ດ່າລາວໃຫ້ແດ່! Bruno ຫວັງຢາກໃຫ້ Ronaldo ຖືກວິຈານຫຼາຍໆ ເພາະຈະຊ່ວຍໃຫ້ Ronaldo ໂຊຜົນງານໄດ້ສຸດຍອດຍິ່ງຂຶ້ນ


ກະແສການວິພາກວິຈານຢ່າງໜັກທີ່ມີຕໍ່ ຄຣິສເຕຍໂນ ໂຣນັລໂດ້ ຊຸບເປີສະຕາ ຊາວໂປຕຸເກດ ເມື່ອ 1-2 ອາທິດ ທີ່ຜ່ານມາ ເບິ່ງຄືວ່າຈະບໍ່ສາມາດເຮັດໃຫ້ ຊາຍອາຍຸ 38 ປີ ຄົນນີ້ກະທົບກະເທືອນຍັງເລີຍ ແລະເບິ່ງຄືວ່າມັນໄດ້ກາຍເປັນແຮງກະຕຸ້ນຊັ້ນດີ ທີ່ຍິ່ງເຮັດໃຫ້ ຄຣິສເຕຍໂນ ໂຣນັລໂດ້ ໂຊຜົນງານໄດ້ດີກວ່າເກົ່າ ໃນການແຂ່ງຂັນບານໂລກ 2022 ກັບທີມຊາດ ໂປຕຸເກດ ທີ່ເຮັດຜົນງານໄດ້ດີ ຍິງ 1 ປະຕູຊ່ວຍໃຫ້ທີມຊາດໂປຕຸເກດ ເອົາຊະນະ ການ້າໄປ ເກັບ 3 ຄະແນນສໍາຄັນໄດ້ສໍາເລັດ.

ຫຼ້າສຸດ ບຣູໂນ້ ເຟີນັນເດສ ກອງກາງຕົວປັ້ນເກມ ອະດີດເພື່ອຮ່ວມທີມ ແມນເຊັສເຕີ ຢູໄນເຕັດ ແລະ ຮຸ່ນນ້ອງໃນທີມຊາດ ໄດ້ອອກມາຊົມເຊີຍ ຮຸ່ນອ້າຍຄົນນີ້ວ່າ ເຖິງໃຜຈະວ່າແນວໃດ ແຕ່ ໂຣນັລໂດ້ ກໍຍັງເປັນນັກເຕະທີ່ສຸດຍອດຄືເກົ່າ ແລະ ຈະສຸດຍອດກວ່ານີ້ ຖ້າວ່າຖືກວິຈານເລື້ອຍໆ.

ໂດຍ ບຣູໂນ້ ກ່າວກ່ຽວກັບ ໂຣນັລໂດ້ ຫຼັງເກມ ທີ່ເອົາຊະນະ ການ້າ ວ່າ: “ຂ້ອຍຄິດວ່າ ໂຣນັລໂດ້ ລາວມັກເຮັດວຽກພາຍໃຕ້ຄຳວິຈານຈາກທຸກຄົນ ຂ້ອຍຈຶ່ງຂໍໃຫ້ທຸກຄົນຊ່ວຍວິຈານ ຫຼື ຕຳໜິລາວຕໍ່ໄປ ເພາະສຽງວິຈານ ສຽງດ່າ ເຫຼົ່ານັ້ນ ຈະຊ່ວຍໃຫ້ ໂຣນັລໂດ້ ເຮັດຜົນງານໄດ້ດີຍິ່ງຂຶ້ນ ແລະ ການໄດ້ຫຼິ້ນຮ່ວມກັບ ໂຣນັລໂດ້ ທັງໃນນາມສະໂມສອນ ແລະ ທີມຊາດ ເປັນສິ່ງທີ່ໜ້າອັດສະຈັນຫຼາຍສຳລັບຂ້ອຍ”.

“ສິ່ງສຳຄັນສຳລັບຂ້ອຍຄືການທີ່ຈະພາ ທີມຊາດໂປຕຸເກດ ໄປໃຫ້ໄດ້ໄກທີ່ສຸດເທົ່າທີ່ຈະເຮັດໄດ້ໃນບານໂລກຄັ້ງນີ້ ເພາະຖ້າເຮົາເຮັດໄດ້ ໂຣນັລໂດ້ ກໍຈະມີຄວາມສຸກ ຂ້ອຍກໍຈະມີຄວາມສຸກເຊັ່ນດຽວກັນ ແລະ ມັນຈະເປັນຄວາມສຸກຂອງຄົນໝົດຊາດ”.

ສຳລັບ ຄຣິສເຕຍໂນ ໂຣນັລໂດ້ ກັບຕະຫຼອດຊີວິດນັກເຕະອາຊີບລະດັບສູງຂອງລາວ ເອີ້ນໄດ້ວ່າຜ່ານຮ້ອນຜ່ານໜາວມາໝົດແລ້ວ ກັບ ອາຍຸ 38 ປີ. ທີ່ຜ່ານມາລາວຕ້ອງແບກຮັບຄວາມກົດດັນ ແລະ ຜ່ານຄຳວິພາກວິຈານມາແບບນັບບໍ່ຖ້ວນ ແຕ່ລາວກໍຈັດການກັບມັນໄດ້ດີມາຕະຫຼອດ ແລະ ມີວະລີທີ່ກາຍເປັນຕຳນານເທົ່າທຸກມື້ນີ້ວ່າ “ຄວາມຮັກຂອງເຈົ້າເຮັດໃຫ້ຂ້ອຍເຂັ້ມແຂງຂຶ້ນ ແຕ່ຄວາມກຽດຊັງຂອງເຈົ້ານັ້ນ ເຮັດໃຫ້ຂ້ອຍໄຮ້ທຽມທານ” (Your love makes me strong, your hate makes me unstoppable)

ສຳລັບນັດຕໍ່ໄປຂອງ ຄຣິສເຕຍໂນ ໂຣນັລໂດ້ ແມ່ນມີຄິວລົງສະໜາມພາທີມຊາດໂປຕຸເກດ ໄປຍາດເອົາ 3 ຄະແນນກັບ ທີມຊາດ ອຸຣຸໄກວ ໃນວັນທີ 29 ພະຈິກນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/