Meta ປະກາດຮ່ວມມືກັບ Microsoft ເພື່ອເປີດຕົວ “Llama 2” ໂມເດວພາສາ AI ແບບ Open-source


ໃນວັນທີ 18 ເດືອນກໍລະກົດທີ່ຜ່ານມາ, ບໍລິສັດເທັກໂນໂລຢີຍັກໃຫຍ່ຄື Meta ແລະ Microsoft ໄດ້ປະກາດຮ່ວມມືກັນເພື່ອເປີດຕົວ “Llama 2” ເຊິ່ງເປັນໂມເດວພາສາຂະໜາດໃຫຍ່ (LLM) ແບບ Open-source ຈາກ Meta ທີ່ຈະໃຊ້ເປັນຄຸນສົມບັດໃໝ່ໃນ Windows ຂອງ Microsoft ແລະ Azure ເຊິ່ງເປັນແພລັດຟອມປະມວນຜົນໃນຄລາວ (cloud computing)

“Llama 2 ນັ້ນຖືກອອກແບບມາໃຫ້ສາມາດໃຊ້ງານໄດ້ຟຣີສຳລັບການຄົ້ນຄວ້າ ແລະການນໍາໃຊ້ທາງການຄ້າ. ໃນຂະນະດຽວກັນ, ກໍຈະປັບປຸງໃຫ້ມັນສາມາດໃຊ້ໄດ້ໃນ Window ໄດ້ເຊັ່ນກັນ”

Meta ກ່າວວ່າ Llama 2 ຈະໄດ້ຮັບການເຝິກອົບຮົມດ້ວຍຂໍ້ມູນຫຼາຍກວ່າ 40% ຈາກແຫຼ່ງຂໍ້ມູນອອນລາຍທີ່ສາທາລະນະສາມາດເຂົ້າເຖິງໄດ້ ແລະ ເພີ່ມກໍາລັງການປະມວນຜົນສອງເທົ່າເມື່ອທຽບກັບຮູບແບບພາສາ Llama 1.

ໂດຍ Llama 2 ນັ້ນຈະມີປະສິດທິພາບຫຼາຍກວ່າ LLMs open-source ຂອງຄູ່ແຂ່ງຫຼາຍລາຍໃນດ້ານການເຂົ້າລະຫັດ, ຄວາມຊໍານານ, ການໃຫ້ເຫດຜົນ ແລະ ຄວາມຮູ້. ແຕ່ເຖິງແບບນັ້ນ Llama 2 ກໍຍັງບໍ່ມີປະສິດທິພາບເທົ່າ Open-source ຂອງ GPT-4 (OpenAI), ອີງຕາມເອກະສານການຄົ້ນຄວ້າ.

Mark Zuckerberg CEO ຂອງ Meta ໄດ້ໂພສໃນ Instagram ວ່າ “Llama 2 ນັ້ນຈະສະໜອງຄວາມສາມາດໃນເຂົ້າເຖິງໃຫ້ແກ່ນັກຄົ້ນຄວ້າ ແລະ ທຸລະກິດຕ່າງໆເພື່ອສ້າງໂມເດວ LLM ຮຸ່ນຕໍ່ໄປເພື່ອວາງພື້ນຖານສໍາລັບວຽກງານຂອງພວກເຂົາ”

ໂດຍການຮ່ວມມືກັນໃນຄັ້ງນີ້ເຮັດໃຫ້ Microsoft ກາຍເປັນຜູ້ສະໜັບສະໜູນບໍລິສັດ AI ທີ່ເປັນບໍລິສັດຍັກໃຫຍ່ 2 ບໍລິສັດໃນວົງການ ດ້ວຍວົງເງິນໃນການລົງທຶນຈໍານວນ 13 ລ້ານໂດລາໃນປີ 2023 , ອີງຕາມການລາຍງານຂອງ Fortune.

ທີ່ມາ:

cointelegraph

aibusiness

ai.meta

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/