ລັດຖະບານສະຫະລາຊະອານາຈັກອອກຄຳສັ່ງແບນກ້ອງວົງຈອນປິດຈາກຈີນ ແລະຫ້າມໃຊ້ໃນພື້ນທີ່ໜ່ວຍງານຂອງພາກລັດ


ເມື່ອວັນທີ 24 ພະຈິກ ເວັບໄຊທາງການຂອງສະຫະລາຊະອານາຈັກໄດ້ລາຍງານຄຳຖະແຫຼງການຂອງ Oliver Dowden ລັດຖະມົນຕີວ່າການກະຊວງດິຈິຕອນ, ສື່ ແລະກິລາແຫ່ງສະຫະລາຊະອານາຈັກ ທີ່ໄດ້ລະບຸວ່າ ລັດຖະບານໄດ້ອອກຄຳສັ່ງຫ້າມໃຊ້ງານກ້ອງວົງຈອນປິດຈາກປະເທດຈີນ ໃນພື້ນທີ່ຂອງໜ່ວຍງານພາກລັດ ເນື່ອງຈາກວ່າບໍລິສັດຜູ້ຜະລິດກ້ອງເຫຼົ່ານີ້ຈະຕ້ອງເຮັດຕາມກົດໝາຍຂ່າວກອງແຫ່ງຊາດ (National Intelligence Law) ຂອງລັດຖະບານຈີນ ເຊິ່ງມີຄວາມສ່ຽງສູງທີ່ກ້ອງວົງຈອນປິດເຫຼົ່ານັ້ນຈະສົ່ງຂໍ້ມູນກັບໄປໃຫ້ລັດຖະບານຈີນ. ດ້ວຍເຫດນີ້ທາງລັດຖະບານຈຶ່ງໄດ້ມີການທົບທວນແລະໄດ້ຂໍ້ສະຫຼຸບວ່າ ກ້ອງວົງຈອນປິດຈາກປະເທດຈີນອາດເປັນໄພຄຸກຄາມຕໍ່ສະຫະລາຊະອານາຈັກ ແລະຈຳເປັນຕ້ອງມີການຄວບຄຸມອຸປະກອນດັ່ງກ່າວເພີ່ມຕື່ມ.

ພ້ອມນັ້ນ ໃນຖະແຫຼງການຍັງບອກວ່າໜ່ວຍງານພາກລັດຂອງສະຫະລາຊະອານາຈັກຈະຕ້ອງຢຸດການໃຊ້ກ້ອງຈາກຈີນໃນພີື້ນທີ່ອ່ອນໄຫວສູງ (sensitive sites) ໂດຍທັນທີ ສ່ວນພື້ນທີ່ອື່ນໆ ກໍໃຫ້ເປັນວິຈາລະນະຍານຂອງແຕ່ລະໜ່ວຍງານໃນການຕັດສິນວ່າ “ຄວນເຮັດ” (ຄືການຫ້າມໃຊ້ກ້ອງວົງຈອນປິດຈາກຈີນເຊັ່ນດຽວກັນກັບພື້ນທີ່ຂອງພາກລັດ).

ນອກຈາກນີ້ທາງລັດຖະບານຍັງໄດ້ໃຫ້ຄໍາແນະນໍາກັບພະແນກແລະໜ່ວຍງານຕ່າງໆວ່າ ບໍ່ຄວນເຊື່ອມຕໍ່ອຸປະກອນກ້ອງວົງຈອນປິດກັບເຄືອຂ່າຍຫຼັກຂອງພະແນກແລະຄວນພິຈາລະນາຖອດຫຼືປ່ຽນອຸປະກອນດັ່ງກ່າວເມື່ອຕິດຕັ້ງໃນພື້ນທີ່ທີ່ມີຄວາມລະອຽດອ່ອນ ພ້ອມນັ້ນລັດຖະບານຍັງບອກອີກວ່າຍັງຄົງຈະກວດສອບຄວາມສ່ຽງນີ້ຕໍ່ໄປ ແລະຈະດໍາເນີນການຂັ້ນຕໍ່ໄປເມື່ອມີຄວາມຈຳເປັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/