2 ນັດ 0 ຄະແນນ ເຈົ້າພາບກາຕ້າ ກາຍເປັນປະເທດທໍາອິດ ທີ່ຕົກຮອບໄປກ່ອນໝູ່ໃນການແຂ່ງຂັນບານໂລກ 2022


ເອີ້ນໄດ້ວ່າຕົກຮອບໄປກ່ອນໝູ່ ກັບປະເທດເຈົ້າພາບ ກາຕ້າ ຫຼັງຜ່ານມາ 2 ນັດ ກາຕ້າບໍ່ສາມາດເກັບຄະແນນໄດ້ເລີຍ ບວກກັບຜົນການແຂ່ງຂັນຂອງ ເນເທີແລນ ທີ່ສະເໝີກັບ ເອກວາດໍໄປ 1 ປະຕູຕໍ່ 1 ທີ່ຢູ່ກຸ່ມດຽວກັນ ສົ່ງຜົນໃຫ້ ກາຕ້າ ຕົກຮອບແບບ ອັດຕະໂນມັດທັນທີ ກ່ອນການແຂ່ງຂັນ ນັດ 3 ຈະເລີ່ມຂຶ້ນ.

ໃນການແຂ່ງຂັນບານໂລກ 2022 ເຈົ້າພາບ ກາຕ້າ ແມ່ນຢູ່ກຸ່ມ A ຮ່ວມກັບ ເອກວາດໍ, ເນເທີແລນ ແລະ ເຊເນກາວ. ໂດຍກາຕ້ານັ້ນລົງສະໜາມນັດທຳອິດ ພົບກັບທີມຊາດ ເອກວາດໍ ເມື່ອວັນທີ 20 ພະຈິກ ແລະ ຕ້ອງປະເຊີນກັບຄວາມປະລາໄຊ ໄປແບບສູ້ບໍ່ໄດ້ ດ້ວຍສະກໍ 0 ປະຕູຕໍ່ 2.

ວັນທີ 25 ພະຈິກ ກາຕ້າລົງສະໜາມ ພົບກັບ ເຊເນກາວ  ເພື່ອຫວັງເກັບແຕ້ມໃຫ້ໄດ້ ເພື່ອເພີ່ມໂອກາດການເຂົ້າຮອບຕໍ່ໄປ. ແຕ່ສຸດທ້າຍກໍບໍ່ສົມຫວັງ ເມື່ອຜົນອອກມາ ພວກເຂົາຕ້ອງປະລາໄຊໄປອີກເທື່ອໜຶ່ງ ດ້ວຍສະກໍ 1 ປະຕູຕໍ່ 3 ເຮັດໃຫ້ ຜ່ານມາ 2 ນັດ ກາຕ້າບໍ່ສາມາດເກັບຄະແນນໄດ້ເລີຍ ແມ່ນແຕ່ຄະແນນດຽວ.

ມາຮອດຈຸດນີ້ ເອີ້ນໄດ້ວ່າ ໂອກາດການເຂົ້າຮອບຕໍ່ໄປຂອງ ເຈົ້າພາບ ກາຕ້ານັ້ນ ແມ່ນເຫຼືອໜ້ອຍພຽງປາຍເລັບມື ແຕ່ໂຊກຮ້າຍໄປກ່ອນນັ້ນ ຜົນການແຂ່ງຂັນ ອີກຄູ່ໜຶ່ງທີ່ຢູ່ກຸ່ມດຽວກັນ ລະຫວ່າງ ເນເທີແລນ ແລະ ເອກວາດໍ ຈົບລົງດ້ວຍຜົນສະເໝີ ສົ່ງຜົນໃຫ້ທັງສອງທີມ ທີ່ຊະນະມາກ່ອນໜ້ານີ້ ໄດ້ຄະແນນເພີ່ມເປັນ ທີມລະ 4 ຄະແນນ ສົ່ງຜົນໃຫ້ ກາຕ້າ ຕົກຮອບແບບ ອັດຕະໂນມັດ.

ສຳລັບຕາຕະລາງຄະແນນຂອງກຸ່ມ A ແມ່ນຜ່ານມາ 2 ນັດ ເນເທີແລນ ແລະ ເອກວາດໍ ມີທີມລະ 4 ຄະແນນ, ທີມຊາດເຊເນກາວ ມີ 3​ ຄະແນນ ແລະ ກາຕ້າມີ 0 ຄະແນນ ເຮັດໃຫ້ກາຕ້າໝົດສິດທີ່ຈະເຂົ້າຮອບຕໍ່ໄປ ເພາະເຖິງແມ່ນວ່າ ນັດສຸດທ້າຍ ເຊເນກາວຈະພົບກັບຄວາມປະລາໄຊ ແລະ ກາຕ້າ ເກັບ 3 ແຕ້ມໄດ້ ແຕ່ກໍຕ້ອງຕົກຮອບຄືເກົ່າຈາກກົດລະບຽບ Head to Head (ຜົນການພົບກັນຂອງທັງສອງທີມ) ທີ່ເສຍປຽບໃຫ້ ເຊເນກາວ ນັ້ນເອງ.

ສຳລັບການແຂ່ງຂັນນັດສຸດທ້າຍຂອງກຸ່ມ A ນີ້ ແມ່ນມີຄິວລົງເຕະໃນວັນທີ 29 ພະຈິກ ທັງ 2 ຄູ່ ໂດຍເນເທີແລນ ຈະພົບກັບ ກາຕ້າ ສ່ວນ ເອກວາດໍ ແມ່ນຈະພົບກັບ ເຊເນກາວ.

ຂອບໃຈຂໍ້ມູນຈາກ: https://cutt.ly/J1pvAPX

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/