ລາຄາ Bitcoin ລົດລົງຕໍ່າກວ່າ 30.000 ໂດລາ ແຕ່ຂໍ້ມູນໃນເຄືອຂ່າຍສະທ້ອນໃຫ້ເຫັນເຖິງຄວາມສົນໃຈຂອງນັກລົງທຶນທີ່ເພີ່ມຂຶ້ນ


ລາຄາຂອງ Bitcoin ໄດ້ລົດລົງແຕະລະດັບ 29.500 ໂດລາອີກຄັ້ງເມື່ອວັນທີ 18 ກໍລະກົດທີ່ຜ່ານມາ,  ໂດຍການເຄື່ອນໄຫວຂອງລາຄາເມື່ອບໍ່ດົນມານີ້ໄດ້ທ້ອນໃຫ້ເຖິງພາວະຕະຫຼາດໃນລັກສະນະຕະຫຼາດປູ “Crab Market” ທີ່ໄດ້ຮັບແຮງສະໜັບສະໜູນທີ່ເພີ່ມສູງຂຶ້ນຈາກກິດຈະກຳໃນເຄືອຂ່າຍຂອງນັກລົງທຶນ

ໂດຍຂໍ້ມູນໃນເຄືອຂ່າຍໄດ້ສະແດງໃຫ້ເຮົາເຫັນວ່າ ລາຄາຂອງ Bitcoin ນັ້ນຍັງຄົງພະຍາຍາມກັບຂຶ້ນມາຢືນທີ່ລະດັບ 30.000 ໂດລາອີກຄັ້ງ ຫຼັງຈາກທີ່ພະຍາຍາມມາແລ້ວປະມານ 10 ຄັ້ງນັບຕັ້ງແຕ່ເດືອນເມສາຂອງປີນີ້. ແຕ່ລາຄາຍັງຄົງລົດລົງຢ່າງຕໍ່ເນື່ອງມາຢູ່ທີ່ 28.000 ໂດລາ ຫາ 25.000 ໂດລາຢູ່ເປັນໄລຍະ ເຊິ່ງນັກລົງທຶນແນມເຫັນວ່າໃນໄລຍະນີ້ນັ້ນເປັນການສະສົມຫຼຽນທີ່ດີ.

ອີງຕາມຂໍ້ມູນຂອງ Glassnode “ຄະແນນ Bitcoin Accumulation Trend Score ທີ່ໃກ້ຮອດ 1 ຊີ້ໃຫ້ເຫັນວ່າ ໂດຍລວມແລ້ວ, ນັກລົງທຶນລາຍໃຫຍ່ແມ່ນຢູ່ໃນໄລຍະການສະສົມ ແລະ ຄ່າທີ່ໃກ້ຄຽງກັບ 0 ສະແດງວ່າ ພວກເຂົາກໍາລັງກະຈາຍເງິນໃນການລົງທຶນ ຫຼື ເທຂາຍຫຼຽນຂອງພວກເຂົາ.” ນັກລົງທຶນໄດ້ຊື້ Bitcoin ສະສົມຢ່າງຕໍ່ເນື່ອງຕັ້ງແຕ່ເດືອນພະຈິກ ຫາ ເດືອນທັນວາ ແລະ ກວາດຊື້ Bitcoin ຢ່າງຫຼວງຫຼາຍຕັ້ງແຕ່ເດືອນມີນາຈົນຮອດເດືອນເມສາ.

ທັງນີ້ ຕົວຊີ້ວັດຍັງຊີ້ໃຫ້ເຫັນວ່າ ນັກລົງທຶນກໍາລັງເຮັດເຊັ່ນດຽວກັນໃນເດືອນກໍລະກົດ ຍ້ອນວ່າ Bitcoin ກຳລັງພະຍາຍາມທີ່ຈະເອົາຊະນະແນວຕ້ານ 30.000 ໂດລາອີກຄັ້ງ ໂດຍໄດ້ຮັບແຮງຂັບເຄື່ອນຈາກຂ່າວ ETF, XRP ແລະ SEC.

ການເຄື່ອນໄຫວລາຄາໃນປັດຈຸບັນ ແລະ ຂໍ້ມູນຕະຫຼາດອະນຸພັນ ນີ້ຊີ້ໃຫ້ເຫັນວ່າ Bitcoin ແມ່ນຢູ່ໃນຕະຫຼາດປູ, ໂດຍທີ່ລາຄາຍັງຄົງຢູ່ໃນຂອບເຂດດຽວກັນ ແລະ ໄດ້ສະສົມຖານລາຄາໃນໄລຍະຍາວ. ດັ່ງທີ່ນັກວິເຄາະຂອງ JJ The Janitor ຊີ້ໃຫ້ເຫັນໃນອາທິດທີ່ຜ່ານມາ, ຄາດວ່າຈະມີການເພີ່ມຂຶ້ນຂອງລະດັບ 32.000 ໂດລາ ນີ້ຈະສົ່ງຜົນໃຫ້ລາຄາກັບຄືນໄປປິດຊ່ອງ CME gap ເຊິ່ງເກີດຂຶ້ນໃນໄລຍະການລົ້ມລະລາຍຂອງ Luna-Terra crash.

ຈາກມຸມມອງຂອງໂຄງສ້າງຕະຫຼາດ Bitcoin ປະຈໍາອາທິດ, ລະດັບ 30.000 ໂດລາແມ່ນຈຸດສໍາຄັນທີ່ເຮັດໜ້າທີ່ເປັນແນວຮັບໃນວັດຕະຈັກຕະຫຼາດ bull ທີ່ຜ່ານມາ (ແຕ່ໃນປັດຈຸບັນມັນເປັນແນວຕ້ານ), ຖ້າຫາກລາຄາສາມາດເພີ່ມຂຶ້ນເໜືອລະດັບນັ້ນໄດ້ ກໍຈະສາມາດກຳນົດລາຄາສູງສຸດໃນ time frame ທີ່ໃຫຍ່ຂຶ້ນ ແລະ ຈະເປັນການຢືນຢັນການກັບຕົວຂອງ trend ໂດຍທີ່ແນວຕ້ານຕໍ່ໄປຈະຢູ່ທີ່ປະມານລະດັບ 37.000 ໂດລາ.

ກິດຈະກໍາເທຣດຂອງນັກລົງທຶນໃນຕະຫຼາດອະນຸພັນກໍເປັນອີກປັດໄຈໜຶ່ງທີ່ສະໜັບສະໜູນຕະຫຼາດປູໃນປັດຈຸບັນ, ລວມທັງການລົດລົງຂອງອັດຕາເງິນທຶນ (Funding rate), ອັດຕາທີ່ຂ້ອນຂ້າງງຽບຂອງການເປີດສັນຍາໃນອະນາຄົດໃໝ່ (Futures contracts) ບວກກັບນັກລົງທຶນຂາຍຍ່ອຍທີ່ພະຍາຍາມຊຸກຍູ້ລາຄາໃຫ້ເພີ່ມຂຶ້ນສູງ  ແລະ ທຸບລາຄາລົງເພື່ອທົດສອບແນວຮັບທີ່ຕໍ່າລົງ ຫຼື ການ break out ເກີດຂື້ນໃນໄລຍະສັ້ນ, ລວມທັງການລ້າງພັອດຂອງນັກລົງທຶນທັງສອງຝັ່ງ. ທັງໝົດນີ້່ລ້ວນແຕ່ມີຄວາມໝາຍໃນຕົວຊີ້ວັດເຫຼົ່ານີ້ ເຊິ່ງຊີ້ໃຫ້ເຫັນວ່າການ break out ຄັ້ງໃຫຍ່ຂອງລາຄາຍັງບໍ່ທັນໄດ້ເກີດຂຶ້ນເທື່ອ.

ແນ່ນອນ, ວ່າດັດຊະນີເງິນໂດລາ DXY ລົດລົງຕໍ່າກວ່າ 100 ໃນອາທິດທີ່ຜ່ານມາ. ອາດຈະມີການເຊື່ອມໂຍງກັບນັກລົງທຶນທີ່ມີປະຕິກິລິຍາຕໍ່ມາດຕະການຂອງອັດຕາເງິນເຟີ້ໃນທາງບວກຂອງ Fed ໂດຍຄາດວ່າຈະເຫັນການເພີ່ມຂຶ້ນຂອງລາຄາ Bitcoin ທັນທີທັນໃດ.

ໃນຂະນະດຽວກັນ, ການດຳເນີນການດ້ານລາຄາໃນສັນຍາ futures ຂອງເວັບເທຣດ crypto ຍັງເນັ້ນໜັກເຖິງການທີ່ Bitcoin ພະຍາຍາມ breakout ທັງໃນໄລຍະຍາວ ແລະ ໄລຍະສັ້ນ (ແຕ່ມັນກັບບໍ່ປະສົບຜົນສໍາເລັດໃນໄລຍະສັ້ນ). ເຖິງແມ່ນວ່າລາຄາຂອງ Bitcoin ຈະຢູ່ໃນໄລຍະ sideways ແຕ່ໃນປັດຈຸບັນ, ມັນຍັງຄົງຢູ່ໃນຂາຂຶ້ນ.

ທີ່ມາ:

cointelegraph

euro.eseuro

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/