ລາວ-ໄທ ຮ່ວມມືກັນຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການລັກລອບຄ້າຂາຍສັດປ່າທີ່ຜິດກົດໝາຍ

ລາວ-ໄທ

ບັນຫາການລັກລອບຄ້າຂາຍສັດປ່າໃນລາວເຮົາ ຍັງເປັນບັນຫາໜຶ່ງທີ່ຍາກຕໍ່ການແກ້ໄຂ ແລະ ຕ້ອງການຄວາມເອົາໃຈໃສ່ຈາກຫຼາຍໆພາກສ່ວນ ເພາະຂະບວນການຄ້າສັດປ່າບໍ່ແມ່ນຈະມີສະເພາະພາຍໃນປະເທດ ແຕ່ຍັງແຜ່ກະຈາຍຕາມເຂດຊາຍແດນລະຫວ່າງປະເທດ ລາວ-ໄທ ອີກພ້ອມ. ສະນັ້ນ ເຮັດໃຫ້ທາງການ 2 ປະເທດຮ່ວມມືກັນຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການລັກລອບ ຄ້າຂາຍສັດປ່າທີ່ຜິດກົດໝາຍ.

ລາວ-ໄທ

ໃນລະຫວ່າງວັນທີ 14-15 ກັນຍາ 2022 ທາງການຂອງແຂວງຊຽງຣາຍ ປະເທດໄທ ແລະ ທາງການ ແຂວງບໍ່ແກ້ວ ຂອງ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມ ປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການລັກລອບຄ້າຂາຍສັດປ່າລະຫວ່າງຊາດ ໂດຍສະເພາະ ຕາມແນວຊາຍແດນ ຂອງແຂວງ ບໍ່ແກ້ວ ແລະ ແຂວງຊຽງຣາຍ.

ໂດຍການຈັດກອງຊຸມຄັ້ງນີ້ມີ ທ່ານ ສຸນັນທາ ຈຸນລະມະນີ ຮອງຫົວຫນ້າກົມກວດກາປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້, ສປປ ລາວ ແລະ ທ່ານ ວາຣະດິສອນ ອ່ອນນຸດ ຮອງເຈົ້າແຂວງ ແຂວງຊຽງຣາຍ ປະເທດໄທ ເປັນປະທານຮ່ວມ. ເຊິ່ງກອງປະຊຸມ ໄດ້ຈັດຂຶ້ນທີ່ ໂຮງແຮມ ຊຽງຂອງ ທີກກາເດັນ ລິເວີຟອນ, ເມືອງຊຽງຂອງ ແຂວງຊຽງຣາຍ ໂດຍການສະໜັບສະໜູນ ຂອງອົງການ WWF, ເຊິ່ງມີຄະນະຜູ້ແທນຝ່າຍລາວ ຈາກກົມກວດກາປ່າໄມ້, ກົມປ່າໄມ້, ກົມແຜນການ ແລະ ການເງິນ, ອົງການອະນຸລັກທຳມະຊາດ, ພະແນກ ກະສິກຳ ແລະ ໄມ້, ພາສີ, ຕຳຫຼວດ, ທະຫານ, ສານ, ໄອຍະການ, ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ, ຄະນະ P-WEN ຂອງ ແຂວງບໍ່ແກ້ວ, ຫຼວງນ້ຳທາ ແລະ ແຂວງ ອຸດົມໄຊ ລວມທັງບັນດາເຈົ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ຝ່າຍໄທ ເຂົ້າຮ່ວມ ທັງໝົດ 100 ທ່ານ.

ລາວ-ໄທ

ທັງນີ້ ຈຸດປະສົງ ຂອງກອງປະຊຸມ ແມ່ນເພື່ອຄົ້ນຄວ້າ ປຶກສາຫາລື, ລະດົມແນວຄວາມຄິດ, ແລກປ່ຽນບົດຮຽນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສ້າງກົນໄກ ການຮ່ວມມື, ການປະສານກັນ ກ່ຽວກັບ ວຽກງານຕ້ານ ແລະ ສະກັດກັ້ນ ການລັກລອບຄ້າຂາຍສັດປ່າ ລະຫວ່າງຊາດ ໂດຍສະເພາະ ຕາມຊາຍແດນເມືອງຕໍ່ເມືອງ ແຂວງຕໍ່ແຂວງ ຄື: ເມືອງຕົ້ນເຜິ້ງ, ຫ້ວຍຊາຍ ແລະ ເມືອງປາກທາ ຂອງແຂວງບໍ່ແກ້ວ, ສປປ ລາວ ແລະ ເມືອງຊຽງແສນ, ຊຽງຂອງ ແລະ ເມືອງວຽງແກ່ນ ຂອງ ແຂວງຊຽງຣາຍ ຂອງປະເທດໄທ.

ຂອບໃຈຂໍ້ມູນຈາກ:

Facebook Fanpage: ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດ

(https://cutt.ly/VVwqGAm)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ