Kintsugi ສິລະປະແຫ່ງການປົວແປງຈິດໃຈ


‘ຈິດໃຈຄົນເຮົາກໍເໝືອນກັບພາຊະນະ ເມື່ອແຕກຫັກເສຍຫາຍແລ້ວ ກໍຍາກທີ່ຈະໃຫ້ກັບມາສະພາບເດີມໄດ້ ແຕ່ເຮົາສາມາດສ້ອມແປງ ໃຫ້ສວຍງາມຂຶ້ນກວ່າເກົ່າໄດ້’

Kintsugi ຄືໜຶ່ງໃນງານສີມືການສ້ອມແປງພາຊະນະທີ່ເສຍຫາຍຂອງຊາວຍີ່ປຸ່ນ ທີ່ມີການສືບທອດກັນມາຍາວນານ ກາຍເປັນວັດທະນະທຳ, ປັດຊະຍາ ແລະ ຄວາມເຊື່ອທີ່ວ່າຖ້ວຍຊາມແຕກບໍ່ຄວນຖິ້ມ ແຕ່ຄວນສ້ອມແປງໃຫ້ມັນກັບມາມີຊີວິດອີກຄັ້ງ.

Kintsugi ຄືສິລະປະການສ້ອມແປງພາຊະນະດ້ວຍຄຳ. Kintsugi ໃນພາສາຍີ່ປຸ່ນຄຳວ່າ Kin ແປວ່າຄຳ ແລະ ຄຳວ່າ Tsugi ແປວ່າເຊື່ອມ.ເມື່ອນຳມາລວມກັນຈຶ່ງມີຄວາມໝາຍວ່າການເຊື່ອມພາຊະນະດ້ວຍຄຳ.

ຄວາມເປັນມາຂອງ Kintsugi ມີມາຕັ້ງແຕ່ສະຕະວັດທີ 15 ສະໄໝໂຊກຸນຄົນທີ 8 ແຫ່ງ Ashikaga yoshi masa ທີ່ຕ້ອງການສ້ອມແປງຖ້ວຍທີ່ແຕກຫັກ ແຕ່ໃນການສ້ອມແປງເທື່ອທຳອິດເຖິງວ່າຈະໃຊ້ງານໄດ້ແຕ່ຮູບຊົງບໍ່ສວຍງາມ ຈຶ່ງໄດ້ນຳກັບມາໃຫ້ຊ່າງຍີ່ປຸ່ນເປັນຄົນສ້ອມແປງດ້ວຍ Kerriidae, ເຣຊິນ ແລະ ຜົງຄຳ ຜົງເງິນມາປະສົມກັນເພື່ອປົກປິດຮອຍແຕກຂອງພາຊະນະ ນັ້ນໆ ຈົນກາຍເປັນຜົນງານໃໝ່ທີ່ມີຄວາມແປກຕາ ແລະ ເປັນເອກະລັກ ຈຶ່ງເກີດມີການສ້ອມແປງພາຊະນະດ້ວຍວິທີ Kintsugi.

ແນວຄິດ Kintsugi ຖືກນຳມາປັບໃຊ້ໃນຊີວິດປະຈຳວັນຂອງຊາວຍີ່ປຸ່ນ ຊ່ວຍໃຫ້ເຫັນຄວາມງົດງາມຂອງຊີວິດໃນມຸມທີ່ບໍ່ສົມບູນ ໃນຊີວິດຄົນເຮົາຕ້ອງເຈິກັບຄວາມເຈັບຊ້ຳ, ຄວາມຜິດຫວັງ, ຄວາມຜິດພາດ ບໍ່ວ່າທຸກຄວາມຜິດຫວັງຈະເກີດຈາກສາເຫດໃດກໍລ້ວນແຕ່ສົ່ງຜົນກະທົບຕໍ່ຄົນເຮົາທາງດ້ານຄວາມຄິດ ແລະ ຈິດໃຈ.

ຄົນຍີ່ປຸ່ນຈຶ່ງມີການປັບໃຊ້ແນວຄິດ Kintsugi ສິລະປະທີ່ມາຊ່ວຍປົວແປງບາດແຜໃນຈິດໃຈຂອງມະນຸດ ນັ້ນກໍຄືການຍອມຮັບຄວາມຜິດພາດ, ຂໍ້ບົກຜ່ອງຂອງຕົນເອງ ຮອຍແຕກຂອງພາຊະນະກໍປຽບເໝືອນສິ່ງທີ່ເຄີຍເກີດຂຶ້ນແລ້ວເຮົາບໍ່ສາມາດແກ້ໄຂໄດ້ ແຕ່ເມື່ອໄດ້ຮັບການສ້ອມແປງຈິດໃຈກໍກັບມາສວຍງາມໄດ້.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/