ຊາວຈີນຫຼາຍພັນຄົນອອກມາປະທ້ວງມາດຕະການ “Zero Covid” ພ້ອມກັບສະແດງຄວາມບໍ່ພໍໃຈ ແລະຂັບໄລ່ລັດຖະບານ

Zero Covid

ໃນໄລຍະຜ່ານມາ ຫຼາຍໆປະເທດທົ່ວໂລກໄດ້ມີການຜ່ອນຜັນມາດຕະການສະກັດກັ້ນໂຄວິດ-19 ແລ້ວ ເຊັ່ນ: ການຍຸຕິໃສ່ໜ້າກາກອະນາໄມຕາມພື້ນທີ່ສາທາລະນະ, ການຍົກເລີກການເວັ້ນໄລຍະຫ່າງ ຫຼື ແມ່ນແຕ່ການຍົກເລີກການກັກຕົວສຳລັບຊາວຕ່າງຊາດທີ່ຈະເຂົ້າມາປະເທດ.

Zero Covid

ແຕ່ຢ່າງໃດກໍຕາມເບິ່ງຄືວ່າ ສະຖານະການໃນຈີນຈະສວນທາງກັບບັນດາປະເທດອື່ນໆ ເພາະເມື່ອວັນທີ 27 ພະຈິກ 2022 ສໍານັກຂ່າວ BBC ໄດ້ລາຍງານວ່າ ໃນໄລຍະບໍ່ດົນມານີ້ ໄດ້ມີການປະທ້ວງຕໍ່ຕ້ານມາດຕະການເຂັ້ມງວດເພື່ອຄຸມເຂັ້ມໂຄວິດເປັນສູນ ຫຼື “Zero Covid” ຂອງລັດຖະບານຈີນ ແມ່ນທະວີຄວາມຮຸນແຮງຂຶ້ນ ໂດຍຜູ້ປະທ້ວງຈຳນວນຫຼາຍອອກມາລວມຕົວກັນໃນຫຼາຍຕົວເມືອງເພື່ອສະແດງຄວາມບໍ່ພໍໃຈໃນພັກຄອມມູນິສ ແລະມີການຂັບໄລ່ຜູ້ນຳຢ່າງເປີດເຜີຍ.

ປະຊາຊົນຫຼາຍພັນຄົນແມ່ນຍັງອອກມາລວມຕົວກັນປະທ້ວງໃນນະຄອນຊ່ຽງໄຮ້ຕໍ່ໃນວັນອາທິດ ທີ 27 ພະຈິກ ໂດຍໃນນັ້ນມີຫຼາຍຄົນໄດ້ຮ້ອງສະໂລແກນຕໍ່ຕ້ານພັກຄອມມູນິສແລະຮຽກຮ້ອງໃຫ້ປະທານາທິບໍດີ ສີ ຈິ້ນຜິງ ລາອອກ ພ້ອມນັ້ນກຸ່ມຜູ້ປະທ້ວງຍັງມີການປະເຊີນໜ້າກັບເຈົ້າໜ້າທີ່ແລະຜູ້ປະທ້ວງຈຳນວນໜຶ່ງກໍຖືກຈັບກຸມຕົວ.

Zero Covid

ນອກຈາກນີ້ ຜູ້ປະທ້ວງຫຼາຍຄົນກໍໄດ້ຫັນມາໃຊ້ແຜ່ນເຈ້ຍຂາວທີ່ວ່າງເປົ່າເພື່ອເປັນການສະແດງອອກເຖິງຄວາມກຽດຊັງຂອງພວກເຂົາຕໍ່ນະໂຍບາຍໂຄວິດເປັນສູນຂອງລັດຖະບານນະຄອນປັກກິ່ງ ໂດຍການສະແດງຄວາມບໍ່ພໍໃຈຕໍ່ລັດຖະບານດັ່ງກ່າວແມ່ນໄດ້ມີການແຜ່ຫຼາຍໄປຢ່າງໄວວາເທິງໂຊຊຽວມີເດຍ.

ໂດຍພາບແລະວິດີໂອທີ່ມີການແຊຣ໌ກັນທາງອອນລາຍນັ້ນ ສະແດງໃຫ້ເຫັນນັກສຶກສາຕາມມະຫາວິທະຍາໄລຕ່າງໆ ເຊັ່ນ ໜານຈິງແລະນະຄອນປັກກິ່ງ ໄດ້ຍົກເຈ້ຍເປົ່າໃນການປທ້ວງແບບສະຫງົບ ເຊິ່ງການປະທ້ວງໃນລັກສະນະນີ້ເປັນເທັກນິກຢ່າງໜຶ່ງທີ່ໃຊ້ໃນການຫຼີກເວັ້ນບໍ່ໃຫ້ຖືກທາງການຈັບກຸມຕົວ.

Zero Covid

ຂະນະດຽວກັນປະຊາຊົນຫຼາຍຮ້ອຍຄົນໃນເມືອງອູ່ຮັ່ນ ເຊິ່ງເປັນສະຖານທີ່ທຳອິດທີ່ພົບຜູ້ຕິດເຊື້ອໂຄວິດ-19 ກໍໄດ້ອອກມາລວມຕົວກັນປະທ້ວງຕໍ່ຕ້ານມາດຕະການລັອກດາວ ໂດຍໄດ້ມີຄລິບວິດີໂອທີ່ເຜີຍແຜ່ໃຫ້ເຫັນພາບຜູ້ປະທ້ວງຫຼາຍຄົນທີ່ພະຍາຍາມທຳລາຍຮັ້ວຂອງເຈົ້າໜ້າທີ່.

Zero Covid

ໂດຍເຫດການຄວາມບໍ່ສະຫງົບຫຼ້າສຸດທີ່ເກີດຂຶ້ນນີ້ແມ່ນມີຂຶ້ນບໍ່ດົນ ຫຼັງຈາກເກີດເຫດການປະທ້ວງທີ່ເມືອງອຸຣຸມສີ ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງຈີນ ທີ່ມາດຕະການລັອກດາວ ໂຄວິດ-19 ເປັນສູນ ຖືກກ່າວຫາວ່າເປັນຕົ້ນເຫດເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນໃນເຫດການໄຟໄໝ້ອາຄານ.

ທັງນີ້ ການປະທ້ວງຕໍ່ຕ້ານລັດຖະບານລວມໄປເຖິງການສະແດງຄວາມບໍ່ພໍໃຈຕໍ່ຜູ້ນຳແລະພັກຄອມມູນິສເປັນສິ່ງທີ່ເກີດຂຶ້ນໄດ້ຍາກໃນປະເທດຈີນ ເນື່ອງຈາກວ່າຈີນນັ້ນມີບົດລົງໂທດຢ່າງໜັກສຳລັບຜູ້ຕໍ່ຕ້ານລັດຖະບານ ແຕ່ທາງດ້ານນັກວິເຄາະຫຼາຍຄົນລະບຸວ່າ ລັດຖະບານຈີນປະເມີນຄວາມບໍ່ພໍໃຈຂອງປະຊາຊົນຕໍ່ນະໂຍບາຍໂຄວິດເປັນສູນທີ່ກໍາລັງທະວີກຳລັງເພີ່ມສູງຂຶ້ນ ຕໍ່າເກີນໄປ.

Zero Covid

ພ້ອມນັ້ນ BBC ຍັງໄດ້ລະບຸຄວາມຮູ້ສຶກຂອງ 1 ໃນຜູ້ປະທ້ວງຄັ້ງນີ້ວ່າ ລາວຕົກໃຈແລະຕື່ນເຕັ້ນທີ່ເຫັນຜູ້ຄົນອອກມາລວມຕົວປະທ້ວງຕາມທ້ອງຖະໜົນ ແລະນີ້ຖືວ່າເປັນການຕໍ່ຕ້ານຄັ້ງໃຫຍ່ໃນຈີນຄັ້ງທຳອິດທີ່ລາວເຄີຍເຫັນ ຜູ້ປະທ້ວງຄົນນີ້ຍັງເຜີຍອີກວ່າ ມາດຕະການລັອກດາວຂອງລັດຖະບານເຮັດໃຫ້ລາວຮູ້ສຶກເສົ້າ, ຄຽດຊັງ, ໝົດຫວັງ ແລະ ເຮັດໃຫ້ລາວບໍ່ສາມາດພາແມ່ທີ່ກຳລັງປິ່ນປົວໂຣກມະເຮັງໄປຫາທ່ານໝໍໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/