Tesla ເອີ້ນລົດຄືນກວ່າ 80.000 ຄັນໃນຈີນ ເນື່ອງຈາກວ່າມີບັນຫາດ້ານຊອຟແວ

Tesla

ສຳນັກຂ່າວ Channelnewsasia ລາຍງານວ່າ Tesla ບໍລິສັດຜູ້ຜະລິດລົດໄຟຟ້າຊື່ດັງຂອງໂລກຈາກສະຫະລັດອາເມຣິກາ ໄດ້ເຮັດການເອີ້ນຄືນລົດຈໍານວນ 80.000 ຄັນໃນຈີນ ໂດຍໃນຈໍານວນດັ່ງກ່າວມີທັງລົດທີ່ຜະລິດໃນຈີນແລະລົດນຳເຂົ້າ ກ່ອນປີ 2013 ເນື່ອງຈາກວ່າຕົວລົດມີບັນຫາດ້ານຊອຟແວ ແລະ ສາຍຮັດນິລະໄພ.

Tesla

ທາງ Tesla ໄດ້ລະບຸວ່າ ບໍລິສັດໄດ້ເອີ້ນຄືນລົດຈໍານວນ 67.698 ສຳລັບຮຸ່ນ Model S ແລະ Model X ທີ່ນຳເຂົ້າມາໃນຈີນໃນໄລຍະວັນທີ 25 ກັນຍາ 2013 ຈົນເຖິງ 21 ພະຈິກ 2020 ຫຼັງພົບວ່າມີບັນຫາກ່ຽວກັບລະບົບ ທີ່ມັນອາດຈະສົ່ງຜົນກະທົບຕໍ່ລະບົບການຈັດການແບັດເຕີຣີ່ຂອງລົດ ໂດຍທາງບໍລິສັດຈະເຮັດການອັບເດຊອຟແວດັ່ງກ່າວໃຫ້ໃໝ່.

Tesla

ນອກນີ້ແລ້ວທາງ Tesla ຍັງໄດ້ເອີ້ນຄືນລົດນຳເຂົ້າອີກ 2.736 ຄັນ ສຳລັບຮຸ່ນ Model 3 ທີ່ຜະລິດໃນລະຫວ່າງເດືອນມັງກອນ – ພະຈິກ ຂອງປີ 2019 ແລະລົດໄຟຟ້າທີ່ຜະລິດພາຍໃນປະເທດຈີນທີ່ເປັນຮຸ່ນດຽວກັນທີ່ຜະລິດໃນໄລຍະ 14 ຕຸລາ 2019 ຈົນເຖິງ 26 ກັນຍາ 2022 ໃນປະເທດຈີນອີກ 10.127 ຄັນ ເນື່ອງຈາກພົບບັນຫາກ່ຽວກັບການຕິດຕັ້ງສາຍຮັດນິລະໄພທີ່ຈະສົ່ງຜົນຕໍ່ຄວາມປອດໄພ ໂດຍທາງບໍລິສັດຈະກວດສອບໃຫ້ລະອຽດແລະມີການຕິດຕັ້ງໃໝ່ອີກຄັ້ງ.

Tesla

ຢ່າງໃດກໍຕາມນີ້ບໍ່ແມ່ນຄັ້ງທຳອິດທີ່ Tesla ເອີ້ນຄືນລົດຈາກຈີນ ເພາະເມື່ອເດືອນເມສາ 2022 ທີ່ຜ່ານມາ ທາງ Tesla ໄດ້ເອີ້ນຄືນລົດຮຸ່ນ Model 3 ຈໍານວນ 127.785 ຄັນຈາກຈີນ ໂດຍບອກເຫດຜົນວ່າມີຄວາມຂັດຂ້ອງຂອງອົງປະກອບອີເລັກໂທຣນິກທີ່ອາດຈະເຮັດໃຫ້ຜູ້ຂັບເກີດອຸບັດຕິເຫດໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/