ສະຫຼຸບ ວິກິດການຄວາມຂັດແຍ້ງຄັ້ງໃຫຍ່ໃນຊູດານ ທີ່ເກີດມາຈາກນາຍທະຫານ 2 ຄົນ ເປັນເຫດໃຫ້ມີຜູ້ເສຍຊີວິດໄປຫຼາຍຮ້ອຍຄົນ


ໃນໄລຍະ 2 ອາທິດທີ່ຜ່ານມາ ສຳລັບໃຜທີ່ຕິດຕາມຂ່າວຕ່າງປະເທດກໍຄົງຈະເຫັນ ຂ່າວຄວາມຂັດແຍ້ງພາຍໃນ ເຖິງຂັ້ນໃຊ້ກຳລັງອາວຸດປະທະກັນຢ່າງດຸເດືອດ ເປັນເຫດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຫຼາຍຮ້ອຍຄົນ ທີ່ປະເທດ ຊູດານ ທະວີບອາຟຣິກາ.  ປະຊາຄົມໂລກ ຕ່າງກໍຮຽກຮ້ອງໃຫ້ມີການຢຸດຍິງ ແລະ ກ້າວເຂົ້າສູ່ໂຕະເຈລະຈາໃຫ້ໄວທີ່ສຸດ ແຕ່ຈົນຮອດມື້ນີ້ ຍັງບໍ່ມີທ່າທີວ່າ ຄວາມຂັດແຍ້ງດັ່ງກ່າວຈະລົດຜ່ອນຄວາມເຄັ່ງຕຶງລົງເລີຍ.

ມື້ນີ້ທີມຂ່າວພວກເຮົາຈະພາໄປເບິ່ງທີ່ໄປທີ່ມາ ແລະ ສາເຫດຂອງຄວາມຂັດແຍ້ງຄັ້ງນີ້ທີ່ປະເທດຊູດານ ເຊິ່ງເປັນຄວາມຂັດແຍ້ງຂອງ 2 ນາຍທະຫານ ຈົນເກີດການປະທະກັນໃນຮູບແບບທີ່ ເປັນການປະທະກັນດຸເດືອດ ແລະ ຮຸນແຮງທີ່ສຸດຄັ້ງໜຶ່ງ ໃນປະຫວັດສາດ ປະເທດຊູດານ.

ຊູດານນັ້ນເປັນປະເທດທີ່ຕັ້ງຢູ່ທາງຕາເວັນອອກສຽງເໜືອຂອງທະວີບ ອາຟຣິກາ ທີ່ມີປະຊາກອນກວ່າ 45 ລ້ານຄົນໃນປີ 2021. ຊູດານນັ້ນ ຖືເປັນອີກໜຶ່ງປະເທດ ໃນອາຟຣິກາ ທີ່ຕ້ອງຍອມຮັບກັນຢ່າງກົງໄປກົງມາວ່າ ບໍ່ໄດ້ມີສະຖຽນລະພາບທາງການເມືອງທີ່ເຂັ້ມແຂງຢູ່ແລ້ວ ແລະ ຍິ່ງເມື່ອເກີດຄວາມຂັດແຍ້ງ ຍິ່ງເປັນເລື່ອງຍາກທີ່ຈະຫາຈຸດເຄິ່ງກາງ ແລະ ແກ້ໄຂຄວາມຂັດແຍ້ງໃຫ້ໄດ້ໂດຍໄວ.

ກ່ອນອື່ນໝົດຈະກ່າວເຖິງບຸກຄົນສຳຄັນ 2 ​ຄົນ ທີ່ກຳລັງປະເດັນກັນຢູ່ໃນຂະນະນີ້ກັນກ່ອນ. ໂດຍຄົນທຳອິດແມ່ນ ພົນເອກ ຟາທາ ອັລ ບູຮານ (Fattah al-Burhan) ຜູ້ບັນຊາການກອງທັບ ຊູດານ ແລະ ພົນເອກ ໂມຮາມັດ ຮຳດັນ ດາກາໂລ (Mohamed Hamdan Dagalo) ຮອງຜູ້ບັນຊາການກອງທັບ ຊູດານ ແລະ ຜູ້ບັນຊາການສູງສຸດຂອງກອງກຳລັງເຄິ່ງທະຫານ ຫຼື RSF ເຊິ່ງເປັນກອງກຳລັງທີ່ມີບົດບາດສຳຄັນ ໃນການສະໜັບສະໜູນກອງທັບ ຊູດານ ທັງການເຄື່ອນໄຫວພາຍໃນປະເທດ ແລະ ຕ່າງປະເທດ (ຄ້າຍໆກັບກອງກຳລັງສ່ວນຕົວ ຫຼື ທີ່ມັກເອີ້ນກັນວ່າທະຫານຮັບຈ້າງ) ທີ່ຂຶ້ນກົງກັບ ພົນເອກ ໂມຮາມັດ ຮຳດັນ ດາກາໂລ ນັ້ນເອງ.

ຢ້ອນກັບໄປເມື່ອປີ 2019 ຊູດານ ເກີດບັນຫາພາຍໃນ ປະຊາຊົນໄດ້ມີການອອກມາປະທ້ວງຂັບໄລ່ ປະທານາທິບໍດີ ໂອມາ ອັລ ບາເຊຍ (Omar al-Bashir) ແລະ ຈາກຄວາມວຸ້ນວາຍທີ່ເກີດຂຶ້ນ ເຮັດໃຫ້ ທັງ 2 ນາຍພົນ ຈັບມືກັນ ເຮັດການປະຕິວັດ.

ພາຍຫຼັງເຮັດການປະຕິວັດ ທາງກອງທັບ ແລະ ກອງກຳລັງ RSF ໄດ້ມີການຈັດຕັ້ງລັດຖະບານໃໝ່ຂຶ້ນ. ລັດຖະບານຊຸດດັ່ງກ່າວປະກອບໄປດ້ວຍ 3 ພາກສ່ວນຫຼັກໆ ໄດ້ແກ່: ຝ່າຍກອງທັບ ນຳໂດຍ ພົນເອກຟາທາ ອັລ ບູຮານ, ຝ່າຍທີ 2 ກໍຄື ກອງກຳລັງ RSF ທີ່ນຳໂດຍ ພົນເອກ ໂມຮາມັດ ຮຳດັນ ດາກາໂລ ແລະ ຝ່າຍທີ 3 ກໍຄື ແກນນຳຜູ້ປະທ້ວງທີ່ອອກມາຂັບໄລ່ລັດຖະບານຂອງ ໂອມາ ອັລ ບາເຊຍ ນັ້ນເອງ.

ແຕ່ສຸດທ້າຍແລ້ວລັດຖະບານທີ່ລວມກັນ 3 ຝ່າຍນີ້ກໍໄປບໍ່ລອດ ເພາະໃນເດືອນ ຕຸລາ ປີ 2021 ກອງທັບຊູດານ ແລະ ກອງກຳລັງ RSF ກໍໄດ້ຈັບມືກັນອີກເທື່ອໜຶ່ງເພື່ອເຮັດການປະຕິວັດຂັບໄລ່ຝ່າຍແກນນຳຜູ້ປະທ້ວງໃຫ້ອອກຈາກອຳນາດ ໂດຍເທື່ອນີ້ມີການອ້າງວ່າຈະນຳພາຊູດານໄປສູ່ລະບອບປະຊາທິປະໄຕ.

ພາຍຫຼັງການປະຕິວັດຄັ້ງທີ 2 ທັງກອງທັບຊູດານ ແລະ ກອງກຳລັງ RSF ກໍໄດ້ມີການຕົກລົງຫາລືກັນ ທັງ 2 ຝ່າຍ ລວມເຖິງ ຫາລືກັບທາງປະຊາຊົນ ແລະ ແກນນຳຝ່າຍປະຊາທິປະໄຕ ເພື່ອຫາທາງອອກໃຫ້ປະເທດ ແລະ ເຮັດຕາມສັນຍາ. ແຕ່ສຸດທ້າຍແລ້ວໃນໄລຍະເວລາ 1 ປີເຄິ່ງ ກໍຍັງມີອີກຫຼາຍບັນຫາທີ່ຍັງບໍ່ສາມາດຕົກລົງເຫັນພ້ອມກັນໄດ້.

ໜຶ່ງໃນບັນຫາສຳຄັນທີ່ບໍ່ສາມາດເຫັນກົງກັນໄດ້ກໍຄື ສະຖານະພາບຂອງກອງກຳລັງທັງ 2 ຝ່າຍ ທັງ ກອງທັບຊູດານ ແລະ ກອງກຳລັງ RSF ຈະເປັນແນວໃດຕໍ່ຈາກນີ້ ແລະ ເມື່ອສະຖານະການເປັນແບບນີ້ ທັງ 2 ຝ່າຍຈະຍຸບລວມກັນແລ້ວບໍລິຫານປະເທດເລີຍຫຼືບໍ່. ແຕ່ເມື່ອເກີດຫົວຂໍ້ນີ້ຂຶ້ນມາ ຄຳຖາມທີ່ໃຫຍ່ທີ່ສຸດກໍຕາມມາທັນທີຄື ຖ້າຫາກລວມກັນແລ້ວ ໃຜຈະເປັນຜູ້ນຳເບີ 1 ໃນເມື່ອທັງສອງຝ່າຍຕ່າງມີທັງກຳລັງພົນ ແລະ ອາວຸດ ພ້ອມກັບຄວາມເຊື່ອໝັ້ນວ່າ ຕົນສາມາດປົກຄອງປະເທດໄດ້.

ຈົນສຸດທ້າຍມາຮອດ ວັນທີ 15 ເດືອນເມສາ ພົນເອກ ໂມຮາມັດ ຮຳດັນ ດາກາໂລ ໄດ້ສົ່ງກຳລັງພົນຕິດອາວຸດ ຂອງກອງກຳລັງ RSF ເຂົ້າໄປຢຶດສະໜາມບິນ ມາຣາວີ ໃນເມືອງຫຼວງ ຄາທູມ ພ້ອມປະກາດຈະເຮັດການປະຕິວັດອີກເທື່ອໜຶ່ງ. ແນ່ນອນ ເມື່ອນາຍພົນເບີ 2 ໃນກອງທັບ ປະກາດຢຶດອຳນາດຈາກ ນາຍພົນເບີ 1 ຢ່າງ ພົນເອກ ຟາທາ ອັລ ບູຮານ ທີ່ເປັນຜູ້ບັນຊາການເບີ 1 ຂອງກອງທັບ ຊູດານ ກໍໄດ້ສັ່ງໃຫ້ກອງທັບອາກາດ ຊູດານ ປະຕິບັດການໂຈມຕີທາງອາກາດ ເພື່ອຢຸດການປະຕິວັດດັ່ງກ່າວ ຈົນກາຍເປັນຄວາມຂັດແຍ້ງ ແລະ ເກີດການປະທະກັນຢ່າງດຸເດືອດ ຈົນຮອດປັດຈຸບັນ.

ສະຫຼຸບແລ້ວ ຄວາມຂັດແຍ້ງ ແລະ ຄວາມຮຸນແຮງດັ່ງກ່າວ ທີ່ເກີດຂຶ້ນ ກໍມາຈາກການຍາດຊິງອຳນາດກັນທາງການເມືອງ ແຕ່ບັງເອີນ 2 ຄົນທີ່ຍາດອຳນາດກັນນັ້ນ ເປັນ 2 ຄົນທີ່ມີທັງອຳນາດສິດຂາດ, ກຳລັງພົນ ແລະ ອາວຸດຍຸດໂທປະກອນ ເຮັດໃຫ້ສຸດທ້າຍແລ້ວ ຄວາມຂັດແຍ້ງດັ່ງກ່າວ ອອກມາໃນຮູບແບບຂອງຄວາມຮຸນແຮງ ແລະ ການໃຊ້ອາວຸດໃນການຕໍ່ຕ້ານເຊິ່ງກັນ ແລະ ກັນ.

    ປັດຈຸບັນວັນທີ 28 ເມສາ ກອງກຳລັງທັງ 2​ຝ່າຍໄດ້ເຮັດການສັນຍາການຢຸດຍິງເພີ່ມ ອີກ 72 ຊົ່ວໂມງ ເພື່ອອົບພະຍົບປະຊາຊົນຜູ້ບໍ່ກ່ຽວຂ້ອງ, ຊາວຕ່າງຊາດ, ອົງການຊ່ວຍເຫຼືອຕ່າງໆ ອອກຈາກພື້ນທີ່ ແຕ່ການສູ້ຮົບຈະຍັງຄົງດຳເນີນຕໍ່ໄປຫຼັງຄົບເວລາຕາມທີ່ໄດ້ກຳນົດໄວ້.

ຕາມການລາຍງານຫຼ້າສຸດ ໃນການປະທະກັນຄັ້ງນີ້ຂອງທັງ 2 ຝ່າຍ ເຮັດໃຫ້ມີຜູ້ເສຍຊີວິດທີ່ສາມາດລະບຸໄດ້ແລ້ວຢ່າງໜ້ອຍ 512 ຄົນ ແຕ່ຄາດວ່າຈຳນວນຜູ້ເສຍຊີວິດຕົວຈິງຈະຫຼາຍກວ່ານີ້ຫຼາຍເທົ່າ ແລະ ບາດເຈັບຫຼາຍກວ່າ 4.200 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/