງຂັນ 3 ມື້ຜົນປາກົດວ່າ 3 ຫຼຽນຄຳ ທີ່ສາມາດຍາດມາໄດ້ນັ້ນແມ່ນມາຈາກລາຍການແລ່ນທົນ 5.000 ແມັດຍິງ, ລາຍການແລ່ນທົນ 10.000 ແມັດຍິງ 4X100 ປະສົມຊາຍ-ຍິງ, 1 ຫຼຽນເງິນ ຮຸ່ນອາວຸໂສ 40 ປີຂຶ້ນໄປ ແລະ 2 ຫຼຽນທອງ ລາຍການ ແລ່ນ 1.500 ແມັດຍິງ (ລົດແກ້ວ ອິນທະກຸມມານ ແລະ ຈາກລາຍການເຕັ້ນຍາວຊາຍ).

ນາງ ລົດແກ້ວ ອິນທະກຸມມານ ຜູ້ທີ່ກວາດ 2​ຫຼຽນຄຳ ແລະ 1 ຫຼຽນທອງ ໃນການແຂ່ງຂັນຄັ້ງນີ້ ແລະ ຍັງເປັນໜຶ່ງຄວາມຫວັງຕົວເຕັງຫຼຽນຄຳປະຫວັດສາດຂອງທັບນັກກິລາລາວ “ພະນົມເປັນ ເກມ” ໃນປະເພດກິລາແລ່ນ-ລານ ໃຫ້ຮູ້ວ່າ: “ສຳລັບຜົນງານທີ່ນ້ອງຍາດມາໄດ້ໃນຄັ້ງນີ້ ຄືໜຶ່ງຄວາມຕັ້ງໃຈ ແລະ ໜຶ່ງຄວາມພາກພູມໃຈທີ່ຕົນເອງມຸ່ງໝັ້ນຕັ້ງໜ້າເອົາໃຈໃສ່ເຝິກຊ້ອມຢ່າງຕໍ່ເນື່ອງ ແລະ ກໍເຮັດໃຫ້ພໍ່ແມ່ປະຊາຊົນຊາວລາວບໍ່ຜິດຫວັງ ເຊິ່ງຈະສາມາດຕໍ່ຍອດຄວາມໝັ້ນໃຈ-ກຳລັງໃຈ ໃນການເຂົ້າຮ່ວມແຂ່ງຂັນຊີເກມ ທີ່ລາຊະອານາຈັກກຳປູເຈຍ ຈະເປັນເຈົ້າພາບ ໃນລະຫວ່າງວັນທີ 5-17 ພຶດສະພານີ້. ຊີເກມ ຄັ້ງທີ 32 ປີນີ້ ນ້ອງໄດ້ລົງແຂ່ງຂັນ 3 ລາຍການ ຈາກປະເພດແລ່ນ 5.000 ແມັດຍິງ, ແລ່ນ 10.000 ແມັດຍິງ ແລະ ແລ່ນ 1.500 ແມັດ ໂດຍເປົ້າໝາຍກໍມີຄວາມຫວັງເລິກໆ ແຕ່ຈະພະຍາຍາມສູ້ຊົນເຮັດໃຫ້ສຸດຄວາມສາມາດ ເພື່ອສ້າງຜົນງານເປັນກຽດສັກສີ ແລະ ຊື່ສຽງສູ່ປະເທດຊາດ”.

ສຳລັບພາລະກິດຕໍ່ໄປ ຂອງທັບນັກກິລາແລ່ນ-ລານ ທີມຊາດລາວ ກໍຄືການໄລ່ລ່າຫຼຽນຄຳໃຫ້ໄດ້ ໃນການແຂ່ງຂັນງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື “ພະນົມເປັນ ເກມ 2023” ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/