ລາວ-ຈີນ ຈະເປັນຄູ່ຮ່ວມຊະຕາກໍາທີ່ດີ ໃນການພັດທະນາເສດຖະກິດ-ສັງຄົມ


ຄໍາວ່າ “ຊະຕາກໍາ” ມີຄວາມເຂົ້າໃຈຈາກສອງຝ່າຍທີ່ມີອັນຄ້າຍຄືກັນ. ຝ່າຍທີໜຶ່ງ, ຈິດຕະນິຍົມເຂົ້າໃຈວ່າ “ຊະຕາກໍາ” ແມ່ນຜົນຈາກການດົນບັນດານຂອງຟ້າແຖນ, ອິນພົນຍົມມະລາດຜູ້ມີອິດທິລິດ ທີ່ສາມາດບັນດານໃຫ້ຜູ້ນັ້ນລວຍ, ຜູ້ນີ້ຈົນ, ຜູ້ນັ້ນພົບພໍ້ແຕ່ຄວາມສຸກ, ຜູ້ນີ້ພົບແຕ່ໂຊກຮ້າຍ. ເຫດຜົນກໍຍ້ອນວ່າ ຄົນຜູ້ນີ້ເຄີຍກະທໍາດີໃນຊາດປາງກ່ອນ, ດັ່ງນັ້ນຊາດນີ້ຟ້າແຖນຈຶ່ງບັນດານໃຫ້ຜູ້ນັ້ນໄດ້ຮັບແຕ່ກໍາດີ. ຝ່າຍທີສອງ, ວັດຖຸນິຍົມເຂົ້າໃຈວ່າ “ຊະຕາກໍາ” ແມ່ນຜົນງານ, ແມ່ນຜົນໄດ້ຮັບ, ແມ່ນການຕອບແທນ ຈາກການກະທໍາທີ່ໄດ້ພະຍາຍາມປະຕິບັດຜ່ານໆມາ, ການເປັນ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ” ຈຶ່ງແມ່ນ  ໝາກຜົນ, ແມ່ນຜົນງານ ແລະ ຜົນສໍາເລັດທີ່ປະຊາຊົນສອງຊາດ ລາວ-ຈີນ ໄດ້ຮ່ວມມືກັນປະສານສົມທົບ, ກໍ່ຮ່າງສ້າງຂຶ້ນ ຈາກນໍ້າເຫື່ອນໍ້າແຮງ, ຈາກຄວາມພະຍາຍາມບາກບັ່ນອົດທົນ ຜ່ານຜ່າຄວາມຫຍຸ້ງຍາກນານາປະການ ຫຼາຍຍຸກຫຼາຍສະໄໝຈາກຮຸ່ນສູ່ຮຸ່ນ ຈົນສາມາດກ້າວເຂົ້າສູ່ຜົນສໍາເລັດ ທີ່ຕອບສະໜອງຜົນປະໂຫຍດ ຢ່າງແທ້ຈິງໃຫ້ແກ່ປະຊາຊົນ ສອງຊາດ ລາວ-ຈີນ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນ ຈີນ ເປັນປະເທດເພື່ອນມິດໃກ້ຄຽງກັນທີ່ມີສາຍພູ, ສາຍນໍ້າຕິດຈອດກັນ. ປະຊາຊົນສອງຊາດລາວ-ຈີນ ມີຂະໜົບທໍານຽມ ແລະ ຮີດຄອງປະເພນີທີ່ຄ້າຍຄືກັນ. ສອງຊາດລາວ-ຈີນ ມີມູນເຊື້ອມິດຕະພາບອັນດີງາມ, ມີການໄປມາຫາສູ່, ຄ້າຂາຍນໍາກັນ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຕະຫຼອດມາ ໃນເວລາຕົກທຸກໄດ້ຍາກ ແລະ ລໍາບາກ, ບົນຈິດໃຈສາມັກຄີ, ຮັກແພງ, ສະໜິດສະໜົມ ແລະ ເອື້ອເຟື້ອເພື່ອແຜ່ຕໍ່ກັນ ມາເປັນເວລາອັນຍາວນາມນັ້ນ ໄດ້ກາຍເປັນພື້ນຖານອັນແໜ້ນແກ່ນ ໃຫ້ແກ່ປະຊາຊົນສອງຊາດ, ສອງພັກ-ສອງລັດ ລາວ-ຈີນ ໃນການຕົກລົງສ້າງຕັ້ງສາຍພົວພັນການທູດນໍາກັນຢ່າງເປັນທາງການ ໃນວັນທີ 25 ເມສາ 1961.

ຜູ້ນໍາຂອງສອງພັກ, ສອງລັດ ໄດ້ມີຄວາມພະຍາຍາມສູງຮ່ວມກັນຊຸກຍູ້ສົ່ງເສີມ ແລະ ຍົກລະດັບການພົວພັນຂອງສອງປະເທດຂຶ້ນສູ່ລະດັບໃໝ່ຢ່າງຕໍ່ເນື່ອງ ເຊັ່ນ: ໃນປີ 2000, ການນໍາຂັ້ນສູງສຸດຂອງສອງປະເທດ ໄດ້ກໍານົດການຮ່ວມມືຕາມທິດ “ໜັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ”. ການພົວພັນລາວ-ຈີນ ໄດ້ຮັບການຖະນຸບໍາລຸງຕະຫຼອດມາຈົນເຖິງປີ 2009, ການພົວພັນ ລາວ-ຈີນ ໄດ້ຖືກຍົກລະດັບຂຶ້ນມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ພາຍໃຕ້ການເອົາໃຈໃສ່ ແລະ ຊີ້ນໍານໍາພາຂອງການນໍາຂັ້ນສູງ, ສອງພັກ ແລະ ສອງລັດ ໄດ້ມີການແລກປ່ຽນການຢ້ຽມຢາມກັນຢ່າງເປັນປົກກະຕິ, ອັນໄດ້ເຮັດໃຫ້ສອງປະເທດ ມີການພົວພັນທີ່ແໜ້ນແຟ້ນກວ່າເກົ່າ. ດັ່ງນັ້ນ, ໃນປີ 2019 ການນໍາຂອງສອງປະເທດ ຈຶ່ງໄດ້ຕົກລົງເປັນເອກະພາບກັນຍົກລະດັບການພົວພັນ ລາວ-ຈີນ ຈາກຄູ່ຮ່ວມມືຍຸດທະສາດຮອບດ້ານ ມາເປັນ “ຄູ່ຮ່ວມຊະຕາກໍາລາວ-ຈີນ” ໂດຍການຮ່ວມລົງນາມໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ເຊິ່ງເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະຫວັດສາດຂອງ ສອງປະເທດທີ່ມີເປົ້າໝາຍ ໃນການສ້າງປະເທດຕາມທິດສັງຄົມນິຍົມ ແລະ ໄດ້ກາຍເປັນເຂັມທິດເຍືອງທາງ ໃຫ້ແກ່ການລົງເລິກການຮ່ວມມືລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ມີຄວາມໜັກແໜ້ນ ແລະ ເລິກເຊິ່ງຂຶ້ນຕື່ມໃນອະນາຄົດ.

ຈາກອະດີດສູ່ປັດຈຸບັນ ການພົວພັນຮ່ວມມື ລາວ-ຈີນ ໄດ້ຮັບການຊຸກຍູ້ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ເປັນຕົ້ນ ຂົງເຂດການເມືອງ-ຄວາມໝັ້ນຄົງ ເສດຖະກິດ-ການຄ້າ ແລະ ວັດທະນະທໍາ-ສັງຄົມ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການພົວພັນຮ່ວມມືຕາມທິດ 4 ດີ ຄື: ເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາດຽວກັນ. ການຮ່ວມມື ລາວ-ຈີນ ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງສູ່ຄຸນະພາບໃໝ່ ທີ່ມີຄວາມຫວັງ ແລະ ມີຊີວິດຊີວາ. ພາຍຫຼັງທີ່ປະເທດຊາດໄດ້ຮັບຄວາມເປັນເອກະລາດ ແລະ ໄດ້ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ລັດຖະບານແລະ ປະຊາຊົນຈີນ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອປະຊາຊົນລາວ ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ນໍາພາ ປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ. ການນໍາຂອງສອງປະເທດ ໄດ້ມີການແລກປ່ຽນບົດຮຽນແລະ ປະສົບປະການໃນການສ້າງສາພັດທະນາ ເສດຖະກິດສັງຄົມຂອງປະເທດຕົນຢ່າງເປັນປະຈໍາ.

ຄວາມພະຍາຍາມ ໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງ “ຄູ່ຮ່ວມຊະຕາກໍາລາວ-ຈີນ” ທີ່ໄດ້ກໍານົດຫຼັກການພົວພັນຮ່ວມມືລາວ-ຈີນໄລຍະ 5 ປີ (2021-2025) ໂດຍສະເພາະ ສອງຝ່າຍຈະຢຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ດ້ວຍການເຊື່ອມໂຍງ ລະຫວ່າງ ຍຸດທະສາດການຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລັດຖະບານລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງລັດຖະບານຈີນ. ໃນໄລຍະຜ່ານມາ, ມີຫຼາຍໂຄງການທີ່ໄດ້ຮັບການຈັດຕັ້ງປະຕິບັດ ພາຍໃຕ້ຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງ, ອຸດສາຫະກໍາ-ການຄ້າ, ກະສິກໍາ ແລະ ການພັດທະນາຊັບພະຍາກອນມະນຸດ. ການລົງທຶນໃນຂະແໜງການເຫຼົ່ານີ້ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງລາວ. ໂຄງການສໍາຄັນທີ່ສຸດ, ກໍແມ່ນການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຈາກນະຄອນຄຸນໝິງ ແຂວງຢຸນໜານຂອງຈີນ ຫານະຄອນຫຼວງວຽງຈັນຂອງລາວ ທີ່ໄດ້ເປີດນໍາໃຊ້ບໍລິການມາແຕ່ເດືອນທັນວາ 2021. ໂຄງການດັ່ງກ່າວ ມີຄວາມສອດຄ່ອງກັບແຜນຍຸດທະສາດ ແລະ ການພັດທະນາຂອງລາວ ທີ່ຕ້ອງການປ່ຽນສະຖານະພາບຈາກເປັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ແລະ ກາຍເປັນສູນກາງດ້ານການຂົນສົ່ງຂອງພາກພື້ນ ເຊິ່ງຄາດວ່າຈະນໍາເອົາຜົນປະໂຫຍດຢ່າຫຼວງຫຼາຍເຂົ້າມາ ບໍ່ພຽງແຕ່ສອງຊາດລາວ-ຈີນ ເທົ່ານັ້ນ, ແຕ່ຍັງຈະຊ່ວຍປະກອບສ່ວນເຮັດໃຫ້ອະນຸພາກພື້ນ ແລະ ພາກພື້ນ ມີການເຊື່ອມໂຍງເຊື່ອມຈອດ ກັນຫຼາຍຂຶ້ນທາງດ້ານໂຄງລ່າງພື້ນຖານ ດ້ານການຄົມມະນາຄົມຂົນສົ່ງ ເນື່ອງຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແມ່ນສ່ວນໜຶ່ງທີ່ສໍາຄັນຂອງເສັ້ນທາງລົດໄຟ ຄຸນໝິງ-ສິງກະໂປ.

ໃນການຈັດຕັ້ງຜັນຂະຫຍາຍ ການພົວພັນຮ່ວມມື ລາວ-ຈີນ ຈະເນັ້ນໃສ່ ປິ່ນອ້ອມການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ” ເຊິ່ງໄດ້ວາງເປົ້າຫມາຍ ແລະ ທິດທາງໃນການຮ່ວມມືໃນຕໍ່ໜ້າ ທີ່ປະກອບດ້ວຍ 5 ເນື້ອໃນສໍາຄັນ ຄື: ດ້ານການເມືອງ, ດ້ານເສດຖະກິດ, ດ້ານຄວາມໝັ້ນຄົງ, ດ້ານວັດທະນະທໍາ-ການພົວພັນ ລະຫວ່າງປະຊາຊົນ ແລະ ດ້ານສິ່ງແວດລ້ອມ. ນອກນັ້ນ, ການຮ່ວມມື ລາວ-ຈີນ ໃນຂອບຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ແລວທາງເສດຖະກິດ ລາວ-ຈີນ” ຈະເປັນສິ່ງກະຕຸກຊຸກຍູ້ເຮັດໃຫ້ການພົວພັນ ລາວ-ຈີນ ກ້າວເຂົ້າສູ່ລວງເລິກທີ່ບໍ່ເຄີຍມີມາກ່ອນ ໂດຍສະເພາະ ພາຍຫຼັງທີ່ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ມີລັກສະນະປະຫວັດສາດ ແລະ ຍຸດທະສາດ ເຊິ່ງຈະນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ແລະ ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສປປ ລາວ ຈະສືບຕໍ່ຜັນຂະຫຍາຍການພົວພັນ ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລາວ-ຈີນ ບົນພື້ນຖານຕາມທິດ 4 ດີ ທີ່ໄດ້ຍົກລະດັບເປັນການພົວພັນ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ” ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ເກີດດອກອອກຜົນໃນທຸກດ້ານ ແລະ ນັບມື້ແໜ້ນແຟ້ນຍິ່ງຂຶ້ນກ້າວສູ່ຄຸນະພາບໃໝ່.

ຂອບໃຈຂໍ້ມູນຈາກ:

https://cutt.ly/p1uEZ8C

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/